
ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ໄດ້ຮ່ວມມືກັບສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ.ລາວ) ໃນການພັດທະນາເສັ້ນທາງຖະໜົນເລກທີ 11 (R11) ເພື່ອເຊື່ອມໂຍງລະບຽງເສດຖະກິດລະຫວ່າງຊຽງໃໝ່ ແລະ ວຽງຈັນ ລວມໄລຍະທາງປະມານ 629 ກິໂລແມັດ.
ເສັ້ນທາງນີ້ເລີ່ມຈາກຈັງຫວັດຊຽງໃໝ່, ຜ່ານລຳພູນ, ລຳປາງ, ແພ່, ອຸຕະລະດິດ ແລະ ເຂົ້າສູ່ ສປປ.ລາວ ຜ່ານເມືອງສັງທອງ ໄປຈົນເຖິງວຽງຈັນ ການເປີດໃຊ້ງານເສັ້ນທາງ R11 ຢ່າງເປັນທາງການເມື່ອວັນທີ 20 ກຸມພາ 2025 ຊ່ວຍຫຼຸດໄລຍະທາງກວ່າ 234 ກິໂລແມັດຈາກເສັ້ນທາງເດີມ ແລະ ປະຫຍັດເວລາກວ່າ 3 ຊົ່ວໂມງ.
ທ່ານເຜົ່າພູມິ ໂຣດຈະນະສະກຸນ ລັດຖະມົນຕີຊ່ວຍວ່າການກະຊວງການຄັງ ເຊື່ອວ່າເສັ້ນທາງ R11 ຈະສົ່ງເສີມກິດຈະກຳທາງເສດຖະກິດ ການຄ້າ ການຂົນສົ່ງ ແລະການທ່ອງທ່ຽວຕະຫຼອດເສັ້ນທາງ ນອກຈາກນີ້ ຍັງຊ່ວຍເພີ່ມສັກກະຍະພາບທາງເສດຖະກິດ ການໂອນຖ່າຍອົງຄວາມຮູ້ ແລະ ກິດຈະກຳອື່ນໆ ທີ່ຈະເກີດຂຶ້ນລະຫວ່າງທາງ.
ທ່ານເຜົ່າພູມິ ໂຣດຈະນະສະກຸນ ລມຊ.ຄັງ ເປີດເຜີຍໃນງານເສວະນາ “ຄວາມສຳພັນແລະຄວາມສຳເລັດຂອງໂຄງການຄວາມຮ່ວມມືໄທກັບສປປ.ລາວ” ຂອງ NEDA
ການພັດທະນາເສັ້ນທາງ R11 ແບ່ງອອກເປັນ 3 ຊ່ວງຫຼັກ ໄດ້ແກ່.
- ໂຄງການກໍ່ສ້າງຖະໜົນຈາກພູດູ່ (ອຳເພີບ້ານໂຄກ ຈັງຫວັດອຸຕະລະດິດ) ເຖິງເມືອງປາກລາຍ ແຂວງໄຊຍະບູລີ ສປປ.ລາວ ໄລຍະທາງ 32 ກິໂລແມັດ ເລີ່ມກໍ່ສ້າງເດືອນທັນວາ 2012 ແລະແລ້ວເສັດໃນເດືອນມິຖຸນາ 2014.
- ໂຄງການພັດທະນາຖະໜົນໝາຍເລກ 11 ຊ່ວງບ້ານຕາດທອງ-ນ້ຳສັງ ແລະເມືອງສັງທອງ ໄລຍະທາງ 82 ກິໂລແມັດ ເລີ່ມກໍ່ສ້າງເດືອນພຶດສະພາ 2011 ແລະ ແລ້ວເສັດໃນເດືອນກໍລະກົດ 2014.
- ໂຄງການພັດທະນາຖະໜົນໝາຍເລກ 11 ຊ່ວງຄົກຂ້າວດໍ-ບ້ານໂນນສະຫວັນ-ສານະຄາມ-ບ້ານວັງ-ບ້ານນ້ຳສັງ ໄລຍະທາງ 124 ກິໂລແມັດ ເລີ່ມກໍ່ສ້າງເດືອນຕຸລາ 2019ແລະແລ້ວເສັດໃນເດືອນກໍລະກົດ 2023.
ເສັ້ນທາງຖະໜົນໝາຍເລກ R11 ເຊື່ອມໂຍງລະບຽງເສດຖະກິດ ໄທ-ສປປ.ລາວ
ເສັ້ນທາງນີ້ມີບົດບາດສຳຄັນໃນການເຊື່ອມໂຍງເມືອງຫຼັກທາງເສດຖະກິດຂອງໄທແລະ ສປປ.ລາວ ລວມເຖິງຊຽງໃໝ່ແລະວຽງຈັນ ຊຶ່ງເປັນສູນກາງຂອງພາກເໜືອຂອງໄທແລະ ສປປ.ລາວ ນອກຈາກນີ້ ຖະໜົນສາຍນີ້ຍັງເຊື່ອມຕໍ່ກັບດ່ານພູດູ່ ຈັງຫວັດອຸຕະລະດິດ ຊຶ່ງໄດ້ຮັບການພັດທະນາເປັນດ່ານຖາວອນ.
ດ່ານຊາຍແດນ ພູດູ່ ຈັງຫວັດອຸຕະລະດິດ ເສັ້ນທາງລະບຽງເສດຖະກິດ ຊຽງໃໝ່-ວຽງຈັນ ເຊື່ອມສປປ.ລາວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |