site cover (65)
ChatGPT ບົ່ງອາການສາວໄວ 27 ປີ ວ່າກຳລັງປ່ວຍເປັນມະເຮັງ ສຸດທ້າຍໄປໃຫ້ໝໍກວດກໍພົບວ່າເປັນມະເຮັງແທ້ໆ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 March, 2025

ສຳນັກຂ່າວ ມິຣ໌ເຣີ ແຫ່ງປະເທດອັງກິດ ລາຍງານວ່າ ມາຣ໌ລີ ກາຣ໌ນໄຣແຕຣ໌ (Marly Garnreiter) ຍິງຊາວຝຣັ່ງ ອາຍຸ 27 ປີ

 

ເຄີຍຄິດວ່າອາການຂອງລາວເກີດຈາກຄວາມກົດດັນແລະຄວາມເສົ້າຫຼັງຈາກສູນເສຍພໍ່ໄປ ແຕ່ສຸດທ້າຍລາວກັບພົບວ່າຕົວເອງກຳລັງປະເຊິນກັບໂລກມະເຮັງເລືອດ ຊຶ່ງເປັນ ChatGPT ທີ່ບອກໃບ້ເຖິງໂຣກນີ້ກ່ອນທີ່ແພດຈະວິນິດໄສໄດ້

 

ມາຣ໌ລີ ເລີ່ມມີເຫື່ອອອກຕອນກາງຄືນ ແລະ ອາການຄັນທີ່ຜິວໜັງ ລາວເຊື່ອວ່າອາການເຫຼົ່ານີ້ເກີດຈາກຄວາມເສົ້າໂສກຫຼັງຈາກທີ່ພໍ່ຂອງລາວ ອາຍຸ 58 ປີ ເສຍຊີວິດຈາກມະເຮັງລຳໄສ້ໃຫຍ່ໃນປີ 2024.

 

ນອກຈາກນີ້ ລາວຍັງມີນ້ຳໜັກລົດລົງຢ່າງວ່ອງໄວ ແຕ່ຄິດວ່າເປັນຜົນຈາກຄວາມກົດດັນ ເມື່ອລາວລອງປ້ອນອາການເຫຼົ່ານີ້ລົງໃນ ChatGPT ລະບົບຕອບວ່າລາວອາດເປັນມະເຮັງເລືອດ ເຖິງຢ່າງໃດກໍຕາມ ລາວເລືອກທີ່ຈະບໍ່ໃສ່ໃຈເພາະຄິດວ່າເປັນພຽງການຄາດເດົາຂອງ AI

 

 

ບໍ່ດົນຫຼັງຈາກນັ້ນ ລາວເລີ່ມຮູ້ສຶກເມື່ອຍຢູ່ຕະຫຼອດເວລາ ແລະ ມີແຮງກົດດັນທີ່ໜ້າເອິກ ເຮັດໃຫ້ຕັດສິນໃຈໄປພົບແພດ ເມື່ອແພດເຮັດການສະແກນພົບວ່າມີກ້ອນເນື້ອງອກຂະໜາດໃຫຍ່ທີ່ປອດເບື້ອງຊ້າຍຂອງລາວ ລາວຖືກສົ່ງຕົວໄປພົບແພດສະເພາະທາງດ້ານປອດ ຊຶ່ງເຮັດການກວດຊິ້ນເນື້ອ ແລະ ບົ່ງອາການວ່າລາວເປັນ ມະເຮັງຕ່ອມນ້ຳເຫຼືອງຮອດຈ໌ກິນ (Hodgkin’s lymphoma) ຊຶ່ງເປັນມະເຮັງຊະນິດໜຶ່ງທີ່ເກີດຂຶ້ນໃນລະບົບນ້ຳເຫຼືອງ.

 

ປັດຈຸບັນ, ມາຣ໌ລີ ເລີ່ມເຂົ້າຮັບເຄມີບຳບັດ ຊຶ່ງຄາດວ່າຈະຕ້ອງໄດ້ຮັບທັງໝົດ 4-6 ຮອບ ລາວເປີດເຜີຍວ່າລາວມີໂອກາດເກັບໄຂ່ ແລະ ແຊ່ແຂງໄວ້ກ່ອນເລີ່ມການປິ່ນປົວເພື່ອຮັກສາຄວາມສາມາດໃນການມີລູກຂອງລາວ.

 

 

“ຂ້ອຍຮູ້ສຶກໃຈຮ້າຍ ແລະ ຄິດວ່າມັນບໍ່ຍຸຕິທຳເລີຍ ຂ້ອຍບໍ່ຢາກໃຫ້ຄອບຄົວຕ້ອງປະເຊີນກັບເລື່ອງແບບນີ້ອີກຄັ້ງ” ມາຣ໌ລີ ກ່າວ ພ້ອມຢ້ຳວ່າລາວເລີ່ມກ້າວໄປຂ້າງໜ້າດ້ວຍຄວາມໝັ້ນໃຈ ແລະ ເຊື່ອໝັ້ນວ່າຕົວເອງຈະສາມາດກ້າວຜ່ານຊ່ວງເວລານີ້ໄປໄດ້,

 

ລາວຍັງຝາກຂໍ້ຄິດສຳຄັນວ່າ “ເຮົາຄວນຮັບຟັງຮ່າງກາຍຂອງເຮົາ ບາງຄັ້ງເຮົາອາດຫຼົງລືມຄວາມເຊື່ອມໂຍງລະຫວ່າງຕົວເອງກັບສຸຂະພາບຂອງເຮົາ ມັນສຳຄັນຫຼາຍທີ່ຈະຕ້ອງໃສ່ໃຈ ແລະ ຮັບຮູ້ສັນຍານທີ່ຮ່າງກາຍສົ່ງເຖິງເຮົາ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ