
ແຈ້ງການ
ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 mm
ສະຖານທີ່: ບ້ານ ໄຊສະຫວ່າງ (ຮ່ອມ 09) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດບ້ານ ຂອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 20 ມີນາ 2025 ກົງກັບ ວັນພະຫັດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ
ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 mm ສະຖານທີ່: ບ້ານ ໄຊສະຫວ່າງ (ຮ່ອມ 09) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ,
ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບ້ານ ໄຊສະຫວ່າງ, ບ້ານ ດອນໜູນ, ບ້ານ ນາແຄ, ບ້ານ ສະພັງມຶກ ແລະ ບ້ານອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ແຫຼ່ງທີ່ມາ: ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














