site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 April, 2025

1 ເມສາແມ່ນວັນຫຍັງ? ເປັນຫຍັງຕ້ອງຕວົະກັນຫຼິ້ນໃນມື້ນີ້. ຮູ້ຈັກທີ່ມາ April Fool’s Day ວັນແຫ່ງການຢອກຫຼິ້ນ ທີ່ມີເລື່ອງຈິງແອບຢູ່ຫຼາຍກວ່າທີ່ຄິດ!

 

April Fool’s Day ເປັນຫຍັງຕ້ອງເປັນວັນຂີ້ຕວົະ? ຄຳຖາມນີ້ເກີດຂຶ້ນທຸກປີເມື່ອເຂົ້າສູ່ວັນທີ 1 ເມສາ ເພາະໃນຫຼາຍປະເທດ ລວມເຖິງປະເທດລາວເຮົາເອງ ກໍມັກຈະເຫັນຂ່າວປອມ ມຸກຕະຫລົກຂຳໆ ຫຼື ໂພສເປັນຕາຫົວ ເຕັມໜ້າຟີດ ແຕ່ຮູ້ຫຼື ບໍ່ວ່າວັນນີ້ບໍ່ໄດ້ມີໄວ້ເພື່ອຂີ້ຕວົະແບບມົ່ວໆ ຢ່າງທີ່ຫຼາຍຄົນເຂົ້າໃຈ ແຕ່ມີປະຫວັດຄວາມເປັນມາໜ້າສົນໃຈ ແລະ ມີຂອບເຂດທີ່ຄວນລະວັງໃນການຫຼິ້ນມ່ວນເຊັ່ນກັນ.

 

ປະຫວັດ April Fool’s Day ເປັນຫຍັງຕ້ອງເປັນມື້ຂີ້ຕວົະ?

 

ທີ່ມາຂອງ April Fool’s Day ຫຼື ມື້ຂີ້ຕວົະ ຍັງບໍ່ສາມາດລະບຸໄດ້ຊັດເຈນ ແຕ່ມີທິດສະດີໜຶ່ງທີ່ໄດ້ຮັບການເວົ້າເຖິງຫຼາຍທີ່ສຸດຄື: ຕົ້ນກຳເນີດຈາກປະເທດຝຣັ່ງໃນຊ່ວງປາຍສະຕະວັດທີ 16 ໂດຍໃນປີ ຄ.ສ. 1582 ຝຣັ່ງໄດ້ປ່ຽນການເລີ່ມຕົ້ນປີໃໝ່ຈາກວັນທີ 1 ເມສາ ມາເປັນວັນທີ 1 ມັງກອນ ຕາມປະຕິທິນເກຣກໍເຣຍນ (Gregorian Calendar)

 

ເຖິງຢ່າງໃດກໍຕາມ ໃນຊ່ວງທີ່ມີການປ່ຽນແປງນີ້ ມີຜູ້ຄົນບາງກຸ່ມທີ່ຍັງບໍ່ຮູ້ ຫຼື ຍັງດື້ດຶງຍຶດຖືວັນທີ 1 ເມສາເປັນວັນປີໃໝ່ຢູ່ ສົ່ງຜົນໃຫ້ຄົນອື່ນເບິ່ງວ່າພວກເຂົາລ້າຫຼັງ ແລະ ເລີ່ມມີການແກ້ງກັນດ້ວຍມຸກຕະຫຼົກ ຫຼື ຂ່າວຂີ້ຕວົະຕ່າງໆ ຈົນກາຍເປັນທຳນຽມທີ່ຕໍ່ມາເອີ້ນວ່າ April Fool’s Day ນັ້ນເອງ

 

ເປັນຫຍັງຕ້ອງຂີ້ຕວົະໃນວັນ April Fool’s Day?

 

ການຕວົະໃນມື້ April Fool’s Day ບໍ່ໄດ້ມີເຈດຕະນາຮ້າຍ ຈຸດປະສົງຫຼັກຄື ເພື່ອຄວາມຕະຫຼົກ ແລະ ສ້າງສຽງຫົວຂວັນ ໂດຍເນັ້ນທີ່ຄວາມ “ບໍ່ຈິງ” ຢ່າງເປີດເຜີຍ ເຊັ່ນ: ຕວົະໝູ່ດ້ວຍເລື່ອງຕະຫຼົກ ຫຼື ການປ່ອຍຂ່າວປອມແບບຮູ້ກັນໃນວົງກວ້າງ ຊຶ່ງມັກຈະມີການສະເຫຼີຍໃນພາຍຫຼັງ

 

ໃນຍຸກໂຊຊຽວມີເດຍ ຫຼາຍແບຣນໃຫຍ່ກໍຮ່ວມມ່ວນດ້ວຍການອອກແຄມເປນແປກໆ ຫຼື ໂປຣໂມຊັນປອມທີ່ສ້າງຄວາມຮືຮາ ເຊັ່ນ: ເກີບເດີນເທິງອາກາດ ຫຼື ລົດໃໝ່ຂອງຂະໜົມສຸດແປກ ກ່ອນຈະສະເຫຼີຍໃນຕອນທ້າຍວ່າເປັນພຽງມຸກມື້ຂີ້ຕວົະ

 

ປະເທດທີ່ຫຼິ້ນ (ແລະ ບໍ່ຫຼິ້ນ) ມື້ຂີ້ຕວົະ

ປະເທດທີ່ນິຍົມຫຼິ້ນ April Fool’s Day ເຊັ່ນ: ສະຫະລັດອາເມລິກາ, ອັງກິດ, ແຄນາດາ, ອອສເຕຣເລຍ ແລະ ຝຣັ່ງ

 

ປະເທດທີ່ບໍ່ຄ່ອຍໃຫ້ຄວາມສຳຄັນ ເຊັ່ນ: ຍີ່ປຸ່ນ ແລະ ຈີນ ຊຶ່ງຖືວ່າ “ການຕວົະ” ແມ່ນແຕ່ຈະເປັນເລື່ອງຕະຫຼົກ ກໍບໍ່ເໝາະສົມໃນວັດທະນະທຳຂອງພວກເຂົາ

 

ຂອບເຂດຂອງການຕວົະໃນມື້ April Fool’s Day

 

ເຖິງແມ່ນວ່າ ຈະເປັນວັນແຫ່ງຄວາມມ່ວນຊື່ນ ແຕ່ການຕວົະໃນມື້ April Fool’s Day ຄວນມີຂອບເຂດ ແລະ ຄວາມຮັບຜິດຊອບ ເຊັ່ນ:

 

  • ຫຼີກລ່ຽງເລື່ອງທີ່ລະອຽດອ່ອນ ເຊັ່ນ: ຂ່າວເສຍຊີວິດ, ການເຈັບປ່ວຍ ຫຼື ປະເດັນຄວາມຂັດແຍ່ງ

 

  • ຢ່າແຊຣ໌ຂ່າວປອມທີ່ອາດເຮັດໃຫ້ຄົນອື່ນຕື່ນຕະໜົກ ເຊັ່ນ: ຂ່າວໄພພິບັດ, ການລະເບີດ ຫຼື ຂໍ້ມູນເທັດດ້ານສຸຂະພາບ

 

  • ຖ້າເປັນແບຣນ ຫຼື ອົງກອນ ຄວນມີການສະເຫຼີຍຢ່າງຊັດເຈນວ່າເປັນມຸກວັນ April Fool’s Day ເພື່ອບໍ່ໃຫ້ເກີດຄວາມເຂົ້າໃຈຜິດ

 

April Fool’s Day ເປັນຫຍັງຕ້ອງເປັນມື້ຂີ້ຕວົະ?

 

ເພາະມັນເລີ່ມຕົ້ນຈາກເລື່ອງປ່ຽນປະຕິທິນ ແຕ່ກາຍເປັນທຳນຽມຢອກກັນຫຼິ້ນໆ ທີ່ທົ່ວໂລກຍອມຮັບໃນຖານະ “ວັນຂີ້ຕວົະແບບບໍ່ທຳຮ້າຍໃຜ” ດັ່ງນັ້ນ ວັນທີ 1 ເມສາຈຶ່ງບໍ່ໄດ້ມີໄວ້ເພື່ອຕວົະກັນຢ່າງຈິງຈັງ ແຕ່ຄືຊ່ວງເວລາສັ້ນໆ ທີ່ພວກເຮົາຈະປ່ອຍສຽງຫົວຂວັນ ແລະ ຜ່ອນຄາຍຄວາມຄຽດກັນໄດ້ຢ່າງສ້າງສັນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ