
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້
ເປັນຫຍັງບາງມື້ຈຶ່ງຮູ້ສຶກໂຊກດີເປັນພິເສດ? ຫຼື ເປັນຫຍັງບາງຊ່ວງເວລາຈຶ່ງເບິ່ງຄືວ່າທຸກຢ່າງເປັນໃຈໃຫ້ເຮົາ?
ຄຳຕອບອາດມີຢູ່ໃນພະລັງແຫ່ງດວງດາວ ໂຫລາສາດໄດ້ເຜີຍເຄັດລັບ ມື້ນຳໂຊກ ຂອງແຕ່ລະລາສີ ຊຶ່ງເປັນຊ່ວງເວລາທີ່ພະລັງງານຂອງດວງດາວສົ່ງເສີມໃຫ້ເຮົາປະສົບຄວາມສຳເລັດໃນດ້ານຕ່າງໆ ແຕ່ລະລາສີຈະມີວັນນຳໂຊກເປັນວັນໃດແດ່ ໄປເບິ່ງກັນ
ວັນນຳໂຊກ 12 ລາສີ
ລາສີເມສ
- ວັນນຳໂຊກຄົນເກີດລາສີເມສ : ວັນອັງຄານ
- ດາວອັງຄານນຳພະລັງແຫ່ງຄວາມກ້າຫານມາໃຫ້ ວັນນີ້ເໝາະກັບການຕັດສິນໃຈຄັ້ງໃຫຍ່ ເລີ່ມທຸລະກິດ ຂໍຂຶ້ນເງິນເດືອນ (ຫຼີກລ່ຽງງານສົບໃນວັນນີ້)
ລາສີພຶດສະພາ
- ວັນນຳໂຊກຄົນເກີດລາສີພຶດສະພາ : ວັນສຸກ
- ດາວສຸກປະທານຄວາມຮັກ ເງິນຄຳ ແລະ ອາຫານເລີດລົດ ວັນແຫ່ງການດູແລຕົວເອງ ໂຣແມນຕິກ ແລະ ຊ້ອບປິ້ງອອນລາຍສຸດຄຸ້ມ
ລາສີເມຖຸນ
- ວັນນຳໂຊກຄົນເກີດລາສີເມຖຸນ : ວັນພຸດ
- ດາວພຸດເສີມພະລັງການສື່ສານ ວັນແຫ່ງການໂອ້ລົມ ເຈລະຈາ ສ້າງເຄືອຂ່າຍ ເສນ່ຫ໌ແຮງເກີນຕ້ານ ເໝາະກັບການໂນ້ມນ້າວໃຈຜູ້ອື່ນ
ລາສີກໍລະກົດ
- ວັນນຳໂຊກຄົນເກີດລາສີກໍລະກົດ : ວັນຈັນ
- ດວງຈັນນຳມາຊຶ່ງອາລົມ ແລະ ຄວາມຮູ້ສຶກ ວັນແຫ່ງການຕັ້ງຈິດອະທິຖານ ຣີເຊັດອາລົມ ຫຼີກລ່ຽງຄວາມຂັດແຍ້ງ
ລາສີສິງ
- ວັນນຳໂຊກຄົນເກີດລາສີສິງ : ວັນອາທິດ
- ວັນແຫ່ງດວງອາທິດ ວັນຂອງຄົນເດັ່ນຄົນດັງ ເໝາະກັບການເສີດສາຍ ອວດຄວາມສາມາດ
ລາສີກັນ
- ວັນນຳໂຊກຄົນເກີດລາສີກັນ : ວັນພຸດ
- ດາວພຸດເສີມພະລັງການເຮັດວຽກ ວັນແຫ່ງການຈັດລະບຽບ ວາງແຜນ ແລະ ວິພາກວິຈານ (ຢ່າງສ້າງສັນ) ເໝາະກັບການເຮັດ To-Do List ທີ່ເຮັດໄດ້ຈິງ
ລາສີຕຸລ
- ວັນນຳໂຊກຄົນເກີດລາສີຕຸລ : ວັນສຸກ
- ດາວສຸກເພີ່ມເສນ່ຫ໌ແຮງດຶງດູດ ວັນແຫ່ງການອອກເດດ ເຈລະຈາທຸລະກິດ ແລະ ເປັນທີ່ຮັກຂອງທຸກຄົນ ການເຂົ້າສັງຄົມເປັນເລື່ອງງ່າຍດາຍລາວກັບມີພະລັງວິເສດ
ລາສີພິຈິກ
- ວັນນຳໂຊກຄົນເກີດລາສີພິຈິກ : ວັນອັງຄານ
- ດາວອັງຄານນຳພະລັງແຫ່ງໄຊຊະນະ ແລະ ການວາງແຜນ ວັນແຫ່ງການເຄື່ອນໄຫວທີ່ຊົງພະລັງ ການແກ້ແຄ້ນ (ຢ່າງມີຈະລິຍະທຳ)
ລາສີທະນູ
- ວັນນຳໂຊກຄົນເກີດລາສີທະນູ : ວັນພະຫັດ
- ດາວພະຫັດນຳໂຊກ ແລະ ການຜະຈົນໄພ ວັນແຫ່ງການເດີນທາງ ຮຽນຮູ້ ແລະ ເຮັດສິ່ງທີ່ທ້າທາຍ
ລາສີມັງກອນ
- ວັນນຳໂຊກຄົນເກີດລາສີມັງກອນ : ວັນເສົາ
- ມີໂອກາດປະສົບຄວາມສຳເລັດສູງຫຼາຍ ເນື່ອງຈາກອິດທິພົນຂອງດາວເສົາທີ່ສົ່ງເສີມໃຫ້ເກີດຄວາມສຳເລັດ ຮີບຕັ້ງເປົ້າໝາຍເລີຍ!
ລາສີກຸມພາ
- ວັນນຳໂຊກຄົນເກີດລາສີກຸມພາ : ວັນເສົາ
- ເໝາະຢ່າງຍິ່ງສຳລັບການຄິດນອກກອບ ການສະເໜີໄອເດຍໃໝ່ໆ ທີ່ແຕກຕ່າງຈາກຄວາມຄິດເດີມໆ ຫຼື ຄວາມຄິດທົ່ວໄປ
ລາສີມີນ
- ວັນນຳໂຊກຄົນເກີດລາສີມີນ : ວັນພະຫັດ
- ດາວພະຫັດຊ່ວຍໃຫ້ຊາວລາສີມີນມີຄວາມຄິດສ້າງສັນ ແລະ ມີຈິນຕະນາການທີ່ກວ້າງໄກ ມີຄວາມຮູ້ສຶກໄວຕໍ່ສິ່ງຕ່າງໆ ແລະ ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ
ຢ່າປ່ອຍໃຫ້ວັນນຳໂຊກຫຼຸດລອຍໄປ ໃຊ້ປະໂຫຍດຈາກພະລັງແຫ່ງດວງດາວໃຫ້ເຕັມທີ່ ຄວ້າໂອກາດທອງທີ່ຈັກກະວານມອບໃຫ້ຢ່າງຄຸ້ມຄ່າ!
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














