ລາຍງານຂອງ United States Institute of Peace ເລື່ອງອາຊະຍາກຳຂ້າມຊາດໃນເອເຊຍຕາເວັນອອກສ່ຽງໃຕ້ ພົບວ່າໃນປີ 2023 ສແກມເມີ ຫຼື ອາຊະຍາກອນເຫຼົ່ານີ້ສາມາດຕວົະຕົ້ມເງິນຈາກຜູ້ຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ ຫຼື 2.24 ລ້ານລ້ານບາດ ແຕ່ໃນທັງໝົດນີ້ ຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ ຄື: ກຳປູເຈຍ, ລາວ ແລະ ພະມ້າ ຫຼາຍເຖິງ 1.533 ລ້ານລ້ານບາດ
ໂດຍລາຍງານລະບຸວ່າ ກຳປູເຈຍໄດ້ເງິນຈາກການສແກມໄປຫຼາຍເຖິງ 437.5 ພັນລ້ານບາດ ໂດຍສ່ວນໃຫຍ່ແລ້ວເງິນນັ້ນຕົກໄປຢູ່ທີ່ກຸ່ມຄົນຊັ້ນສູງໃນທ້ອງຖິ່ນເປັນເຈົ້າຂອງທຸລະກິດ;
ແລະ ເຖິງແມ່ນວ່າທາງລາຍງານຈະບໍ່ໄດ້ລະບຸເງິນທີ່ ສປປລາວ ແລະ ມຽນມາໄດ້ຮັບ ແຕ່ສຳນັກຂ່າວ The Diplomat ກໍວິເຄາະຕໍ່ໄປວ່າ ເງິນສັດສ່ວນຂອງ ສປປ ລາວນ່າຈະຢູ່ທີ່ 378 ພັນລ້ານບາດ ຊຶ່ງເມື່ອເປັນເຊັ່ນນັ້ນ ພະມ້າກໍຈະໄດ້ເງິນຈາກການສແກມໄປເຖິງ 717.5 ພັນລ້ານບາດ
ລາຍງານຂອງກຸ່ມສຶກສາຍັງໄດ້ຄຳນວນວ່າເງິນທີ່ຖືກສແກມໄປໂດຍກຸ່ມອາຊະຍາກອນເຫຼົ່ານີ້ຊຶ່ງມີຖານຢູ່ໃນກຸ່ມປະເທດລຸ່ມນ້ຳຂອງນ່າຈະເກີນ 1.533 ລ້ານລ້ານບາດຕໍ່ປີນີ້ ຈະຖືວ່າຄິດເປັນເກືອບ 40 ເປີເຊັນຂອງ GDP ຢ່າງເປັນທາງການລວມກັນຂອງລາວ, ກຳປູເຈຍ ແລະ ພະມ້າ ຊຶ່ງລາຍງານລະບຸວ່າກຳໄລສ່ວນໃຫຍ່ເຫຼົ່ານີ້ໄຫລເຂົ້າສູ່ກອງທັບມຽນມາ ແລະ ຊົນຊັ້ນສູງໃນກຳປູເຈຍ ແລະ ສປປ ລາວດ້ວຍ
ແຫຼ່ງທີ່ມາ: USIP Senior Study Group on Transnational Organized Crime in Southeast Asia The Diplomat
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |