
ຝ່າຍບໍລິຫານຂອງປະທານາທິບໍດີ “ໂດນັລ ທຣໍາ” ໄດ້ປະກາດຍົກເລີກສະຖານະທາງກົດໝາຍຊົ່ວຄາວຂອງຜູ້ອົບພະຍົບກວ່າ 530,000 ຄົນຈາກ 4 ປະເທດ ໄດ້ແກ່ ຄິວບາ, ເຮຕິ, ນິກາຣາກົວ ແລະ ເວເນຊູເອລາ
ຊຶ່ງເຄີຍໄດ້ຮັບອະນຸຍາດໃຫ້ເຂົ້າປະເທດສະຫະລັດອາເມຣິກາໃນຊ່ວງການດໍາລົງຕໍາແໜ່ງຂອງປະທານາທິບໍດີໂຈ ໄບເດັນ. ການຕັດສິນໃຈນີ້ຈະມີຜົນບັງຄັບໃຊ້ໃນວັນທີ 24 ເມສາ 2025 ເຮັດໃຫ້ຜູ້ໄດ້ຮັບຜົນກະທົບຕ້ອງອອກຈາກປະເທດຫຼືເຜີຊິນກັບການຖືກເນລະເທດ.
ໂຄງການ “humanitarian parole” ເລີ່ມຕົ້ນໃນປີ 2022 ໂດຍລັດຖະບານໄບເດັນ ເພື່ອຈັດການກັບການເພີ່ມຂຶ້ນຂອງຜູ້ອົບພະຍົບບໍລິເວນຊາຍແດນສະຫະລັດ ໂດຍອະນຸຍາດໃຫ້ຜູ້ອົບພະຍົບຈາກປະເທດດັ່ງກ່າວເຂົ້າມາຢູ່ແລະເຮັດວຽກໃນສະຫະລັດອາເມຣິກາເປັນໄລຍະເວລາສອງປີ ແລະ ໄດ້ຮັບການສະໜັບສະໜູນທາງການເງິນ. ຢ່າງໃດກໍຕາມ, ຝ່າຍບໍລິຫານຂອງທຣໍາລະບຸວ່າບໍ່ມີເຫດຜົນດ້ານມະນຸດສະທໍາຫຼືປະໂຫຍດສາທາລະນະໃນການໃຫ້ຜູ້ອົບພະຍົບເຫຼົ່ານີ້ຢູ່ຕໍ່ໄປ.
ການຍົກເລີກໂຄງການໃນຄັ້ງນີ້ໄດ້ຮັບການວິພາກວິຈານຈາກນັກກົດໝາຍ ແລະ ນັກເຄື່ອນໄຫວ ໂດຍມີການຍື່ນຟ້ອງຕໍ່ສານລັດຖະບານກາງເພື່ອທ້າທາຍຄວາມຖືກຕ້ອງຕາມກົດໝາຍຂອງການຍົກເລີກໂຄງການ.
ການຕັດສິນໃຈນີ້ສະທ້ອນເຖິງແນວໂນ້ມຂອງຝ່າຍບໍລິຫານຂອງທຣໍາໃນການຈໍາກັດເສັ້ນທາງທາງກົດໝາຍສໍາລັບຜູ້ອົບພະຍົບ ຊຶ່ງອາດເຮັດໃຫ້ຫຼາຍຄົນສ່ຽງຕໍ່ການຖືກເນລະເທດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














