

ມື້ສັງຂານລ່ວງ : ວັນຈັນ, ແຮມ 2 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 14 ເມສາ 2025, ເວລາ 04 ໂມງ 30 ນາທີ 00 ວິນາທີ.
ມື້ສັງຂານເນົາ : ວັນອັງຄານ, ແຮມ 3 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 15 ເມສາ 2025.
ວັນສັງຂານຂຶ້ນ : ວັນພຸດ, ແຮມ 4 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ່ 16 ເມສາ 2025, ເວລາ 08 ໂມງ 27 ນາທີ 36 ວິນາທີ, ປ່ຽນວັນຖະເຫລິງສົກປີໃໝ່ລາວ ຈຸລສັກຣາຊ ເປັນ 1387.
ນາງສັງຂານຊົງພຣະນາມວ່າ : “ໂຄຣາຄະເທວີ” ຊົງພຣະຫຸຣັດທັດດອກກາງຂອງ, ອາພອນປະດັບໄປດ້ວຍແກ້ວມຸກດາຫານ, ສະເຫວີຍນ້ຳນົມເປັນອາຫານ, ພຣະຫັດຂວາຖືພຣະຂັນ(ງ້າວ), ພຣະຫັດຊ້າຍຖືໄມ້ຄ້ອນເທົ້າ, ສະເດັດນອນມາເທິງຫລັງເສືອເປັນພາຫະນະ.
ເກນພິຣຸນນະສາດ : ພະພຸດເປັນອະທິບໍດີ, ນາກຫລິ້ນນໍ້າ 5 ໂຕ, ບັນດານໃຫ້ຝົນຕົກ 600 ຫ່າ, ຕົກໃນຂອບຈັກກະວານ 240 ຫ່າ, ຕົກໃນປ່າຫິມະພານ 180 ຫ່າ, ຕົກໃນມະຫາສະໝຸດ 120 ຫ່າ, ຕົກໃນໂລກມະນຸດ 60 ຫ່າ.
ເກນທາຣາທິຄຸນ : ຕົກຣາສີ ອາໂປ, ນໍ້າຈະມາກ, ຝົນຕົກຕລອດປີ, ນາດອນ ແລະ ນາລຸ່ມ ຈະດີທັງສອງຢ່າງ, ຈະມີລົມພັດບາງຄັ້ງບາງຄາວ ມາຈາກທິດທັງ 4 ຕາມລະດູການ.
ເກນທັນຍາຫານ : ຊື່ວ່າ : “ລາພະ”, ເຂົ້າກ້າໄຮ່ນາ ຈະໄດ້ຜົລ 10 ສ່ວນ ເສັຍແຕ່ສ່ວນດຽວ, ປະຊາຊົນຈະມີຄວາມສຸກສະບາຍດີ, ທັນຍາຫານຈະມີບໍລິບູນອຸດົມດີ.
ຜະລາມັດສະມັງສາຫານ : ຜົລໄມ້ຈະດົກມາກ, ຊີ້ນປາອາຫານ ຈະອຸດົມສົມບູນດີ.
ຣຸກຂະຊາດ : ໄມ້ເດື່ອ ເປັນພະຍາ, ຄົນທັງຫລາຍ ຈະຢູ່ເຢັນເປັນສຸກແລ.
ເກນກາລະໂຍກ : ວັນສຸກເປັນທຸງໄຊ, ວັນສຸກເປັນອະທິບໍດີ, ວັນເສົາເປັນອຸບາດ, ວັນອາທິດເປັນໂລກາວິນາດ.
ປລ.ເປັນຄວາມເຊື່ອຄົນບູຮານ ແລະ ຕາມຮີດຄອງທີ່ມັກຈະມີຄໍາທະນາຍອອກມາກ່ອນປີໃໝ່ລາວ ເພື່ອໃຫ້ລູກຫຼານມີສະຕິໃນການໃຊ້ຊີວິດ ບໍ່ໄດ້ແນະນໍາໃຫ້ງົມງວາຍ ແຕ່ຮູ້ໄວ້ກະເປັນເລື່ອງດີ ແລະ ບໍ່ໄດ້ເສຍຫາຍປະການໃດທັງປວງ.
ຂໍ້ມູນຈາກ : ສາທຸ ບຸນທັນ ປຸນຍະກາມະເຖຣະ
ວັດປ່າໂພນເພົາ ວະນາຣາມ ນະຄອນຫລວງພຣະບາງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 44,480,000 | 45,010,000 |
![]() | 43,946,000 | 45,119,000 |