site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 31 March, 2025
ໝວດ: ຂ່າວ

ກຸ່ມຕໍ່ຕ້ານການລັດຖະປະຫານໃນມຽນມາ ໄດ້ປະກາດຢຸດຍິງບາງສ່ວນເປັນໄລຍະເວລາ 2 ອາທິດ ເພື່ອເປີດທາງໃຫ້ກັບການຊ່ວຍເຫຼືອ ແລະ ປະຕິບັດການກູ້ໄພທີ່ເລີ່ມຂຶ້ນເມື່ອວັນທີ 30 ມີນາ ຫຼັງຈາກເກີດແຜ່ນດິນໄຫວຂະໜາດໃຫຍ່ໃນປະເທດທີ່ປະສົບກັບຄວາມຂັດແຍ່ງມາຢ່າງຍາວນານ

 

ດ້ານກອງກຳລັງປ້ອງກັນຂອງປະຊາຊົນ (PDF) ກຸ່ມຕິດອາວຸດຕໍ່ຕ້ານລັດຖະບານທະຫານມຽນມາ ປະກາດວ່າ ພວກເຂົາຈະເຮັດວຽກຮ່ວມກັບອົງການສະຫະປະຊາຊາດ ແລະ ອົງກອນຄວາມຊ່ວຍເຫຼືອລະຫວ່າງປະເທດ ພາຍໃນພື້ນທີ່ທີ່ຢູ່ພາຍໃຕ້ການຄວບຄຸມຂອງ PDF ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ ແລະ ຈັດຕັ້ງຄ້າຍກູ້ໄພ ແລະ ການແພດຊົ່ວຄາວ

 

ລັດຖະບານພັດຖິ່ນກ່າວວ່າຈະ “ຮ່ວມມືກັບສະຫະປະຊາຊາດແລະອົງກອນບໍ່ສະແຫວງຫາກຳໄລ (NGOs) ເພື່ອໃຫ້ແນ່ໃຈໃນຄວາມປອດໄພ ການຂົນສົ່ງ ແລະ ການຈັດຕັ້ງຄ້າຍກູ້ໄພ ແລະ ການແພດຊົ່ວຄາວ” ໃນພື້ນທີ່ທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ ຕາມແຖລງການທີ່ເຜີຍແຜ່ທາງສື່ສັງຄົມອອນລາຍ

 

 

ແຜ່ນດິນໄຫວຂະໜາດ 7.7 ແມກນິຈູດ ເກີດຂຶ້ນທາງຕາເວັນຕົກສຽງເໜືອຂອງເມືອງສະກາຍ ໃນພາກກາງຂອງປະເທດເມື່ອວັນສຸກ ແລະ ຍັງສົ່ງຜົນກະທົບເຖິງໄທ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1,700 ຄົນ ໃນພະມ້າ ຕາມການລະບຸຂອງລັດຖະບານທະຫານ ຂະນະທີ່ມີຜູ້ເສຍຊີວິດອີກປະມານ 18 ຄົນ ໃນກຸງເທບ

 

ກອງທັບພະມ້າກຳລັງເຮັດສົງຄາມກາງເມືອງໃນຫຼາຍແນວຮົບນັບຕັ້ງແຕ່ໂຄ່ນລົ້ມລັດຖະບານພົນລະເຮືອນຂອງອອງຊານຊູຈີໃນເດືອນກຸມພາ 2021

 

ກອງທັບພະມ້າຖືກຕໍ່ຕ້ານຈາກທັງກຸ່ມ PDF ແລະ ກຸ່ມຕິດອາວຸດຊົນກຸ່ມນ້ອຍຊາດພັນ ທີ່ຫຼາຍກຸ່ມຕໍ່ສູ້ມານານຫຼາຍທົດສະວັດ ລັດຖະບານເອກະພາບແຫ່ງຊາດສ່ວນໃຫຍ່ປະກອບດ້ວຍສະມາຊິກລັດຖະສະພາທີ່ຖືກຂັບໄລ່ອອກຈາກຕຳແໜ່ງຈາກການລັດຖະປະຫານ ທີ່ກຳລັງເຮັດວຽກເພື່ອໂຄ່ນລົ້ມລັດຖະບານທະຫານ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ