
ສື່ເກົາຫຼີໃຕ້ລາຍງານເມື່ອວັນທີ 26 ມີນາວ່າ ທ່າມກາງຄວາມພະຍາຍາມຈະດັບໄຟປ່າທີ່ກຳລັງເຜົາຜານພື້ນທີ່ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດເກົາຫຼີໃຕ້ໃຫ້ໄດ້ຮັບຄວາມເສຍຫາຍ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 18 ລາຍແລ້ວນັ້ນ
ລ່າສຸດ ໄດ້ເກີດເຫດສະຫຼົດຂຶ້ນອີກເມື່ອເຮລິຄອບເຕີດັບເພີງທີ່ຖືກສົ່ງເຂົ້າຮ່ວມໃນການດັບໄຟປ່າຄັ້ງນີ້ນັ້ນໄດ້ປະສົບເຫດຕົກຂະນະຄວບຄຸມໄຟປ່າໃນແຂວງອຸຍຊາງ ສົ່ງຜົນໃຫ້ນັກບິນບົນເຮລິຄອບເຕີລຳນີ້ເສຍຊີວິດໃນທັນທີ ເຫດເກີດເມື່ອເວລາ 12.54 ນ.ຂອງວັນດຽວກັນຕາມເວລາທ້ອງຖິ່ນ
ສຳນັກງານປ່າໄມ້ເກົາຫຼີລະບຸວ່າເຮລິຄອບເຕີລຳປະສົບເຫດເປັນຮຸ່ນ S-76 ທີ່ທຳການເຊົ່າມາໂດຍເມືອງອິນເຈ ໃນແຂວງກັງວອນ ໄດ້ຕົກລົງພື້ນທີ່ພູເຂົາໃກ້ກັບເມືອງກຽນລີໃນຂະນະຮ່ວມດັບໄຟປ່າ
ໃນສ່ວນຂອງນັກບິນນັ້ນຍັງບໍ່ມີການເປີດເຜີຍຕໍ່ສາທາລະນະວ່າເປັນໃຜ ແຕ່ໄດ້ພົບຮ່າງແລ້ວໃນພື້ນທີ່ເຮລິຄອບເຕີຕົກ ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້ຢູ່ໃນລະຫວ່າງການສອບສວນລວມເຖິງການພິສູດອັດຕະລັກຂອງນັກບິນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














