ໃນສະພາບເສດຖະກິດມະຫາພາກລະດັບໂລກ, ລະດັບພາກພື້ນ ຫຼື ໃນປະເທດກໍ່ດີ ທີ່ໄດ້ຮັບຜົນກະທົບຈາກນະໂຍບາຍທາງການຄ້າຕ່າງໆຂອງຫຼາຍໆປະເທດທີ່ມີຄວາມທ້າທາຍ ແລະ ກົດດັນ ເຮັດໃຫ້ຫຼາຍໆທຸລະກິດຕ້ອງມີການປັບໂຕເພື່ອຄວາມຢູ່ລອດໃນສະພາບເສດຖະກິດທີ່ບໍ່ຄົງໂຕຄືໃນປະຈຸບັນ;
ໜຶ່ງໃນວິທີທີ່ຫຼາຍໆຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດທີ່ນໍາມາໃຊ້ກໍ່ແມ່ນຖ້າເພີ່ມລາຍຮັບບໍ່ໄດ້ກໍ່ຕ້ອງຫຼຸດລາຍຈ່າຍ ເຊິ່ງລາຍຈ່າຍແມ່ນປະກອບມີ: CAPEX (ລາຍຈ່າຍທີ່ຕິດພັນກັບດ້ານຊັບສິນ) ແລະ OPEX (ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດ).
ເວົ້າສະເພາະການຫຼຸດຜ່ອນລາຍຈ່າຍກ່ຽວກັບ OPEX ຫຼື ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດນັ້ນແມ່ນມີຫຼາຍວິທີ, ອົງປະກອບ ແລະ ເງື່ອນໄຂທີ່ຕ່າງກັນຂຶ້ນກັບປະເພດຂອງທຸລະກິດ, ແຕ່ມີວິທີການນຶ່ງທີ່ຫຼາຍໆທຸລະກິດນໍາມາໃຊ້ໃນສະພາບແວດລ້ອມທີ່ຕ້ອງຫຼຸດລາຍຈ່າຍຂອງບໍລິສັດຢ່າງເປັນຮູບປະທໍາແມ່ນ Headcount Optimization ຫຼື ການປັບປຸງຈໍານວນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການໃນອົງກອນ.
ເຊິ່ງໃນປີ 2025 ນີ້ເຮົາກໍ່ຈະເຫັນບໍລິສັດຍັກໃຫຍ່ຫຼາຍໆບໍລິສັດຫຼຸດຜ່ອນຈໍານວນພະນັກງານລົງເຊັ່ນ: Meta (Facebook), Microsoft, BlackRock, Chevron ແລະ ລ້າສຸດກໍ່ແມ່ນຍັກໃຫຍ່ Amazon ທີ່ປົດຕໍາແໜ່ງຜູ້ບໍລິຫານງານລະດັບຜູ້ຈັດການຂຶ້ນໄປເຖິງ 14,000 ຄົນ
ເຖິງຢ່າງໃດກໍ່ຕາມ Headcount Optimization ຫຼື ການປັບປຸງຈໍານວນພະນັກງານ ບໍ່ໄດ້ໝາຍເຖິງແຕ່ການປົດພະນັກງານພຽງຢ່າງດຽວ, ເຊິ່ງມີຫຼາຍວິທີໂດຍປະກອບມີ:
ການຫັນເປັນລະບົບວຽກແບບໂອໂຕ (Automation): ເປັນອີກວິທີນຶ່ງທີ່ຂາດບໍ່ໄດ້ໃນຍຸກປະຈຸບັນ, ໂດຍສະເພາະຖ້າມີການຫຼຸດຜ່ອນຈໍານວນພະນັກງານລົງ ແຕ່ຈໍານວນວຽກຫຼືປະລິມານວຽກອາດຍັງຢູ່ຄືເກົ່າເຊິ່ງຈະເຮັດໃຫ້ພະນັກງານທີ່ເຮັດວຽກຮັບຈໍານວນຂອງວຽກທີ່ຫຼາຍເກີນໄປແລະອາດສົ່ງຜົນໃຫ້ມີການລາອອກຫຼາຍເກີນກວ່າທີ່ບໍລິສັດຫຼືທຸລະກິດຈະຮັບໄດ້, ສະນັ້ນການລຸດຜ່ອນປະລິມານວຽກແລະເຮັດໃຫ້ຂະບວນການການເຮັດວຽກງ່າຍຂຶ້ນເປັນສິ່ງທີ່ຈໍາເປັນ ເຊິ່ງລະບົບ ERP (Enterprise Resource Planning) ເປັນໝາກຫົວໃຈຫຼັກຂອງ Work Automation.
ໂດຍເວົ້າສະເພາະດ້ານການຫັນເປັນລະບົບວຽກແບບໂອໂຕ ຫຼື Automation ແມ່ນທາງບໍລິສັດ Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution ຂອງພວກເຮົາຢາກນໍາສະເໜີລະບົບບໍລິຫານພະນັກງານແບບດີຈິຕອນ Employee Digital Management System – CheckinMe ຈາກກໍາປູເຈຍ ເຊິ່ງບໍລິສັດພວກເຮົາເປັນ Exclusive Partner ແຕ່ພຽງຜູ້ດຽວໃນລາວ
ໂດຍລະບົບປະກອບມີ:
A. ລະບົບຈັດການວັນເວລາເຮັດວຽກຂອງພະນັກງານ Staff Attendance
B. ລະບົບຈັດການເອກະສານຂອງພະນັກງານ Employee Document Management
C. ລະບົບຄິດໄລ່ເງິນເດືອນແບບໂອໂຕ Payroll Automation
D. ຊ່ອງທາງການຮັບຟັງພະນັກງານ Staff Speak-Out/Whistleblower
E. ການບໍລິຫານການຂາຍ Sale Management
F. ການບໍລິຫານສາຍສໍາພັນຂອງລູກຄ້າ Customer Relationship Management (CRM)
ຖ້າທ່ານສົນໃຈຢາກໄດ້ຂໍ້ມູນເພີ່ມເຕີມກ່ຽວກັບລະບົບ ແລະ ການໃຫ້ຄໍາປຶກສາດ້ານການດໍາເນີນການເຮັດ Headcount Optimization ຫຼື ການປັບປຸງຈໍານວນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການໃນອົງກອນ ຈາກຜູ້ຊ່ຽວຊານທີ່ມີປະສົບການຕົງຈາກ Corporate World ເຊິ່ງເປັນປັດໃຈນຶ່ງຈະຊ່ວຍໃຫ້ທຸລະກິດຂອງທ່ານສາມາດປັບໂຕແລະຢູ່ລອດໄດ້ ແມ່ນສາມາດຕິດຕໍ່ໄດ້ທີ່:
ອີເມວ: Contact@Bezzsolution.com
ໂທລະສັບ: +8562022778836
Facebook Page: https://www.facebook.com/BezzSolution
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,722 | 21,512 |
![]() THB | 633.96 | 646.01 |
![]() EUR | 22,804 | 23,259 |
![]() CNY | 2,897 | 2,953 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |