site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 March, 2025

ໜີ້ສິນເປັນເລື່ອງທີ່ຫຼາຍຄົນຕ້ອງປະເຊີນ, ບາງຄັ້ງມີໜີ້ຫຼາຍກ້ອນຈົນບໍ່ຮູ້ຈະເລີ່ມຈັດການແນວໃດດີ.

 

ແຕ່ຖ້າເປົ້າໝາຍຄືການປົດໜີ້ໃຫ້ໄວທີ່ສຸດ ແລະ ຈ່າຍດອກເບ້ຍໜ້ອຍທີ່ສຸດ, ນັກວາງແຜນການເງິນແນະນຳວ່າ “ເທັກນິກຫິມະຖະຫຼົ່ມ” ຫຼື Debt Avalanche Method ອາດເປັນທາງອອກທີ່ດີ.

 

ຢ່າງໃດກໍຕາມ, ສິ່ງສຳຄັນຄື ຢຸດສ້າງໜີ້ໃໝ່ ແລະ ມີວິໄນທາງການເງິນ, ເພາະຕໍ່ໃຫ້ປົດໜີ້ໝົດ ແຕ່ຖ້າຍັງໃຊ້ຈ່າຍເກີນຕົວ, ວົງຈອນໜີ້ກໍຈະກັບມາອີກ.

 

ດັ່ງນັ້ນ, ການມີແຜນການເງິນທີ່ດີຈະຊ່ວຍໃຫ້ກ້າວອອກຈາກວັງວົນນີ້ໄດ້ຢ່າງຖາວອນ.

 

ຮູ້ຈັກເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມ

 

ກັນຍະວີ ໂຣດສຸຂພັດທະນາ ນັກວາງແຜນການເງິນ CFP® ເຜີຍແຜ່ບົດຄວາມ ເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມ ຜ່ານສະມາຄົມນັກວາງແຜນການເງິນໄທ ໂດຍລະບຸວ່າ ບັນຫາໜີ້ສິນເປັນເລື່ອງທີ່ເຮັດໃຫ້ຫຼາຍຄົນເຈັບຫົວ ຈັບຕົ້ນຊົນປາຍບໍ່ຖືກວ່າຈະເລີ່ມເຄລຍໜີ້ແນວໃດ ຊຶ່ງວິທີຈັດການນັ້ນງ່າຍ ແລະ ບໍ່ຍາກ ເລີ່ມຈາກຕັ້ງສະຕິແລ້ວກໍລົງມືເຮັດ

 

ສຳລັບເທັກນິກກຳຈັດໜີ້ທີ່ຄຸ້ນເຄີຍ ຄື ການປົດໜີ້ແບບໝາກບານຫິມະ (Debt Snowball Method) ທີ່ເລີ່ມຈາກການກຳຈັດໜີ້ກ້ອນທີ່ນ້ອຍທີ່ສຸດກ່ອນຈົນໝົດ ໃນຂະນະທີ່ໜີ້ກ້ອນອື່ນໆ ຈ່າຍພຽງຂັ້ນຕ່ຳເທົ່ານັ້ນ ເມື່ອຈ່າຍໜີ້ກ້ອນທີ່ນ້ອຍທີ່ສຸດໝົດແລ້ວຄ່ອຍໄປຈັດການໜີ້ກ້ອນທີ່ໃຫຍ່ຂຶ້ນລຳດັບຖັດໄປ ຊຶ່ງເປັນວິທີທີ່ພິຈາລະນາພຽງຈຳນວນຍອດໜີ້ທີ່ເຫຼືອເທົ່ານັ້ນ ຈະບໍ່ຄຳນຶງເຖິງອັດຕາດອກເບ້ຍຂອງໜີ້

 

ດັ່ງນັ້ນ, ຈຶ່ງມີເທັກນິກກຳຈັດໜີ້ທີ່ໜ້າສົນໃຈອີກວິທີໜຶ່ງ ຄື: ການກຳຈັດໜີ້ແບບຫິມະຖະຫຼົ່ມ (Debt Avalanche Method) ເໝາະກັບຜູ້ທີ່ມີໜີ້ສິນຫຼາຍກ້ອນ ໂດຍແຕ່ລະກ້ອນມີອັດຕາດອກເບ້ຍບໍ່ເທົ່າກັນ ແລະ ຕ້ອງການຈັດການໜີ້ທີ່ມີດອກເບ້ຍສູງທີ່ສຸດອອກໄປກ່ອນ

 

ຕົວຢ່າງການກຳຈັດໜີ້ແບບຫິມະຖະຫຼົ່ມ

 

ຫາກມີໜີ້ 3 ລາຍການ ແລະ ຍອດເງິນຄົງເຫຼືອທີ່ສາມາດນຳມາຜ່ອນຊຳລະໜີ້ໄດ້ ເດືອນລະ 10,000 ບາດ

 

  • ໜີ້ A : 30,000 ບາດ ອັດຕາດອກເບ້ຍ 5% ຕໍ່ປີ ຍອດຊຳລະຂັ້ນຕ່ຳ 2,000 ບາດ
  • ໜີ້ B : 40,000 ບາດ ອັດຕາດອກເບ້ຍ 18% ຕໍ່ປີ ຍອດຊຳລະຂັ້ນຕ່ຳ 4,000 ບາດ
  • ໜີ້ C : 50,000 ບາດ ອັດຕາດອກເບ້ຍ 8% ຕໍ່ປີ ຍອດຊຳລະຂັ້ນຕ່ຳ 3,000 ບາດ

 

ໃນເບື້ອງຕົ້ນ ບໍ່ວ່າຈະເລືອກກຳຈັດໜີ້ດ້ວຍເທັກນິກໃດກໍຕ້ອງຊຳລະຂັ້ນຕ່ຳຂອງໜີ້ທຸກກ້ອນ ແສດງວ່າຕ້ອງຊຳລະໜີ້ A B ແລະ C ຂັ້ນຕ່ຳເປັນຈຳນວນເງິນທັງໝົດ 9,000 ບາດ ແລະ ເຫຼືອເງິນຫຼັງຫັກຄ່າໃຊ້ຈ່າຍທີ່ຈຳເປັນ ແລະ ເງິນສຳຮອງສຸກເສີນອອກແລ້ວ ທີ່ສາມາດນຳມາຊຳລະໜີ້ໄດ້ 1,000 ບາດ ໂດຍຫາກເປັນເທັກນິກກຳຈັດໜີ້ແບບໝາກບານຫິມະຈະເລືອກນຳເງິນ 1,000 ບາດ ໄປໂປະໜີ້ A ຊຶ່ງມີຍອດໜີ້ຕ່ຳທີ່ສຸດ

 

ສຳລັບເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມ ຈະເລືອກນຳເງິນ 1,000 ບາດ ໄປໂປະໜີ້ B ທີ່ມີອັດຕາດອກເບ້ຍສູງທີ່ສຸດ,

 

ແລະ ເມື່ອໜີ້ກ້ອນນີ້ໝົດໄປ ກໍຈະນຳເງິນ 4,000 ບາດທີ່ເຄີຍຊຳລະຂັ້ນຕ່ຳໜີ້ B ມາລວມກັບເງິນ 1,000 ບາດ (ລວມທັງໝົດເປັນ 5,000 ບາດ) ຊຳລະໜີ້ C ເປັນລຳດັບຖັດໄປ,

 

ເພາະມີອັດຕາດອກເບ້ຍສູງເປັນລຳດັບຮອງລົງມາ ແລະ ເມື່ອຊຳລະໜີ້ C ຈົນໝົດ ກໍນຳຍອດເງິນ 5,000 ບາດ ມາລວມກັບເງິນ 3,000 ບາດ ທີ່ເຄີຍຊຳລະຂັ້ນຕ່ຳໜີ້ C ໃນເດືອນກ່ອນ (ລວມທັງໝົດເປັນ 8,000 ບາດ) ມາຊຳລະໜີ້ A ໄປເລື້ອຍໆ ຈົນໜີ້ໝົດ

 

ຕາບໃດທີ່ຍັງມີວິໄນເຮັດຕາມແຜນທີ່ວາງໄວ້ ເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມຈະຊ່ວຍຮ່ນລະຍະເວລາການຊຳລະໜີ້ໃຫ້ສັ້ນລົງ ເພາະອັດຕາດອກເບ້ຍໃນການຄິດຄຳນວນເປັນແບບທົບຕົ້ນ ດັ່ງນັ້ນ ການຈັດການໜີ້ທີ່ມີອັດຕາດອກເບ້ຍສູງທີ່ສຸດກ່ອນ ຈະເຮັດໃຫ້ປະຫຍັດຄ່າໃຊ້ຈ່າຍດ້ານອັດຕາດອກເບ້ຍ

 

ຢ່າງໃດກໍຕາມ ເທັກນິກນີ້ອາດບໍ່ມີປະສິດທິພາບເທົ່າທີ່ຄວນ ຫາກຜູ້ຊຳລະໜີ້ຢຸດຈ່າຍໜີ້ໃນບາງງວດ ຫຼື ຂາດແຮງບັນດາລໃຈໃນການປົດໜີ້ ຍິ່ງກໍລະນີທີ່ໜີ້ກ້ອນທີ່ມີອັດຕາດອກເບ້ຍສູງສຸດມີຈຳນວນຫຼາຍເມື່ອທຽບກັບໜີ້ກ້ອນອື່ນໆ ກໍຈະຍິ່ງໃຊ້ເວລານານໃນການປົດໜີ້ກ້ອນທຳອິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ