site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 March, 2025
ໝວດ: ຂ່າວ

ວັນທີ 23 ມີນາ 2025 – ກອງຮ້ອຍໜ່ວຍສະເພາະກິດທະຫານມະຫາດເລັກຮັກສາພຣະອົງ2105 (ຜບ.ຮ້ອຍ.ສກ.ທພ. 2105) ໜ່ວຍສະເພາະກິດທະຫານມະຫາດເລັກຮັກສາພຣະອົງ21 (ຜບ.ສກ.ທພ.21)ກອງບັງຄັບການຄວບຄຸມທີ່ 1ກອງກຳລັງຮັກສາຄວາມສະຫງົບຮຽບຮ້ອຍສຸລະສັກດິ໌ມົນຕີ

 

ສາມາດກວດຍຶດຢາເສບຕິດຂອງກຸ່ມຜູ້ຄ້າຢາໄດ້ 396,000 ກວ່າເມັດ ບໍລິເວນ ບ້ານນາສີນວນ ໝູ່ 1 ຕ.ນາສີນວນ ອ.ເມືອງ ຈ.ມຸກດາຫານ

 

 

ສືບເນື່ອງຈາກ ວັນທີ 22 ມີນາ ເວລາ 18.00 ນາຍອຳເພີ ອິນທຣາວຸດ ທອງຄຳ ຜບ.ສກ.ທພ.21 ພ້ອມດ້ວຍ ພ.ຕ.ຄຳຣົນ ຄຸ້ມເຂດ ຜບ.ຮ້ອຍ.ສກ.ທພ. 2105 ໄດ້ຮັບແຈ້ງຈາກແຫລ່ງຂ່າວວ່າ ຈະມີຂະບວນການຄ້າຢາເສບຕິດລັກລອບລຳລຽງຢາເສບຕິດ (ຢາບ້າ) ເຂົ້າມາໃນພື້ນທີ່ ຈຶ່ງໄດ້ຈັດກຳລັງ ແລະ ວາງແຜນຮ່ວມກັບ ກົມທະຫານລາດ.21 ແລະ ໜ່ວຍງານໃນພື້ນທີ່ ວາງກຳລັງເຝົ້າກວດຕາມຈຸດເປົ້າໝາຍ ແລະ ພື້ນທີ່ຊ່ອງທາງທຳມະຊາດທີ່ຄາດວ່າກຸ່ມຄົນຮ້າຍຈະໃຊ້ເປັນເສັ້ນທາງໃນການກະທຳຄວາມຜິດ

 

ຈົນມາຮອດເຊົ້າມືດ ວັນທີ 23 ມີນາ ເວລາປະມານ 04.10 ນ. ຊຸດເຝົ້າກວດພົບເຮືອຕິດເຄື່ອງຈັກແລ່ນມາຈາກຝັ່ງ ສປປ.ລາວ ມຸ່ງໜ້າມາຍັງຝັ່ງໄທ ເມື່ອເຮືອລຳດັ່ງກ່າວມາຮອດກາງແມ່ນ້ຳຂອງ ໄດ້ດັບເຄື່ອງຈັກ ແລະ ປ່ອຍເຮືອໄຫລເຂົ້າມາຮິມແມ່ນ້ຳຂອງຝັ່ງໄທ ຊຸດຕິດຕາມກວດພົບບຸກຄົນ 2 ຄົນ ກຳລັງແບກສິ່ງຂອງລັກສະນະເປັນກະສອບ ຍ່າງຂຶ້ນມາໄວ້ຂ້າງທາງລຽບແຄມຝັ່ງຂອງ ຈາກນັ້ນເຮືອລຳດັ່ງກ່າວໄດ້ຫັນຫົວອອກຈາກຝັ່ງໄທມຸ່ງໜ້າກັບໄປຍັງຝັ່ງ ສປປ.ລາວ ທັນທີ

 

ຈາກນັ້ນມີກຸ່ມຊາຍໄທທັງ 2 ກໍໄດ້ແບກກະສອບດັ່ງກ່າວຄາດກຽມຂົນຂຶ້ນລົດ ເຈົ້າໜ້າທີ່ຊຸດຊຸ່ມທີ່ຢູ່ໃກ້ຈຶ່ງໄດ້ສະແດງຕົວໃຫ້ສັນຍານຢຸດເພື່ອຂໍກວດຄົ້ນ ເມື່ອກຸ່ມບຸກຄົນດັ່ງກ່າວເຫັນເຈົ້າໜ້າທີ່ຕ່າງຕື່ນຕົກໃຈຖິ້ມກະສອບພາກັນແລ່ນຝ່າຄວາມມືດເຂົ້າໄປຍັງປ່າກ້ວຍດ້ານຫລັງບ້ານພື້ນທີ່ ເຈົ້າໜ້າທີ່ໄດ້ໄລ່ຕິດຕາມແຕ່ບໍ່ທັນ

 

ຈາກການກວດສອບພົບ ກະສອບປຸ໋ຍສີຂຽວ ຈຳນວນ 2 ກະສອບ ເປີດເບິ່ງພາຍໃນພົບວ່າເປັນກ້ອນວັດຖຸພັນດ້ວຍກະດາດໄຂຫໍ່ຫຸ້ມດ້ວຍຖົງພລາສຕິກໃສອີກຊັ້ນໜຶ່ງ ພາຍໃນບັນຈຸຢາເສບຕິດ (ຢາບ້າ) ໃນຖົງພລາສຕິກສີຟ້າ – ສີບົວ ລວມທັງສິ້ນປະມານ 396,000 ເມັດ ຈຶ່ງໄດ້ບັນທຶກກວດຍຶດໄວ້ເປັນຫລັກຖານ ພ້ອມນຳຂອງກາງສົ່ງ ສພ.ເມືອງມຸກດາຫານ ດຳເນີນການຕາມກົດໝາຍຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ