site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 ເດືອນມີນາ, 2025

ການດູດວງປະຈໍາອາທິດ 12 ລາສີ ລະຫວ່າງວັນທີ 24-30 ມີນາ 2025 – ຊະຕາຂອງທ່ານຈະມີເລື່ອງດີໆໃດແດ່ທີ່ຈະພາໃຫ້ຊື່ນໃຈ

 

ດູດວງປະຈໍາອາທິດ 24-30 ມີນາ 2025

 

ລາສີເມສ (13ເມສາ – 13ພຶດສະພາ)

 

 

ຊາວລາສີເມສ ລາສີແຫ່ງນັກຮົບຜູ້ກ້າຫານ ທີ່ຮູ້ວ່າເມື່ອເຂົ້າສູ່ສະໜາມຮົບຈະຕ້ອງບາດເຈັບ, ສູນເສຍ ແຕ່ດ້ວຍຄວາມເຊື່ອໝັ້ນ, ມີສັດທາຕໍ່ຕົນເອງ ເຖິງຮູ້ວ່າຈະເຈັບ, ຈະຫາຍະນະ ແຕ່ກໍ່ຈະສູ້ ເພາະແນ່ໃຈວ່າຜົນສຸດທ້າຍທີ່ໄດ້ຮັບຄື ໄຊຊະນະ

 

ການເງິນ: ລະມັດລະວັງໃຫ້ຫຼາຍທີ່ສຸດ ໃນອາທິດແຫ່ງການ…ຫຼອກລວງ, ຕົ້ມຕຸ່ນ ຄັ້ງໃຫຍ່ ທີ່ອາດພົບຈາກການເຂົ້າຮ່ວມກຸ່ມເຮັດກິດຈະກໍາກັບຄົນຈໍານວນໜຶ່ງ. ໂດຍສະເພາະຖືກຊັກຊວນໃຫ້ຮ່ວມຫຸ້ນ, ລົງທຶນໃດໆ ເພາະມີແນວໂນ້ມສູງວ່າຈະ…ສູນເສຍຢ່າງດຽວ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍທີ່ສຸດ.

 

ການງານ: ອົດທົນ, ອົດກັ້ນ ກັບການໃຊ້ອາລົມຫຼາຍກວ່າເຫດຜົນຂອງເພື່ອນຮ່ວມງານ. ການປະນີປະນອມ, ຍອມໃຫ້ ເຖິງຈະໄດ້ຮັບຄວາມຮ່ວມມືຫຼາຍກວ່າ ແລະ ຜິດນັດ, ຖືກເລື່ອນນັດ ຫຼື ຖືກບອກປະຕິເສດການນັດໝາຍ ໂດຍສະເພາະວັນທີ 26-28 ກໍ່ອາດເກີດຂຶ້ນໄດ້ ຖ້າປະມາດ, ບໍ່ໄດ້ກຽມພ້ອມ, ກຽມເວລາໃຫ້ພຽງພໍ.

 

ຄວາມຮັກ: ໃສ່ໃຈ, ໃຫ້ເວລາກັບຄົນຮັກ, ຄູ່ຄອງໃຫ້ຫຼາຍຍິ່ງຂຶ້ນ ເພາະເຂົາ ອາດເຜີໃຈເຂົ້າຮ່ວມກຸ່ມເຮັດກິດຈະກໍາຕາມຄວາມເຊື່ອ, ສັດທາແບບສຸດໂຕ່ງ ທີ່ອາດເຮັດໃຫ້ຫຼົງຜິດ, ຫຼົງເຊື່ອຢ່າງງົມງວາຍ ທີ່ຈະເຮັດໃຫ້ສໍາພັນຮັກຫ່າງເຫີນຈົນຫ່າງຫາຍໄດ້ຢ່າງວ່ອງໄວ.

 

ສຸຂະພາບ: ເປັນໄລຍະທີ່ຄວນລະວັງ ຫຼື ຫຼີກລ່ຽງທີ່ຈະດື່ມເຄື່ອງມື່ນເມົາ, ສານເສບຕິດ ຫຼື ກິນຢາແປກໆ ທີ່ແພດບໍ່ໄດ້ສັ່ງ ເພາະອາດເຮັດໃຫ້ເຈັບປ່ວຍ, ບໍ່ສະບາຍຫຼາຍໄດ້ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ຈົນເຖິງວັນທີ 2 ເມສາ ດາວອັງຄານ ທີ່ເປັນດາວປະຈໍາຕົວຂອງຊາວລາສີເມສ ຈະໂຄຈອນຍ້ອນກັບມາສະຖິດ ຢູ່ເຂດລາສີເມຖຸນ ແລະ ຈະໂຄຈອນວິປະລິດ ພັກອົງສາໄປຈົນເຖິງວັນທີ 23 ມີນາ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ເປັນໄລຍະທີ່ຄວນລະວັງການໃຊ້ຄໍາເວົ້າ/ຂຽນ ທີ່ສະແດງຄວາມຄິດເຫັນທີ່ຂັດແຍ້ງ, ຕໍ່ຕ້ານກັບຜູ້ໃຫຍ່, ຜູ້ມີອໍານາດສູງກວ່າຢ່າງກ້າວຮ້າວ, ຮຸນແຮງ ກໍ່ອາດເຮັດໃຫ້ “ຖືກຖີບຫົວສົ່ງ” ກະເດັນອອກມາຈາກສະຖານະຄວາມໝັ້ນຄົງທີ່ເຄີຍໄດ້ຮັບ..ບ້ານ, ທີ່ຢູ່ອາໄສ ຫຼື ໜ້າທີ່ການງານ.

 

ລາສີພຶດສະພາ (14 ພຶດສະພາ – 14 ມິຖຸນາ)

 

 

ຊາວລາສີພຶດສະພາ – ຊາວລາສີຜູ້ເປັນແກນຫຼັກຂອງກົງລໍ້ຊີວິດ ທີ່ເຮັດໃຫ້ຊີວິດຂອງທຸກຄົນທີ່ກ່ຽວຂ້ອງຂັບເຄື່ອນໄປໄດ້. ຊາວລາສີຜູ້ຍຶດຄະຕິ “ຊ້າເປັນການ, ນານເປັນຄຸນ” ຄິດຊ້າແຕ່ຈະບໍ່ຜິດພາດ ແມ່ນແຕ່ຄວາມໃຈຮ້າຍກໍຊ້າ ແຕ່ຖ້າໃຈຮ້າຍຂຶ້ນເມື່ອໃດກໍ່ຕົວໃຜຕົວມັນ.

 

ການເງິນ: ກວດສອບຂໍ້ມູນໃຫ້ລະອຽດ, ພິຈາລະນາໃຫ້ຮອບຄອບ ຖ້າຖືກມິດສະຫາຍຊັກຊວນໃຫ້ຮ່ວມຫຸ້ນ, ລົງທຶນ ຫຼື ຂໍກູ້ຢືມ ເພາະມີເກນຄວາມສ່ຽງທີ່ຈະຂາດທຶນ, ສູນເສຍຫຼາຍກວ່າ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ການງານ: ການເຂົ້າສັງຄົມ ຫຼື ໃຊ້ສື່ອອນລາຍເຜີຍແຜ່ຕົວຕົນໃຫ້ຫຼາຍຂຶ້ນ, ສະແດງບົດບາດການເປັນ “ຜູ້ຮູ້” ຢ່າງເຕັມທີ່ ກໍ່ຈະຢູ່ໃນເກນດີທີ່ຈະເຮັດໃຫ້ການງານ, ພາລະກິດທີ່ເຮັດຢູ່ ຫຼື ກໍາລັງເລີ່ມເຮັດ ຈະໄດ້ລາບຜົນດັ່ງທີ່ຄາດຫວັງ. ສໍາລັບເຈົ້າຂອງກິດຈະການ, ຜູ້ບໍລິຫານ ວັນທີ 25-27 ເປັນວັນປະນີປະນອມ ໂດຍສະເພາະຈະຕິດຕາມ, ທວງຖາມງານທີ່ຄົງຄ້າງ. ການຍອມຜ່ອນປ່ຽນກໍ່ອາດເຮັດໃຫ້ໄດ້ຮັບຄວາມຮ່ວມມື, ເທໃຈໃຫ້ທັງດວງ ຈາກພະນັກງານ, ລູກຈ້າງໄດ້ເລີຍ.

 

ຄວາມຮັກ: ຮັກທີ່ຫຼອກລວງ, ບໍ່ຈິງໃຈ ແລະ ອັນຕະລາຍ! ທີ່ຈະໄດ້ພົບຈາກການສັງສັນ, ຮ່ວມກັບມິດສະຫາຍໂດຍສະເພາະໃນສະຖານທີ່ບັນເທີງເລີງລົມ ໂດຍສະເພາະວັນທີ 28-30 ທີ່ຄວນລະວັງໃຫ້ຫຼາຍເປັນພິເສດ. ສໍາລັບຄົນມີຄົນຮັກ, ຄູ່ຄອງຢູ່ແລ້ວ ຖ້າເຜີກາຍ, ເຜີໃຈ ກໍ່ຮັກຊ້ອນ, ຊ່ອນຮັກ ວິບາກກໍາຈາກດາວເສົາ ກໍ່ອາດສົ່ງຜົນໃຫ້ຢ່າງວ່ອງໄວ…ທຸກກາຍ, ທຸກໃຈ.

 

ຄອບຄົວ: ຢ່າປະມາດ ເງິນທອງ, ຂອງມີຄ່າ ອາດສູນຫາຍ ຄົນຮັບໃຊ້, ບໍລິວານໃນເຮືອນອາດກໍ່ເລື່ອງ ເຮັດໃຫ້ເດືອດຮ້ອນ, ເສຍຫາຍໄດ້ ຊຶ່ງວັນທີ 29-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ນັບຈາກນີ້ໄປອີກ 7 ປີ ຈົນເຖິງເດືອນກໍລະກົດ 2031 ດາວມະຕະຍູ ໄດ້ໂຄຈອນມາສະຖິດ ຢູ່ເຂດລາສີກໍາເນີດຂອງຊາວລາສີພຶດສະພາ ຊຶ່ງນັ້ນຄືສັນຍານບົ່ງບອກວ່າເປັນໄລຍະທີ່ຄວນ..ກຽມພ້ອມຮັບການປ່ຽນແປງທີ່ອາດເກີດຂຶ້ນຢ່າງບໍ່ຄາດຝັນ, ກຽມພ້ອມຮັບທີ່ຈະຮຽນຮູ້ສິ່ງໃໝ່ໆ ທີ່ຈະເກີດຂຶ້ນ ແລະ ກະທໍາຢ່າງຮອບຄອບລະມັດລະວັງ, ກຽມພ້ອມທີ່ຈະກ້າວຂ້າມຜ່ານຂີດຈໍາກັດຂອງຕົນເອງໄປໃຫ້ໄດ້ຢ່າງທີ່ຈະ…ສ່ຽງໜ້ອຍທີ່ສຸດ, ເພື່ອໃຫ້ໄດ້ຮັບລາບ, ຜົນປະໂຫຍດຫຼາຍທີ່ສຸດ ແລະ ສູນເສຍໜ້ອຍທີ່ສຸດ!

 

ຄໍາແນະນໍາ: ຈົນເຖິງວັນທີ 3 ພຶດສະພາ ດາວສຸກ, ດາວແຫ່ງຄວາມຮັກ, ຄວາມສຸກ, ຄວາມໝັ້ງຄັ່ງ, ຮັ່ງມີ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີພຶດສະພາ ກໍາລັງໂຄຈອນວິປະລິດຈາກຊ້າ ຈົນຢຸດນິ່ງ, ຖອຍຫຼັງ ໃນເຂດລາສີມີນ ທີ່ມີລາຫູ ແລະ ເນບຈູນຮ່ວມສະຖິດຢູ່ດ້ວຍ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ລະວັງ..ຢ່າໄວ້ໃຈໃຜ ເພື່ອນຮັກຫັກຫຼ່ຽມໂຫດ ເພາະຖ້າປະມາດ ກໍ່ຈະນໍາເຫດ/ໄພ ອັນຕະລາຍມາໃຫ້ຢ່າງຮ້າຍແຮງ!

 

ຈົນເຖິງວັນທີ 15 ພຶດສະພາ 2568 ດາວພະຫັດສະບໍດີ ດາວໂຊກລາບ ຄວາມສໍາເລັດ ຈະໂຄຈອນມາສະຖິດ ຢູ່ເຂດລາສີກໍາເນີດຂອງຊາວລາສີພຶດສະພາ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ການເຮັດຕົນເທົ່າຕົ້ນເທົ່າປາຍ ບໍ່ຟຸ້ງເຟີ້, ລືມຕົວໄປຕາມລາບ, ຜົນສໍາເລັດທີ່ຈະເກີດຂຶ້ນ ເຖິງຈະຢູ່ໃນເກນດີທີ່ຈະເຮັດໃຫ້ເຈະລີນຮຸ່ງເຮືອງໄປຍາວນານ.

ລາສີເມຖຸນ (15 ມິຖຸນາ – 15 ກໍລະກົດ)

 

 

ຊາວລາສີເມຖຸນ – ລາສີທາດລົມ ທີ່ມີດາວພຸດ, ດາວແຫ່ງຄວາມຄິດ, ສະຕິປັນຍາ ເປັນເຈົ້າເຮືອນ ບອກເຖິງການເປັນຜູ້ມັກຮຽນ ແລະ ມ່ວນທີ່ຈະຮຽນຮູ້ ບອກເຖິງພອນສະຫວັນທີ່ບໍ່ມີໃຜປຽບທຽລບໃນການເຈລະຈາ, ຫາເລື່ອງທັງທີ່ມີສາລະ ແລະບໍ່ມີສາລະມາລົມນຳໄດ້ກັບທຸກຄົນ, ທຸກເວລາ ແລະ ທຸກສະຖານທີ່.

 

ການເງິນ: ທັງຈາກງານ, ພາລະກິດທີ່ກໍາລັງເຮັດ ຫຼື ຈະສ່ຽງໂຊກ, ເກັງກໍາໄລໄລຍະສັ້ນ ກໍ່ຈະຢູ່ໃນເກນດີທີ່ຈະເຮັດໃຫ້ມີລາບ, ຜົນກໍາໄລຕາມມາ. ແຕ່ວັນທີ 24-25 ຄວນລະວັງອາລົມ “ລະເບີດ” ໃນການຕິດຕໍ່, ສໍາພັນກັບຜູ້ໃດ ກໍ່ອາດສົ່ງຜົນເສຍຈົນເຮັດໃຫ້ສູນເສຍເງິນຈໍານວນຫຼາຍໄດ້.

 

ການງານ: ຖ້າເຮັດວຽກຮ່ວມກຸ່ມຄະນະໃດໆ ກໍ່ຄວນລະວັງການຕິດຕໍ່, ສື່ສານ ທີ່ບໍ່ຊັດເຈນ ຫຼື ຜິດພາດ ທີ່ແມ່ນແຕ່ເລື່ອງນ້ອຍໆ ກໍ່ອາດຈະເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່, ຖືກປ້າຍຄວາມຜິດໃຫ້ຕ້ອງຮັບຜິດຊອບທັງໝົດ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄວາມຮັກ: ໃສ່ໃຈ, ໃຫ້ເວລາ, ໃຫ້ຄວາມສໍາຄັນກັບຄົນຮັກ, ຄູ່ຄອງ ໃຫ້ຫຼາຍກວ່າ “ບ້າງານ” ໝົກມຸ່ນກັບວຽກ, ເງິນ, ກັບການແກ້ໄຂບັນຫາງານທີ່ເຮັດບໍ່ຮູ້ຈົບ ເຖິງຈະຢູ່ໃນເກນດີທີ່ຈະຮັກສາສໍາພັນຮັກໃຫ້ລາບລື່ນໄວ້ໄດ້. ສໍາລັບຄົນໂສດ ທັງຈາກການໃຊ້ສື່ອອນລາຍ ຫຼື ຈາກສະຖານບັນເທິງເລີງລົມ ອາດເຮັດໃຫ້ໄດ້ພົບຮັກ, ເຈິຄົນທີ່ເຮັດໃຫ້ຫຼົງໄຫຼ, ຄຼັ້ງໄຄ້ ແຕ່ຢັ້ງໃຈໜ້ອຍໜຶ່ງ ກ່ອນຄິດຈະຈິງຈັງ ເພາະທີ່ຈະພົບເຫັນກໍ່ມີເກນສູງວ່າຈະເປັນ Romance Scammer (ຄົນຫຼອກລວງທາງຄວາມຮັກ).

 

ຄອບຄົວ: ເປັນໄລຍະທີ່ຄວນໃສ່ໃຈ, ເບິ່ງແຍງຜູ້ໃຫຍ່ໃນເຮືອນ ໂດຍສະເພາະທີ່ມີໂລກຊໍາເຮື້ອປະຈໍາຕົວຢູ່ແລ້ວໃຫ້ຫຼາຍຂຶ້ນ ເພາະອາດມີອາການກໍາເລີບຂຶ້ນມາໄດ້ ຊຶ່ງວັນທີ 26-28 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ຈົນເຖິງວັນທີ 7 ພຶດສະພາ ດາວພຸດ, ດາວປະຈໍາຕົວຂອງຊາວລາສີເມຖຸນ ໄດ້ໂຄຈອນມາສະຖິດຮ່ວມກັບດາວສຸກ, ດາວເນບຈູນ ແລະ ລາຫູໃນເຂດລາສີມີນ ຊຶ່ງນັ້ນຄືສັນຍານບົ່ງບອກວ່າງານ, ພາລະກິດ ທີ່ເຮັດຮ່ວມກັບບຸກຄົນອື່ນ ຢ່າງຍອມຮັບຟັງ ແລະ ປະຕິບັດຕາມຄວາມຄິດເຫັນຂອງສຽງສ່ວນຫຼາຍ ເຖິງຈະຢູ່ໃນເກນດີທີ່ຈະເຮັດໃຫ້ໄດ້ຮັບຄວາມຮ່ວມມື, ຄວາມເຊື່ອຖື, ນິຍົມ, ຮັກໃຄ່ ຈົນໄດ້ຮັບລາບ, ຜົນປະໂຫຍດດັ່ງທີ່ຄາດຫວັງ.

 

ລາສີກໍລະກົດ (13 ກໍລະກົດ – 15 ສິງຫາ)

 

 

ຊາວລາສີກໍລະກົດ – ລາສີຕົ້ນທາດນໍ້າ ຜູ້ດໍາເນີນຊີວິດໄປຕາມສຽງຮຽກຮ້ອງຂອງຫົວໃຈ ຊຶ່ງຂຶ້ນກັບຄວາມຮູ້ສຶກ, ບໍ່ອ້າງອີງ ຫຼື ຍຶດຖື ຕໍາລາ ຫຼື ທິດສະດີໃດໆ. ໂລກຈະໝຸນຊ້າຍ ຫຼື ຂວາກໍ່ບໍ່ສົນ ແຕ່ຖ້າຄວາມຮູ້ສຶກບອກວ່າຖືກຕ້ອງກໍ່ຈະເຮັດ ແຕ່ຖ້າບໍ່ແມ່ນກໍ່ຈະປະຕິເສດ ຫຼື ຕໍ່ຕ້ານໂດຍທັນທີ.

 

ການເງິນ: ເທບບັນດານ, ສັດທານໍາທາງ ກໍ່ອາດເຮັດໃຫ້ໄດ້ຮັບລາບຜົນ, ມີເງິນທອງໄຫຼມາເທມາ. ແຕ່ຖ້າຄິດຈະສ່ຽງໂຊກ, ເກັງກໍາໄລ, ລົງທຶນດ້ວຍເງິນຈຳນວນຫຼາຍໆ ກໍ່ຄວນຄິດໃຫ້ຮອບຄອບ ເພາະອາດຫຼົງຜິດ, ຄິດຜິດຈາກ..ມ່ານຫຼອກຕາ, ມາຍາແຫ່ງໃຈໄດ້! ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ການງານ: ກິດຈະການ, ງານທີ່ຕິດຕໍ່, ສໍາພັນກັບຕ່າງປະເທດ ທັງເລື່ອງການສຶກສາ, ທ່ອງທ່ຽວ ຫຼື ການຂຽນນິຍາຍຮັກ, ໂຣແມນຕິກ, ຈິນຕະນາການກວ້າງໄກສຸດຊອບຟ້າ ກໍ່ຈະຢູ່ໃນເກນດີທີ່ຈະເຮັດໃຫ້ມີຊື່ສຽງ, ມີລາບຜົນຕາມມາໃນໄລຍະຍາວ. ແຕ່ກໍ່ຄວນລະວັງ, ເຮັດດີແຕ່ຢ່າໃຫ້ເດັ່ນ ຈະເປັນໄພ ເພາະບໍ່ມີໃຜເຂົາຢາກເຫັນເຮົາເດັ່ນເກີນ! ກໍ່ອາດເຮັດໃຫ້ຖືກໃສ່ຮ້າຍປ້າຍສີ, ນິນທາເຮັດໃຫ້ເສື່ອມເສຍຊື່ສຽງໄດ້.

 

ຄວາມຮັກ: ວັນທີ 24-25 ຄວາມຮັກທີ່ເບາະບາງ ທີ່ບໍ່ຄວນຄາດຫວັງໃດໆ ຈາກຄົນຮັກ, ຄູ່ຄອງ ທັງຂໍຄວາມຊ່ວຍເຫຼືອ ຫຼື ທວງຖາມຄໍາໝັ້ນສັນຍາວ່າຈະໃຫ້ ເພາະອາດເຮັດໃຫ້ຜິດຫວັງ, ເສຍໃຈໄດ້. ສໍາລັບຄົນໂສດ ທັງຈາກການເດີນທາງທ່ອງທ່ຽວ ຫຼື ຈະເຂົ້າຮ່ວມກິດຈະກໍາຕາມຄວາມເຊື່ອ, ສັດທາໃດໆ ກໍ່ອາດເຮັດໃຫ້ພົບຮັກ, ເຈີຮັກທີ່ສຸດແສນໂຣແມນຕິກ ແຕ່ເຂົາຜູ້ນັ້ນ ກໍ່ອາດເຮັດໃຫ້ທຸກກາຍ, ທຸກໃຈໃນເວລາອີກບໍ່ດົນ.

 

ສຸຂະພາບ: ຍັງຢູ່ໃນໄລຍະທີ່ຄວນລະວັງການຮ່ວມກຸ່ມ ຫຼື ແອອັດຢູ່ກັບຄົນຈໍານວນຫຼາຍ, ໂລກໄພໄຂ້ເຈັບກໍ່ຈະມາຫາຢ່າງວ່ອງໄວ!

 

ຄໍາແນະນໍາ: ຈົນເຖິງວັນທີ 19 ພຶດສະພາ ປີນີ້ ດາວເສົາ, ເຈົ້າແຫ່ງຊະຕາກໍາ ແລະ ທີ່ເປັນສັນຍາລັກແຫ່ງຄູ່ຄອງ ໄດ້ໂຄຈອນມາສະຖິດ ຢູ່ເຂດລາສີກຸມພາ ໃນພົບມໍລະນະຂອງຊາວລາສີກໍລະກົດ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ຄວາມຮັກຄືຄວາມທຸກ! ໂດຍສະເພາະທີ່ຍັງໂສດ ການຈະໄຂ່ວຄວ້າຫາຄູ່ຄອງດີໆ ກໍ່ຍາກຍິ່ງກວ່າງົມເຂັມໃນມະຫາສະໝຸດ ເຖິງໄດ້ມາແລ້ວກໍ່ຍາກທີ່ຈະຮັກສາໃຫ້ຍືນນານໄດ້!

 

ລາສີສິງ (16 ສິງຫາ – 15 ກັນຍາ)

 

 

ຊາວລາສີສິງ – ລາສີທາດໄຟ ທີ່ມີດາວອາທິດ, ດາວທາດໄຟເຊັ່ນກັນເປັນເຈົ້າລາສີ ທີ່ບອກເຖິງຄວາມມ່ວນຊື່ນ, ລ່າເລີງ, ມີຊີວິດຊີວາ, ຊີວິດຄືການຕໍ່ສູ້ ເຖິງຈະສູ້ຢ່າງເຄັ່ງຄຽດເອົາຈິງເອົາຈັງ ແຕ່ຊາວລາສີສິງຫາກໍ່ມ່ວນຊື່ນທີ່ຈະສູ້ດ້ວຍ.

 

ການເງິນ: ວຽກງານ, ພາລະກິດທີ່ເຮັດແບບ “ຈັບເສືອມືເປົ່າ” ເຖິງຈະຢູ່ໃນເກນດີທີ່ຈະຫາລາຍໄດ້ໃຫ້ຫຼາຍຂຶ້ນໄດ້ຢ່າງວ່ອງໄວ ແຕ່ກໍ່ຄວນລະວັງອາລົມຮັກ, ໃຄ່, ເສນ່ຫາ ໂດຍສະເພາະກັບເພດກົງກັນຂ້າມ ກໍ່ອາດເຮັດໃຫ້ສູນເສຍເງິນມະຫາສານ, ໝົດຕົວ ແລະ ເປັນໜີ້ອີກດ້ວຍ!

 

ການງານ: ກິດຈະການ, ງານທີ່ປັບປຸງ, ປ່ຽນແປງຈາກ “ເກົ່າເປັນໃໝ່” ທັງຈາກວັດຖຸ ຫຼື ປ່ຽນຮູບ, ປຸງແຕ່ງ, ເສີມຄວາມງາມ ກໍ່ຈະຢູ່ໃນເກນດີທີ່ຈະເຮັດໃຫ້ມີຊື່ສຽງ, ມີເງິນທອງໄຫຼມາເທມາ. ແຕ່ຄວນລະວັງການໃຊ້ຄໍາເວົ້າ/ຂຽນ/ໂຄສະນາເຜີຍແຜ່ທີ່ເວີ່ນເວົ້າເກີນຈິງ ກໍ່ອາດນໍາໄປສູ່ການຖືກຟ້ອງຮ້ອງ, ມີຄະດີຄວາມໄດ້ເຊັ່ນກັນ.

 

ຄວາມຮັກ: ຢູ່ໃນໄລຍະທີ່ຄວນໃສ່ໃຈເລື່ອງການໃຊ້ຈ່າຍເງິນຂອງຄູ່ຄອງ ໂດຍສະເພາະທີ່ສູງອາຍຸກວ່າໃຫ້ຫຼາຍໆ ເພາະອາດຖືກລໍ່ລວງ, ຫຼອກລວງຈົນສູນເສຍເງິນຈໍານວນຫຼາຍໄດ້. ສໍາລັບຄົນໂສດທີ່ຍັງມີອະດີດຮັກຝັງໃຈ ການໃຊ້ສື່ອອນລາຍ ກໍ່ອາດເປັນໂອກາດໃຫ້ໄດ້ພົບເຂົາ/ລາວ ແຕ່ຖ້າຈະຮື້ຟື້ນຄືນສໍາພັນ ກໍ່ຄວນໄຕ່ຕອງ, ພິຈາລະນາໃຫ້ຮອບຄອບ ເພາະເລີ່ມຕົ້ນ ເຂົາ/ລາວ ອາດຕ້ອງການພຽງແຕ່…ຂໍຄວາມຊ່ວຍເຫຼືອ ຫຼື ຂໍຢືມເງິນ!

 

ສຸຂະພາບ: ເປັນໄລຍະທີ່ຄວນລະວັງເຫດ/ໄພ, ອັນຕະລາຍຈາກ “ນໍ້າ” ໃຫ້ຫຼາຍໆ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍທີ່ສຸດ.

 

ຄໍາແນະນໍາ: ຈົນເຖິງວັນທີ 14 ເມສາ ດາວອາທິດ, ຂຸມພະລັງແຫ່ງຈັກກະວານ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີສິງຫາ ໄດ້ໂຄຈອນມາສະຖິດຮ່ວມກັບດາວພຸດ, ດາວເນບຈູນ ແລະ ພະລາຫູໃນເຂດລາສີມີນ ນັ້ນຄືສັນຍານບົ່ງບອກວ່າ ເປັນໄລຍະທີ່ອາດຖືກ “ຂຸດບໍ່ ລໍ່ປາ” ຖືກອ່ອຍເຫຍື່ອດ້ວຍການໃຫ້ລາບ, ຜົນປະໂຫຍດກ່ອນ ແຕ່ສິ່ງທີ່ຕາມມາຄື…ໝົດຕົວ!

 

ລາສີກັນ (16 ກັນຍາ – 15 ຕຸລາ)

 

 

ຊາວລາສີກັນ – ລາສີແຫ່ງນາງຟ້າ ທີ່ປາຖະໜາຄວາມງົດງາມ, ບໍລິສຸດ ແລະ ສົມບູນແບບ. ດັ່ງນັ້ນພາລະກິດຂອງ “ນາງຟ້າ” ຄືພະຍາຍາມກໍາຈັດສິ່ງເປີເປື້ອນ, ມີມົນລະພິດໃຫ້ພົ້ນໄປຈາກຊີວິດ, ຮ່າງກາຍ, ຫົວໃຈ ແລະ ຄອຍຫາສິ່ງມາເຕີມເຕັມຊີວິດ, ຮ່າງກາຍ ແລະ ຫົວໃຈ ໃຫ້ບໍລິສຸດງົດງາມຢູ່ສະເໝີ.

 

ການເງິນ: ຂຶ້ນຢູ່ກັບອາລົມຂອງຜູ້ທີ່ຕິດຕໍ່, ສໍາພັນດ້ວຍ ເຖິງຈະໃຫ້ໂອກາດວ່າຈະເຮັດໃຫ້ມີລາຍໄດ້ຫຼາຍປານໃດ ແຕ່ວັນທີ 28-30 ຄວນລະວັງອາລົມແປປວນຈາກເຂົາ/ລາວ ກໍ່ອາດເຮັດໃຫ້ຜິດຫວັງໄດ້!

 

ການງານ: ຢູ່ໃນໄລຍະທີ່ອາດເຈີອຸປະສັກ ໂດຍສະເພາະເມື່ອຈະລົງທຶນ, ເລີ່ມງານ, ໂຄງການໃໝ່ໆ ຫຼື ຈະເພີ່ມງານ, ເພີ່ມຄວາມຮັບຜິດຊອບໃຫ້ພະນັກງານ, ລູກຈ້າງ ໂດຍບໍ່ໄດ້ປຶກສາຫາລືໃດໆ ເພາະອາດຖືກຄັດຄ້ານ, ຕໍ່ຕ້ານ ທີ່ຈະເຮັດໃຫ້ງານເດີນຕໍ່ໄປບໍ່ໄດ້. ສໍາລັບຄົນວ່າງງານ ຖ້າຈະສະໝັກງານ, ໄປສໍາພາດງານ ກໍ່ຢ່າປະມາດ ເພາະມີເກນຈະຖືກຫຼອກ..ສູງຫຼາຍ

 

ຄວາມຮັກ: ຢູ່ໃນໄລຍະທີ່ຄວນອົດທົນ, ອົດກັ້ນກັບອາລົມ, ວີນ, ເຫວີ່ຍ ຫຼາຍຂຶ້ນຈາກຄົນຮັກ, ຄູ່ຄອງ ລວມເຖິງຫວາດລະແວງ, ຫວງຫຶງ, ຫາເລື່ອງຊວນຜິດຖຽງວິວາດຢ່າງບໍ່ມີເຫດຜົນ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ. ສໍາລັບຄົນໂສດ ຖ້າຈະເຂົ້າຮ່ວມກິດຈະກໍາ, ສັນທະນາການໃດໆ ກໍ່ຢ່າປະມາດ ເພາະອາດເຈີກຸ່ມ Romance Scammers ເຂົ້າມາລຸມລ້ອມ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ສຸຂະພາບ: ເປັນໄລຍະທີ່ຄວນລະວັງຄວາມຄຽດ, ພັກຜ່ອນບໍ່ພຽງພໍ ອາດເຮັດໃຫ້ອາການເຈັບປ່ວຍ, ບໍ່ສະບາຍທີ່ເຄີຍເປັນ ກັບມາອີກຄັ້ງ ຊຶ່ງວັນທີ 29-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ຈົນເຖິງວັນທີ 7 ພຶດສະພາ ດາວພຸດ, ດາວປະຈໍາຕົວຂອງຊາວລາສີກັນຍາ ໄດ້ໂຄຈອນມາສະຖິດຮ່ວມກັບດາວສຸກ, ດາວເນບຈູນ ແລະ ລາຫູໃນເຂດລາສີມີນ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ການຄ້ອຍຕາມຄວາມຄິດເຫັນຂອງຄົນຮັກ, ຄູ່ຄອງ ຫຼື ຫຸ້ນສ່ວນ, ຄູ່ຄ້າ, ຄູ່ສັນຍາ ໂດຍຫຼີກລ່ຽງທີ່ຈະ “ຂັດຄໍ” ເຂົາ/ລາວ ໂດຍສະເພາະເມື່ອຢູ່ຕໍ່ໜ້າບຸກຄົນທີ 3 ເຖິງຈະຢູ່ໃນເກນດີທີ່ຈະສາມາດໂນ້ມນ້າວໃຈໃຫ້ມີການປ່ຽນແປງ ຈົນເກີດລາບ, ຜົນປະໂຫຍດ ດັ່ງທີ່ຄາດຫວັງໄດ້.

 

ລາສີຕຸລ (16 ຕຸລາ – 15 ພະຈິກ)

 

 

ຊາວລາສີຕຸລ – ລາສີທາດລົມ ຜູ້ມີດາວສຸກ, ເທບີວີນັສ, ເທບີແຫ່ງຄວາມງາມຄອງຈິດວິນຍານ ນັ້ນຄືສໍາລັບຊາວລາສີຕຸລຍ໌ ຄວາມສວຍງາມເຮັດໃຫ້ໂລກໝຸນ, ທຸກຢ່າງທີ່ຈະກະທໍາຕ້ອງສວຍຫຼູ, ດູດີໄວ້ກ່ອນ.

 

ການເງິນ: ຢູ່ໃນໄລຍະ..ງານເຮັດເງິນ ແຕ່ຖ້າຄິດຢາກຈະຮັ່ງມີທາງລັດ ດ້ວຍວິທີການທີ່ຕ້ອງ “ສ່ຽງ” ບໍ່ວ່າຈະເປັນຮູບແບບໃດ ກໍ່ຄວນກວດສອບຂໍ້ມູນ, ພິຈາລະນາໃຫ້ຮອບຄອບ ເພາະມີເກນຄວາມສ່ຽງສູງ ທີ່ຈະເຮັດໃຫ້ຜິດຫວັງຫຼາຍກວ່າ ຊຶ່ງວັນທີ 26-28 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ການງານ: ກິດຈະການ, ງານທີ່ເຮັດຢູ່ປະຈໍາ ໂດຍສະເພາະງານດ້ານບໍລິການ, ນາຍໜ້າ, ຕົວແທນ ໂດຍສະເພາະເລື່ອງຂອງສຸຂະພາບຈະຢູ່ໃນເກນດີ ທີ່ຈະເຮັດໃຫ້ຈະເລີນຮຸ່ງເຮືອງ, ມີເງິນທອງໄຫຼມາເທມາ. ແຕ່ຖ້າຈະຕ້ອງເຊັນສັນຍາ, ລົງນາມໃນເອກະສານສໍາຄັນ ກໍ່ຄວນກວດສອບໃຫ້ລະອຽດ ເພາະອາດມີໄນຍະແອບແຝງ ທີ່ຈະເຮັດໃຫ້ເສຍຮູ້, ເສຍປຽບໄດ້.

 

ຄວາມຮັກ: ວັນທີ 29-30 ຢູ່ໃນໄລຍະທີ່ຄົນຮັກ, ຄູ່ຄອງ ອາດມີອາລົມວີນ, ເຫວີ່ຍ ງ່າຍກວ່າປົກກະຕິ ທີ່ຄວນອົດທົນ, ອົດກັ້ນ ແລະ ຫຼີກລ່ຽງທີ່ຈະ “ປະທະ” ກັບເຂົາ/ລາວ ບໍ່ວ່າຈະດ້ວຍຄໍາເວົ້າ/ຂຽນ ຫຼື ການກະທໍາ ເພາະອາດລຸກລາມຈົນເຮັດໃຫ້ຜິດຖຽງວິວາດ ຈົນແຕກຫັກກັນໄດ້. ສໍາລັບຄົນໂສດທີ່ກໍາລັງໄຂ່ວຄວ້າຫາຮັກ ກໍ່ຄວນລະວັງການໃຊ້ແອັບຫາຄູ່ ຫຼື ເຂົ້າຮ່ວມກິດຈະກໍາ, ງານລື່ນເລີງໃດໆ ກໍ່ຢ່າປະມາດ ເພາະເຂົາ/ລາວ ທີ່ພົບເຫັນ ມີເກນສູງທີ່ຈະເປັນ…Romance Scammers (ຄົນຫຼອກລວງທາງຄວາມຮັກ).

 

ສຸຂະພາບ: ຢູ່ໃນເກນດີ ແຕ່ຖ້າກໍາລັງຈະເຮັດສັນຍະກໍາເພື່ອຄວາມງາມ ກໍ່ຄວນຫາຂໍ້ມູນ, ກວດສອບໃຫ້ລະອຽດ ເພາະອາດເຮັດແລ້ວ..ໜ້າບໍ່ຕົງປົກ! ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ຈົນເຖິງວັນທີ 3 ພຶດສະພາ ດາວສຸກ, ດາວແຫ່ງຄວາມຮັກ, ຄວາມສຸກ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີຕຸລ ທີ່ສະຖິດຮ່ວມກັບລາຫູ ແລະ ດາວເນບຈູນໃນເຂດລາສີມີນ ຈະໂຄຈອນວິປະລິດ, ພັກອົງສາ ຈົນຢຸດນິ່ງ ໃນເຂດລາສີມີນ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ເປັນໄລຍະເວລາທີ່ຄວນທົບທວນຕົວເອງໃນການຕິດຕໍ່, ສໍາພັນກັບຜູ້ອື່ນ ທີ່ຫາກໂລບຫຼາຍ, ຫວັງຜົນເລີດເຂົ້າຕົວເອງຢ່າງດຽວ ກໍ່ອາດເຮັດໃຫ້ສູນເສຍທັງໝົດໄດ້ເຊັ່ນກັນ.

 

ລາສີພະຈິກ (16 ພະຈິກ – 15 ທັນວາ)

 

 

ຊາວລາສີພະຈິກ – ຜູ້ປຽບເໝືອນນົກຟີນິກຊ໌ ທີ່ການປ່ຽນແປງຈາກຄວາມຮູ້ສຶກພາຍໃນ, ຈາກສັນຊາດຕະຍານຈະນໍາໄປສູ່ຊີວິດໃໝ່, ການເລີ່ມຕົ້ນໃໝ່ ທີ່ມີພະລັງ, ສ້າງສັນ ແລະ ສົດໃສ.

 

ການເງິນ: ໄດ້ມາຫຼາຍ, ເສຍໝົດ ຢູ່ໃນໄລຍະບໍ່ແນ່ນອນ. ຖ້າຄິດຈະຫາລາຍໄດ້ເພີ່ມເຕີມ ດ້ວຍວິທີການທີ່ຕ້ອງ “ສ່ຽງ” ບໍ່ວ່າຈະເປັນຮູບແບບໃດກໍຕາມ ແຕ່ກໍ່ຄວນລະວັງ, ວາງແຜນການເງິນໃຫ້ດີໆ ເພາະເລື່ອງຟຸມເຟືອຍທັງຂອງຕົນເອງ ຫຼື ເພື່ອຄົນທີ່ຮັກ, ໃຄ່, ເສນ່ຫາ ມີເກນສູງຫຼາຍ ຈົນອາດກໍ່ພາລະໜີ້ສິນຜູກພັນໄລຍະຍາວໄດ້.

 

ການງານ: ວັນທີ 26-27 ຖ້າຈະຕິດຕາມ, ທວງຖາມ ງານທີ່ຄົງຄ້າງ ຫຼື ຈະຮວບລັດສະຫຼຸບຜົນງານເພື່ອນໍາສະເໜີ ກໍ່ຢູ່ໃນເກນດີທີ່ຈະເຮັດໄດ້ດັ່ງທີ່ຄາດຫວັງ. ແຕ່ຖ້າຖືກມິດສະຫາຍຊັກຊວນໃຫ້ຮ່ວມຫຸ້ນ, ລົງທຶນກັບໂຄງການຂະໜາດອະພິມະຫາໂປຣເຈັກ ກໍ່ຄວນກວດສອບຂໍ້ມູນໃຫ້ລະອຽດ, ພິຈາລະນາໃຫ້ຮອບຄອບ ເພາະມີເກນສູງວ່າຈະເປັນການ…ຕໍານໍ້າພິກລະລາຍແມ່ນໍ້າ ຫຼາຍກວ່າ.

 

ຄວາມຮັກ: ຢ່າປ່ອຍໃຫ້ເຂົາ/ລາວ…ເຫງົາ! ທີ່ຄວນໃສ່ໃຈ, ໃຫ້ເວລາກັບຄົນຮັກ, ຄູ່ຄອງໃຫ້ຫຼາຍຂຶ້ນ ກ່ອນທີ່ເຂົາ ຈະແກ້ເຫງົາດ້ວຍການອອກໄປທ່ຽວກັບມິດສະຫາຍ ຈົນອາດກາຍເປັນ “ຕິດໝູ່” ທີ່ຈະເຮັດໃຫ້ສໍາພັນຮັກມີບັນຫາໄດ້. ສໍາລັບຄົນໂສດ ການໃຊ້ແອັບຫາຄູ່ ຫຼື ໄປຕາມແຫຼ່ງບັນເທິງເລີງລົມກໍ່ອາດເຮັດໃຫ້ພົບຮັກ, ເຈິຄົນຖືກໃຈ ທີ່ຈະຊ່ວຍໃຫ້ຫາຍເຫງົາໃຈໄດ້ຊົ່ວຄາວ!

 

ສຸຂະພາບ: ຍັງຢູ່ໃນໄລຍະທີ່ຄວນລະວັງວ່າ ຖ້າເປັນສະຕີທີ່ກໍາລັງຖືພາ ກໍ່ຢ່າປະມາດ ເພາະອາດເຈັບປ່ວຍ, ບໍ່ສະບາຍ ທີ່ຈະມີຜົນກັບຄັນໄດ້ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ຈົນເຖິງວັນທີ 2 ເມສາ ປີນີ້ ດາວອັງຄານ ທີ່ເປັນດາວປະຈໍາຕົວຂອງຊາວລາສີພິຈິກ ກໍ່ຈະໂຄຈອນຍ້ອນກັບມາສະຖິດທີ່ ເຂດລາສີເມຖຸນ ແລະ ຈົນເຖິງວັນທີ 23 ມີນາ ກໍ່ຈະໂຄຈອນວິປະລິດ, ພັກອົງສາອີກດ້ວຍ ຊຶ່ງນັ້ນຄືສັນຍານເຕືອນວ່າເປັນໄລຍະທີ່ຄວນລະວັງການໃຊ້ຄໍາເວົ້າ/ຂຽນທີ່ກ້າວຮ້າວ, ຮຸນແຮງ, ເຢັ້ນຢັນ, ແດກດັນຜູ້ໃດ ທັງກັບຜູ້ທີ່ຕິດຕໍ່, ສໍາພັນດ້ວຍ ຫຼື ຈາກການໃຊ້ສື່ອອນລາຍ ກໍ່ອາດນໍາເຫດ/ໄພພິບັດ, ກໍ່ສັດຕູ, ເສຍຊື່ສຽງມາໃຫ້.

ລາສີທະນູ (16 ທັນວາ – 15 ມັງກອນ)

 

 

ຊາວລາສີທະນູ – ຜູ້ມີພະລັງແຫ່ງການໄລ່ລ່າ ແລະ ເລັງເປົ້າໝາຍໄດ້ຢ່າງແມ່ນຍໍາ, ຊີວິດ, ຈິດໃຈທີ່ພ້ອມຈະຕໍ່ສູ້, ຈະສ່ຽງ ເພື່ອນໍາໄປສູ່ການພັດທະນາທັງຄວາມຄິດ, ສະຕິປັນຍາ ເພື່ອຂຶ້ນໄປສູ່ສິ່ງທີ່ດີກວ່າສະເໝີ.

 

ການເງິນ: ຫາກຈະຫາລາຍໄດ້ເພີ່ມເຕີມ ຫຼື ຈະສ່ຽງໂຊກ, ເກັງກໍາໄລ ກໍ່ຢູ່ໃນເກນດີທີ່ຈະມີໂອກາດໄດ້ຮັບລາບຜົນ. ແຕ່ຖ້າຄິດຈະຊ່ອມແຊມບ້ານ, ທີ່ຢູ່ອາໄສ ກໍ່ຄວນກວດສອບງົບປະມານໃຫ້ດີໆ ເພາະມີເກນສູງວ່າຈະ..ບານປາຍ!

 

ການງານ: ເຮັດດີແຕ່ຢ່າເດັ່ນຈະເປັນໄພ ໂດຍສະເພາະກັບງານ, ພາລະກິດທີ່ເຮັດຮ່ວມກັບຜູ້ອື່ນ ເພາະອາດຖືກອິດສາ, ໝັ່ນໄສ້ ຈົນຖືກປັດແຂ້ງປັດຂາ ທີ່ຈະເປັນອຸປະສັກເຮັດໃຫ້ວຽກ, ພາລະກິດນັ້ນໆ ບໍ່ສໍາເລັດຕາມກໍານົດເວລາໄດ້. ສໍາລັບຄົນວ່າງງານ ຫາກສະໝັກງານແຖວບ້ານ ຫຼື ໃນຖິ່ນກໍາເນີດ, ພູມລໍາເນົາເດີມ ກໍ່ຈະມີໂອກາດຫຼາຍຂຶ້ນ. ແລະ ວັນທີ 26-28 ຖ້າຈະເດີນທາງ ຫຼື ມີນັດສໍາຄັນກໍ່ຢ່າປະມາດ ເພາະອາດເຈີເຫດ/ໄພ ທີ່ຈະເຮັດໃຫ້ຊ້າ ຫຼື ບໍ່ໄດ້ໄປ!

 

ຄວາມຮັກ: ຮ່ວມດ້ວຍ, ຊ່ວຍກັນທີ່ຈະຊ່ວຍເຂົາ ໃນການເບິ່ງແຍງບ້ານ, ທີ່ຢູ່ອາໄສ ໃຫ້ສວຍງາມ, ສະອາດຕາ ລວມເຖິງເບິ່ງແຍງຄົນໃນຄອບຄົວໃຫ້ຢູ່ຮ່ວມກັນຢ່າງຮົ່ມເຢັນເປັນສຸກ ເຖິງຈະຢູ່ໃນເກນດີທີ່ຈະຮັກສາສໍາພັນຮັກໃຫ້ລາບລື່ນໄວ້ໄດ້. ສໍາລັບຄົນໂສດ ບໍ່ຕ້ອງໄປຫາໄກໆ ທັງຈາກຄົນໃກ້ຕົວ, ຢູ່ໃກ້ບ້ານ ຫຼື ເຮັດວຽກຢູ່ທີ່ດຽວກັນ, ຫຼຽວຫາໃຫ້ດີໆ ກໍ່ອາດໄດ້..ສະຫຼະໂສດ.

 

ສຸຂະພາບ: ຢູ່ໃນເກນດີ ແຕ່ກໍ່ຄວນລະວັງເຫດ/ໄພຈາກ “ນໍ້າ” ອາດເຮັດໃຫ້ເຈັບປ່ວຍ, ບໍ່ສະບາຍໄດ້.

 

ຄໍາແນະນໍາ: ຈົນເຖິງວັນທີ 15 ພຶດສະພາ 2025 ດາວພະຫັດ, ລາຊາທິບໍດີແຫ່ງສະຫວງສະຫວັນ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີທະນູ ໄດ້ໂຄຈອນເຂົ້າມາສະຖິດ ຢູ່ເຂດລາສີພຶດສະພາ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ຮັກໃນສິ່ງທີ່ເຮັດ ແລະ ໃຫ້ເຮັດໃນສິ່ງທີ່ຮັກ ລວມເຖິງການຊ່ວຍເຫຼືອ, ບໍລິການຜູ້ອື່ນໃຫ້ຫຼາຍຂຶ້ນ ກໍ່ຈະຢູ່ໃນເກນດີທີ່ຈະເພີ່ມ “ຄຸນຄ່າໃນຕົວເອງ” ໃຫ້ຫຼາຍຂຶ້ນ ທີ່ຈະເຮັດໃຫ້ໄດ້ໂຊກມີລາບ, ມີເງິນທອງໄຫຼມາເທມາ ທີ່ສາມາດຈະໃຊ້ຊີວິດໄດ້ຢ່າງເລີດຫຼູ, ສຸກສະບາຍຢ່າງເຕັມທີ່.

 

ລາສີມັງກອນ (16 ມັງກອນ – 15 ກຸມພາ)

 

ຊາວລາສີມັງກອນ – ລາສີຂອງຜູ້ທີ່ເກີດມາເພື່ອເປັນຜູ້ນໍາ, ນັກບໍລິຫານການຈັດການທີ່ເກັ່ງກ້າ ທີ່ກໍານົດຊີວິດໄປຕາມກົດ, ລະບຽບ, ກະຕິກາຂອງສັງຄົມຢ່າງເຄັ່ງຄັດ, ເປັນທີ່ຮັກຊື່ນຊົມກໍ່ຫຼາຍ ແຕ່ມີຄົນບໍ່ມັກກໍ່ຫຼາຍ.

 

ການເງິນ: ວັນທີ 26-27 ຈະຕິດຕາມ, ທວງຖາມໜີ້ສິນທີ່ມີຜູ້ອື່ນຄ້າງຊໍາລະ ຫຼື ຈະຂໍກູ້ຢືມ ກໍ່ຈະຢູ່ໃນເກນດີ ທີ່ຈະສໍາເລັດໄດ້ຕາມທີ່ຄາດຫວັງ. ແຕ່ເປັນໄລຍະທີ່ຄວນລະວັງເຫດ/ໄພຈາກການເດີນທາງ ຫຼື ອຸປະກອນອີເລັກໂທຣນິກ ເສຍຫາຍ ທີ່ອາດຕ້ອງໃຊ້ເງິນຈໍານວນຫຼາຍກວ່າທີ່ຈະຫາມາໄດ້.

 

ການງານ: ຈະສະເໜີຜົນງານຈາກການຂຽນຕໍາລາ, ວິຊາການ ຫຼື ນະວະນິຍາຍ ຈະຢູ່ໃນເກນດີ ທີ່ຈະເຮັດໃຫ້ມີຊື່ສຽງ, ມີເງິນທອງໄຫຼມາເທມາ. ແຕ່ຖ້າພາລະກິດທີ່ຕ້ອງຮ່ວມເຮັດວຽກເປັນໝູ່ຄະນະ ກໍ່ເປັນໄລຍະທີ່ຄວນລະວັງຖືກ..ປ່ວນ..ຖືກກວນນໍ້າໃຫ້ຂຸ່ນ ເພື່ອຫວັງທີ່ຈະໃຫ້ງານ, ພາລະກິດນັ້ນໆ ລົ້ມເຫຼວໄປເລີຍ ຊຶ່ງວັນທີ 27-29 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄວາມຮັກ: ການເດີນທາງທ່ອງທ່ຽວ ໂດຍສະເພາະທີ່ຮ່ວມກຸ່ມກັບຍາດສະໜິດມິດສະຫາຍ ອາດເຮັດໃຫ້ຄົນໂສດໄດ້ພົບຮັກ, ເຈີຄົນຖືກໃຈ ທີ່ເຂົາ ຈະມາຊ່ວຍເຮັດໃຫ້ຫາຍເຫງົາໃຈໄດ້…ຊົ່ວຄາວ. ແຕ່ສໍາລັບຄົນມີຄົນຮັກ, ຄູ່ຄອງ ຢູ່ແລ້ວ ກໍ່ຄວນລະວັງອາດມີ “ມືທີ່ສາມ” ເຂົ້າມາແຊກກາງ, ມາຍົ່ວຍຸ ເພື່ອທໍາລາຍຊີວິດຄູ່ດ້ວຍ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄອບຄົວ: “ຕາມໃຈທ່ານ” ທີ່ໃຊ້ກັບຍາດຜູ້ໃຫຍ່ ໂດຍສະເພາະວັນທີ 24-25 ແລະ 28-30 ທີ່ອາດອາລົມຫງຸດຫງິດ, ແປປວນຫຼາຍຂຶ້ນ.

 

ຄໍາແນະນໍາ: ຈົນເຖິງວັນທີ 30 ມີນາ 2025 ດາວເສົາ, ເຈົ້າແຫ່ງຊະຕາກໍາ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີມັງກອນ ໄດ້ໂຄຈອນອອກຈາກລາສີກໍາເນີດ ມາສະຖິດ ຢູ່ເຂດລາສີກຸມແລ້ວ ຊຶ່ງນັ້ນຄືສັນຍານບົ່ງບອກວ່າໄດ້ “ປົດລັອກ” ຈາກບັນຫາທີ່ແບກເອົາໄວ້ມາເກືອບ 3 ປີ ແລະ ເປັນໄລຍະເວລາທີ່ດີທີ່ຈະສ້າງຖານະໃຫ້ເຈະລີນຮຸ່ງເຮືອງ, ກ້າວໜ້າ ດ້ວຍການເຮັດຕົວເອງໃຫ້ໂດດ, ເດັ່ນ, ດັງ, ເປັນຜູ້ນໍາໃນການຮ່ວມກຸ່ມເຮັດວຽກ, ພາລະກິດ ຫຼື ຈາກການໃຊ້ສື່ອອນລາຍເຜີຍແຜ່ຕົນເອງທາງດ້ານວິຊາການຄວາມຮູ້ໃຫ້ຫຼາຍຂຶ້ນ. ແຕ່ຄວນລະວັງການໃຊ້ຈ່າຍຟຸມເຟືອຍ ເພື່ອໂອ້ອວດ, ຄຸຍໂມ້ໃດໆ ກໍຕາມ ກໍ່ອາດກໍ່ໜີ້ສິນ, ການເງິນ ຕິດຂັດໄລຍະຍາວໄດ້ເຊັ່ນກັນ.

 

ລາສີກຸມ (16 ກຸມພາ – 15 ມີນາ)

 

ຊາວລາສີກຸມ – ນັກອຸດົມຄະຕິ ຜູ້ກະຕືລືລົ້ນ, ສົນໃຈໃນວິທະຍາການຫຼາກຫຼາຍ, ສິ່ງໃໝ່ໆ ທີ່ເກີດຂຶ້ນ, ມີຄວາມສາມາດທີ່ຈະນໍາສິ່ງທີ່ເປັນ..ນາມມະທໍາ ມາຄິດ, ມາປະຕິບັດ ຈົນເປັນຮູບທໍາຢ່າງມີລະບົບ ແລະ ຊັດເຈນ.

 

ການເງິນ: ຮັບຊ້າຍ-ຈ່າຍຂວາ ຫາກຈະຫາລາຍໄດ້ເພີ່ມເຕີມ ກໍ່ຢູ່ໃນເກນດີ ລວມເຖິງອາດໄດ້ລາບໂດຍເສນ່ຫາ. ແຕ່ກໍ່ຄວນລະວັງການໃຊ້ຈ່າຍຟຸມເຟືອຍຂອງຕົນເອງ ອາດເຮັດໃຫ້ຫາໄດ້ເທົ່າໃດກໍ່..ໝົດ.

 

ການງານ: ເຂົ້າສັງຄົມ, ສັງສັນກັບມິດສະຫາຍ ລວມເຖິງໃຊ້ສື່ອອນລາຍເຜີຍແຜ່ຕົນເອງ ແລະ ຜົນງານໃຫ້ຫຼາຍຂຶ້ນ ກໍ່ຈະຢູ່ໃນເກນດີທີ່ຈະເປີດໂອກາດໃຫ້ຕົນເອງທີ່ຈະພົບຊ່ອງທາງທີ່ຈະເຮັດໃຫ້ຈະເລີນກ້າວໜ້າຫຼາຍຍິ່ງຂຶ້ນ. ຖ້າກໍາລັງວ່າງງານຢູ່ ກໍ່ຢ່າປັດໂອກາດດີໆ ທີ່ຈະໄດ້ງານໃໝ່ດ້ວຍເຊັ່ນກັນ.

 

ຄວາມຮັກ: ຖ້າຖືກຄົນຮັກ, ຄູ່ຄອງຕໍາໜິຕິຕຽນ ເລື່ອງການໃຊ້ຈ່າຍຟຸມເຟືອຍ ກໍ່ຄວນສະແດງຄວາມໃສ່ໃຈ ແລະ ບໍ່ໂຕ້ແຍ້ງ, ຄັດຄ້ານໃດໆ ດີກວ່າທີ່ຈະເຮັດໃຫ້ເຂົາ ເບື່ອໜ່າຍ, ເອືອມລະອາ ຈົນເດີນໜີໄປໃນເວລາອີກບໍ່ນານ. ສໍາລັບຄົນໂສດທີ່ໄຂ່ວຄວ້າຫາຮັກ ຖ້າໃຊ້ເງິນໂປຣຍປຣາຍເພື່ອຫວ່ານເສນ່ຫ໌ ກໍ່ອາດເຮັດໃຫ້ມີເພດກົງກັນຂ້າມຕາລຸກ ແລະ ແລ່ນເຂົ້າມາຫາຢ່າງວ່ອງໄວ ທີ່ເຂົາ ກໍ່ພ້ອມຈະເຮັດໃຫ້ຄຸນຫາຍເຫງົາໃຈໄດ້…ຊົ່ວຄາວ.

 

ສຸຂະພາບ: ຍັງຢູ່ໃນໄລຍະທີ່ຄວນໃສ່ໃຈ, ເບິ່ງແຍງ ຕົວເອງໃຫ້ຫຼາຍເປັນພິເສດ ໂດຍສະເພາະທີມີອາການປ່ວຍຊໍາເຮື້ອຢູ່ແລ້ວ ກໍ່ອາດກັບມາກໍາເລີບຂຶ້ນອີກໄດ້ ຊຶ່ງອາທິດນີ້ວັນທີ 25-27 ຄວນລະວັງໃຫ້ຫຼາຍເປັນພິເສດ.

 

ຄໍາແນະນໍາ: ວັນທີ 28 ກຸມພາ ໄດ້ເກີດປະກົດດາວຈັນດັບ (New Moon) ໃນເຂດລາສີກຸມພາ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ເປັນໄລຍະເວລາທີ່ເໝາະຈະເລີ່ມຕົ້ນໃໝ່ ຢ່າງ “ກ້າວກະໂດດ” ຢ່າງມີສັດທາ ແລະ ເຊື່ອໝັ້ນວ່າຕົນເອງສາມາດຈະ “ຊະນະ” ໄດ້ໃນທຸກງານ, ທຸກພາລະກິດ, ທຸກບັນຫາ, ທຸກອຸປະສັກ ທີ່ຈະຖາໂຖມເຂົ້າມາໃນປີນີ້.

 

ຈົນເຖິງວັນທີ 30 ມີນາ 2025 ດາວເສົາ, ເຈົ້າແຫ່ງຊະຕາກໍາ ແລະ ທີ່ເປັນດາວປະຈໍາຕົວ ໄດ້ເຂົ້າມາສະຖິດ ຢູ່ລາສີກໍາເນີດຂອງຊາວລາສີກຸມພາແລ້ວ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ເປັນໄລຍະທີ່ຈະໄດ້ຮັບພະລັງບວກຈາກລາສີກຸມພາ ທີ່ຈະສົ່ງເສີມໃຫ້ມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ ຂໍພຽງແຄ່ມີຄວາມຮັບຜິດຊອບ, ຊື່ຕົງກັບງານ, ພາລະກິດທີ່ກະທໍາ ກໍ່ຈະເຮັດໃຫ້ເຈະລີນກ້າວໜ້າຢ່າງໝັ້ນຄົງ ແລະ ຍັ່ງຍືນ.

 

ລາສີມີນ (16 ມີນາ – 15 ເມສາ)

 

 

ຊາວລາສີມີນ – ຜູ້ປຽບເໝືອນ “ປາ” ທີ່ລ່ອງລອຍຢູ່ໃນມະຫາສະໝຸດຂອງຄວາມຄິດ ແລະ ຄວາມຮູ້ສຶກທີ່ບໍ່ມີຂອບເຂດ.

ການເງິນ: ຮ່ວມມືກັນ ກັບຄົນຮັກ, ຄູ່ຄອງ ເຖິງຈະຢູ່ໃນເກນດີທີ່ຫາລາຍໄດ້ໃຫ້ຫຼາຍຂຶ້ນ ທີ່ຈະໄດ້ຢ່າງວ່ອງໄວ ລວມເຖິງອາດໄດ້ໂຊກມີລາບ ຈາກການສ່ຽງໂຊກ, ເກັງກໍາໄລອີກດ້ວຍ. ແຕ່ວັນທີ 26-27 ຄວນລະວັງ ເງິນທອງ, ຂອງມີຄ່າ ອາດສູນຫາຍແບບ ງົງ ງົງ!

 

ການງານ: ຢູ່ໃນໄລຍະທີ່ຄວນເຮັດວຽກໄປຕາມປົກກະຕິ ແລະ ນິ່ງເສີຍ ໂດຍບໍ່ “ແກວ່ງຕີນຫາສ້ຽນ” ທີ່ຈະເຂົ້າໄປຍຸ່ງກ່ຽວ ຫຼື ວິພາກ, ວິຈານ, ຕໍາໜິຕິຕຽນ ຜູ້ໃດ ໂດຍສະເພາະທີ່ໄດ້ພົບເຫັນໃນສື່ອອນລາຍ ເຖິງຈະຢູ່ໃນເກນດີທີ່ຈະເຮັດໃຫ້ໄດ້…ຮູ້ຮັກສາຕົວລອດເປັນຍອດດີ! ໂດຍສະເພາະວັນທີ 27-29 ຖ້າຢູ່ຮ່ວມກຸ່ມຄະນະໃດໆ ກໍ່ຄວນຕັ້ງສະຕິໃຫ້ດີໆ ເພາະອາດຖືກຍົ່ວຍຸໃຫ້ຮ່ວມເຮັດໃນສິ່ງທີ່ບໍ່ຖືກຕ້ອງຕາມກົດໝາຍ ທີ່ຈະນໍາຄວາມຍຸ່ງຍາກ, ເດືອດຮ້ອນມາໃຫ້.

 

ຄວາມຮັກ: ສໍາພັນຮັກທີ່ເພິ່ງເລີ່ມຕົ້ນ ການສະແດງຄວາມຈິງຈັງ, ຈິງໃຈ ໃຫ້ຫຼາຍທີ່ສຸດ ເຖິງຈະຢູ່ໃນເກນດີທີ່ສາມາດຈະສານຮັກ, ພັດທະນາສໍາພັນກັນຕໍ່ໄປໄດ້ອີກນານ. ແລະ ສໍາລັບຄົນໂສດທີ່ກໍາລັງໄຂ່ວຄວ້າຫາຮັກ ກໍ່ເຊັ່ນກັນ ທີ່ຄວນຫຼີກລ່ຽງຈະສ້າງພາບພົດຕົນເອງໃຫ້ເລີດຫຼູ, ດູດີ ຢ່າງ..ໜ້າບໍ່ຕົງປົກ! ເພາະອາດເຮັດໃຫ້ຈະມີແຕ່ມິຈະຊີບເຂົ້າມາຫາຫຼາຍກວ່າ.

 

ສຸຂະພາບ: ຢູ່ໃນເກນດີ ແຕ່ວັນທີ 27-29 ຄວນລະວັງເຫດ/ໄພຈາກ “ນໍ້າ” ອາດເຮັດໃຫ້ເຈັບປ່ວຍ, ບໍ່ສະບາຍໄດ້ ລວມເຖິງຄວນຫຼີກລ່ຽງການເສບສຸລາ, ສານເສບຕິດໃດໆ ດ້ວຍ.

 

ຄໍາແນະນໍາ: ຈົນເຖິງວັນທີ 15 ມິຖຸນາ 2025 ດາວພະຫັດ, ດາວທາດໄຟ, ລາຊາທິລາດ ແຫ່ງສະຫວງສະຫວັນ ແລະ ທີ່ເປັນດາວປະຈໍາຕົວຂອງຊາວລາສີມີນ ໄດ້ໂຄຈອນເຂົ້າມາສະຖິດ ຢູ່ເຂດລາສີພຶດສະພາ, ລາສີທາດດິນ ນັ້ນຄືສັນຍານບົ່ງບອກວ່າ…ຊ້າເປັນການ, ນານເປັນຄຸນ ທີ່ບໍ່ຄວນຮີບຮ້ອນ, ຟ້າວທີ່ຈະໄຂ່ວຄວ້າຫາສິ່ງໃດ ແຕ່ ຈາກຄວາມຮູ້ ຄູ່ຄຸນທໍາ ເຖິງຈະເຮັດໃຫ້ເຈະລີນຮຸ່ງເຮືອງ, ໄດ້ລາບ, ຜົນປະໂຫຍດດັ່ງທີ່ຄາດຫວັງ.

 

ຈົນເຖິງວັນທີ 19 ພຶດສະພາ 2025ພະລາຫູ, ທາດລົມ ທີ່ເປັນເງົາມົວໝົ່ນຂອງໂລກ ຈະໂຄຈອນຍ້ອນຈັກມາທາບທັບ, ທອດເງົາ ຢູ່ລາສີມີນ, ລາສີແຫ່ງລໍານໍ້າທີ່ກວ້າງໃຫຍ່ໄພສານ ເສັກເຊັ່ນທະເລ, ມະຫາສະໝຸດ ຫຼື ປຽບເປັນຈິນຕະນາການທີ່ໄຮ້ຂອບເຂດຂອງຊາວລາສີມີນ ຊຶ່ງນັ້ນຄືສັນຍານບົ່ງບອກວ່າ ນໍ້າກັບລົມມາຜະສົມຜະສານກັນກໍ່ອາດກໍ່ໃຫ້ເກີດອາລົມແປປວນດ້ວຍດ້ວຍຄວາມໂລບ, ຫຼົງ, ໂທສະ, ໂມຫະ ຊຶ່ງຫາກຢຸດຢັ້ງບໍ່ໄດ້ ກໍ່ອາດເປັນອັນຕະລາຍ, ທໍາຮ້າຍຕົນເອງ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (84)
ແຈ້ງການມອດໄຟ ວັນທີ 29, 30 ແລະ 31 ມີນາ 2025 ບາງເຂດ ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງປາກງື່ມ
site cover (83)
ແຈ້ງການ ປິດນ້ຳປະປາຊົ່ວຄາວ ໃນວັນທີ 29 ມີນາ 2025
site cover (82)
ເກົາຫຼີໃຕ້ "ສົ່ງອອກເດັກ" ຫຼາຍກວ່າ 170,000 ຄົນ
site cover (81)
ຂໍ້ມູນແຜ່ນດິນໄຫວແຫ່ງຊາດ ເກີດເຫດ​ແຜ່ນດິນໄຫວ​ຢູ່ ມຽນມາ​ 7.7 ຣິກເຕີ​
site cover (80)
ເກົາຫຼີເໜືອສົ່ງທະຫານໄປຣັດເຊຍເພີ່ມ 3,000 ນາຍ ພ້ອມຂີປະນາວຸດອີກຫຼາຍ
site cover (79)
ດູດວງປະຈຳວັນທີ 28 ມີນາ 2025
site cover (78)
ແຈ້ງການມອດໄຟ ວັນທີ 30 ມີນາ 2025
site cover (77)
ກອງທັບເຮືອຈີນ-ໄທ ເປີດການຝຶກຮົບຮ່ວມ ປີ 2025
site cover (76)
ປະທານສະພາ "ລຸກຂຶ້ນຢືນເທິງບັນລັງ" ແລ້ວເປັນຫຍັງການຢືນກາງສະພາຈຶ່ງຢຸດຄວາມວຸ້ນວາຍ
site cover (75)
ໂດນັລ ທຣັມປ໌ ອາດຫຼຸດພາສີໃຫ້ຈີນ ຫາກຍອມຂາຍ TikTok
ຢ່າລື່ມກົດຕິດຕາມ