site cover (73)
ເກົາຫຼີເໜືອທົດສອບ ໂດຣນລະເບີດຕົວເອງໄດ້ ໂດຍໃຊ້ເທັກໂນໂລຊີປັນຍາປະດິດ (AI)
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 March, 2025
ໝວດ: ຂ່າວ

ຄິມ ຈອງອຶນ ຊົມການທົດສອບໂດຣນ ໂດຣນລະເບີດຕົວເອງໄດ້  (ໂດຣນປິດຊີບ) ທີ່ໃຊ້ເທັກໂນໂລຊີເອໄອ ສັ່ງໃຫ້ການພັດທະນາອາວຸດສະໄໝໃໝ່ຕ້ອງມຸ່ງເນັ້ນຄວາມສາມາດຂອງເອໄອ

 

ສຳນັກຂ່າວກາງເກົາຫຼີ (KCNA) ຂອງເກົາຫຼີເໜືອ ລາຍງານວ່າ ເມື່ອວັນທີ 26 ມີນາ;

 

ຜູ້ນຳສູງສຸດ ຄິມ ຈອງອຶນ ໄດ້ເດີນທາງໄປກຳກັບດູແລການທົດສອບໂດຣນປິດຊີບເທັກໂນໂລຊີປັນຍາປະດິດ (AI) ດ້ວຍຕົວເອງ ພ້ອມກ່າວວ່າ ການຄວບຄຸມແບບໄຮ້ຄົນຂັບ ແລະ ຄວາມສາມາດຂອງເອໄອຈະຕ້ອງເປັນລຳດັບຄວາມສຳຄັນສູງສຸດໃນການພັດທະນາອາວຸດສະໄໝໃໝ່

 

ໂດຍຜູ້ນຳຄິມກວດສອບໂດຣນລາດຕະເວນຮຸ່ນໃໝ່ທີ່ປັບປຸງແລ້ວ ຊຶ່ງສາມາດກວດຈັບເປົ້າໝາຍຍຸດທະວິທີຕ່າງໆ ແລະ ກິດຈະກຳຂອງສັດຕູເທິງບົກ ແລະ ໃນທະເລໄດ້

 

ເກົາຫຼີເໜືອທົດສອບ ໂດຣນປິດຊີບທີ່ໃຊ້ເທັກໂນໂລຊີປັນຍາປະດິດ

 

ຄຳເວົ້າຂອງຄິມ ຈອງອຶນ “ອຸປະກອນໄຮ້ຄົນຂັບ ແລະ ປັນຍາປະດິດຄວນໄດ້ຮັບການໃຫ້ຄວາມສຳຄັນສູງສຸດ ແລະ ພັດທະນາໃນການປັບປຸງກອງທັບໃຫ້ທັນສະໄໝ”

 

ຮູບຖ່າຍສະແດງໃຫ້ເຫັນໂດຣນປີກຕຶງຂອງເກົາຫຼີເໜືອໂຈມຕີເປົ້າທີ່ເຮັດເປັນຮູບລົດຖັງ-ລົດຫຸ້ມເກາະ ຈາກນັ້ນກໍລະເບີດເປັນແປວໄຟ ໂດຍມີຮູບຄິມຍ່າງໄປກັບຜູ້ຊ່ວຍພ້ອມກັບສິ່ງທີ່ເບິ່ງຄືເຄື່ອງບິນກວດການໄຮ້ຄົນຂັບຊຶ່ງມີລັກສະນະຄ້າຍກັບເຄື່ອງບິນກວດການລະດັບສູງ RQ-4 Global Hawk ຂອງສະຫະລັດ ທີ່ຈອດຢູ່ເທິງລານຈອດເຄື່ອງບິນ

 

 

 

ເຊື່ອກັນວ່າຄວາມເຄື່ອນໄຫວນີ້ເກີດຈາກກອງທະຫານເກົາຫຼີເໜືອທີ່ປະຈຳການໃນສົງຄາມຣັດເຊຍ-ຢູເຄຣນ ໄດ້ຮັບປະສົບການ ການຮົບອັນລ້ຳຄ່າຈາກສົງຄາມໂດຣນທີ່ຢູເຄຣນມັກໃຊ້ ແລະ ສົ່ງຂໍ້ມູນກັບມາໃຫ້ເກົາຫຼີເໜືອ

 

ເກົາຫຼີເໜືອຍັງໄດ້ເປີດເຜີຍເຄື່ອງບິນແຈ້ງເຕືອນໄພທາງອາກາດລ່ວງໜ້າ (AEW) ຢ່າງເປັນທາງການເປັນຄັ້ງທຳອິດ ຊຶ່ງຈະຊ່ວຍປັບປຸງລະບົບປ້ອງກັນໄພທາງອາກາດທີ່ເກົ່າແກ່ຂອງປະເທດໄດ້

 

ຮູບທີ່ສື່ຂອງລັດເຜີຍແຜ່ສະແດງໃຫ້ເຫັນ ຄິມ ຈອງອຶນ ກຳລັງປີນຂັ້ນໄດໄປຍັງປະຕູຂອງເຄື່ອງບິນຂະໜາດໃຫຍ່ທີ່ມີເຄື່ອງຈັກສີ່ເຄື່ອງ ແລະ ໂດມເຣດາທີ່ຕິດຕັ້ງເທິງລຳຕົວເຄື່ອງບິນ ແລະ ເບິ່ງເຄື່ອງບິນຂະນະບິນໃນລະດັບຄວາມສູງຕ່ຳ

 

ນັກວິເຄາະລາຍງານກ່ອນໜ້ານີ້ວ່າ ເກົາຫຼີເໜືອໄດ້ດັດແປງເຄື່ອງບິນຂົນສົ່ງສິນຄ້າ Il-76 ທີ່ຜະລິດໂດຍຣັດເຊຍໃຫ້ເຮັດໜ້າທີ່ແຈ້ງເຕືອນລ່ວງໜ້າໂດຍໃຊ້ຮູບຖ່າຍດາວທຽມ

 

ສະຖາບັນລະຫວ່າງປະເທດເພື່ອການສຶກສາກົນລະຍຸດແຫ່ງລອນດອນລະບຸໃນລາຍງານເມື່ອເດືອນ ກັນຍາ ວ່າ ເຄື່ອງບິນດັ່ງກ່າວຈະຊ່ວຍເສີມລະບົບເຣດາພາກພື້ນດິນທີ່ມີຢູ່ຂອງເກົາຫຼີເໜືອ ຊຶ່ງບາງຄັ້ງຖືກຈຳກັດດ້ວຍພູມປະເທດທີ່ເປັນພູເຂົາ

ລາຍງານລະບຸວ່າ “ຄວາມສາມາດຂອງເຄື່ອງບິນ AEW ຈະຊ່ວຍບັນເທົາຄວາມທ້າທາຍບາງປະການຂອງພູມປະເທດ ແລະ ສິ່ງລົບກວນເທິງພື້ນດິນທີ່ກັບມາຕິດຕາມເຄື່ອງບິນທີ່ບິນຕ່ຳ ແລະ ຂີປະນາວຸດຮ່ອນ”

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ