site cover (44)
ເຟດຄົງດອກເບ້ຍທີ່ 4.25-4.50% ຄາດວ່າປີນີ້ປັບຫຼຸດອັດຕາດອກເບ້ຍ 2 ຄັ້ງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 March, 2025
ໝວດ: ຂ່າວ

ເມື່ອວັນທີ 19 ມີນາ ທະນາຄານກາງສະຫະລັດ (ເຟດ) ມີມະຕິຄົງທີ່ອັດຕາດອກເບ້ຍ ໃນຂະນະທີ່ເຈົ້າໜ້າທີ່ທະນາຄານກາງກຳລັງພິຈາລະນາຜົນກະທົບຂອງນະໂຍບາຍເສດຖະກິດ ເຊີງຮຸກຂອງປະທານາທິບໍດີ ໂດນັລດ໌ ທຣຳ

 

ການຕັດສິນໃຈລ່າສຸດສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ທະນາຄານກາງກຳລັງລໍຖ້າຫຼັກຖານວ່າ ອັດຕາເງິນເຟີ້ກຳລັງມຸ່ງໜ້າສູ່ເປົ້າໝາຍ 2% ຫຼື ເສດຖະກິດກຳລັງອ່ອນແອລົງຫຼາຍກວ່າທີ່ຄາດຄະເນໄວ້ ຜົນລັບທັງສອງປະການນີ້ຈະເຮັດໃຫ້ການປັບຫຼຸດອັດຕາດອກເບ້ຍກັບມາເປັນປະເດັນອີກຄັ້ງ

 

ເຈໂຣມ ພາວເວວ ປະທານທະນາຄານກາງສະຫະລັດ (ເຟດ)

 

ເຈົ້າໜ້າທີ່ຍັງຄົງຄາດວ່າຈະປັບຫຼຸດອັດຕາດອກເບ້ຍລົງ 2 ຄັ້ງໃນປີນີ້ ຕາມການຄາດການເສດຖະກິດລ່າສຸດທີ່ເຜີຍແຜ່ໃນວັນທີ 19 ມີນາ ເຖິງແມ່ນວ່າເຈົ້າໜ້າທີ່ 8 ຄົນຄາດວ່າຈະປັບຫຼຸດອັດຕາດອກເບ້ຍ 1 ຄັ້ງ ຫຼື ບໍ່ມີການປັບຫຼຸດເລີຍໃນປີນີ້

 

ປະທານເຟດ ເຈໂຣມ ພາວເວວ ຍອມຮັບກ່ຽວກັບຄວາມບໍ່ແນ່ນອນໃນພາກການບໍລິໂພກ ແລະ ທຸລະກິດໃນອາເມລິກາ ຊຶ່ງສ່ວນໃຫຍ່ເກີດຈາກ “ຄວາມວຸ້ນວາຍ” ຂອງລັດຖະບານທຣຳ ພາວເວວກ່າວວ່າ “ຍັງຕ້ອງເບິ່ງກັນຕໍ່ໄປວ່າການປ່ຽນແປງເຫຼົ່ານີ້ສົ່ງຜົນຕໍ່ການໃຊ້ຈ່າຍແລະການລົງທຶນໃນອະນາຄົດແນວໃດ”

 

ອັດຕາດອກເບ້ຍເງິນກູ້ຫຼັກຂອງເຟດຍັງຄົງຢູ່ທີ່ລະດັບ 4.25% ເຖິງ 4.5% ການຄົງອັດຕາດອກເບ້ຍໄວ້ຈະເຮັດໃຫ້ຜູ້ກໍານົດນະໂຍບາຍຂອງເຟດຄາດການເຫັນວ່າ ການປ່ຽນແປງນະໂຍບາຍຕ່າງໆ ຂອງລັດຖະບານທຣຳສົ່ງຜົນຕໍ່ເສດຖະກິດຂອງສະຫະລັດ ແນວໃດ ຊຶ່ງລວມເຖິງພາສີ ອາກອນ ທີ່ສູງຫຼາຍ ການເນລະເທດຜູ້ອົບພະຍົບຈໍານວນຫຼາຍ ແລະ ການຫຼຸດຂະໜາດກໍາລັງຄົນຂອງລັດຖະບານກາງ

 

ຜູ້ກໍານົດນະໂຍບາຍຂອງເຟດຄາດວ່າເສດຖະກິດຈະອ່ອນແອລົງໃນປີນີ້ຫຼາຍກວ່າທີ່ເຄີຍຄາດໄວ້ ຕາມການຄາດການ ພວກເຂົາຍັງຄາດການວ່າອັດຕາເງິນເຟີ້ຈະສູງຂຶ້ນໃນປີນີ້

 

ເວົ້າແບບງ່າຍໆ ກໍຄື ໃນຂະນະທີ່ລັດຖະບານທຣຳເລີ່ມດໍາເນີນການປ່ຽນແປງໂຄງສ້າງ ເຈົ້າໜ້າທີ່ເຟດຄາດວ່າ ເສດຖະກິດຂອງສະຫະລັດ ມີແນວໂນ້ມເຂົ້າສູ່ພາວະ “ເສດຖະກິດຕົກຕ່ໍາພ້ອມພາວະເງິນເຟີ້ສູງ” ຊຶ່ງເປັນການຜະສົມປະສານລະຫວ່າງການເຕີບໂຕທີ່ຊົບເຊົາ ຫຼື ຕິດລົບ ແລະ ອັດຕາເງິນເຟີ້ທີ່ເລັ່ງຕົວສູງຂຶ້ນ

 

ດັ່ງນັ້ນ, ຕ້ອງລໍຖ້າເບິ່ງວ່າ ເສດຖະກິດຂອງສະຫະລັດ ຈະເຂົ້າສູ່ພາວະເສດຖະກິດຖົດຖອຍພ້ອມພາວະເງິນເຟີ້ ຫຼື ບໍ່ ໂດຍຄັ້ງລ່າສຸດທີ່ເກີດພາວະດັ່ງກ່າວຄືໃນຊ່ວງທົດສະວັດ 1970

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ