
ຈີນເລີ່ມການຝຶກຊ້ອມຮົບຮ່ວມກອງທັບບົກ, ກອງທັບເຮືອ, ແລະ ກອງກຳລັງຈະຫຼວດອ້ອມເກາະໄຕ້ຫວັນ ໂດຍຖືເປັນການເຕືອນຕໍ່ຄວາມພະຍາຍາມໃນການແບ່ງແຍກດິນແດນ, ແລະ ເອີ້ນທ່ານໄລ່ ຊິງເຕີ ປະທານາທິບໍດີໄຕ້ຫວັນ ວ່າເປັນ “ປາຣາຊິດ” ຂະນະທີ່ໄຕ້ຫວັນສົ່ງເຮືອຮົບໄປຕອບໂຕ້ກອງທັບເຮືອຈີນທີ່ເຂົ້າໃກ້ຕາຝັ່ງ.
ການຝຶກຊ້ອມຮົບອ້ອມເກາະໄຕ້ຫວັນເກີດຂຶ້ນຫຼັງຈາກເດືອນແລ້ວນີ້ ທ່ານໄລ່ເອີ້ນຈີນວ່າເປັນ “ກອງກຳລັງຕ່າງຊາດທີ່ເປັນປໍລະປັກ” ຂະນະທີ່ຈີນເບິ່ງວ່າທ່ານໄລ່ຢູ່ໃນຖານະ “ຜູ້ແບ່ງແຍກດິນແດນ” ແລະ ໃນວິດີໂອທີ່ແນບມາກັບການປະກາດການຝຶກຊ້ອມຮົບຂອງກອງບັນຊາການພາກຕາເວັນອອກ ສະແດງພາບຂອງທ່ານໄລ່ວ່າເປັນແມງກາຕູນທີ່ຖືກໄມ້ຖູ່ຄູ່ໜຶ່ງຄີບຢູ່ເໜືອໄຕ້ຫວັນທີ່ກຳລັງລຸກໄໝ້ ແລະ ເອີ້ນເຂົາເປັນ “ປາຣາຊິດ”.
ກອງບັນຊາການພາກຕາເວັນອອກລະບຸໃນຖະແຫຼງການວ່າ “ການຝຶກຊ້ອມເນັ້ນໄປທີ່ການລາດຕະເວນກຽມພ້ອມຮົບໃນທະເລ ແລະ ທາງອາກາດ, ການເຂົ້າຍຶດການຄວບຄຸມຢ່າງຄອບຄຸມ, ການໂຈມຕີເປົ້າໝາຍທາງທະເລ ແລະ ທາງບົກ, ແລະ ການກຳນົດການຄວບຄຸມການປິດລ້ອມໃນພື້ນທີ່ ແລະ ເສັ້ນທາງສຳຄັນ”.
ລັດຖະບານໄຕ້ຫວັນປະນາມການຝຶກຊ້ອມດັ່ງກ່າວ, ໂດຍສຳນັກງານປະທານາທິບໍດີກ່າວວ່າຈີນ “ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກນາໆຊາດວ່າເປັນຜູ້ສ້າງບັນຫາ” ແລະ ລັດຖະບານມີຄວາມໝັ້ນໃຈ ແລະ ຄວາມສາມາດໃນການປົກປ້ອງຕົນເອງ.
ລັດຖະບານໄຕ້ຫວັນປະຕິເສດການອ້າງສິດອະທິປະໄຕຂອງຈີນ ໂດຍລະບຸວ່າມີພຽງປະຊາຊົນຂອງໄຕ້ຫວັນເທົ່ານັ້ນທີ່ສາມາດຕັດສິນອະນາຄົດຂອງພວກເຂົາໄດ້.
ເຈົ້າໜ້າທີ່ລະດັບສູງຂອງໄຕ້ຫວັນ 2 ຄົນກ່າວວ່າເຮືອຮົບຈີນຫຼາຍກວ່າ 10 ລຳໄດ້ເຂົ້າໃກ້ເຂດຕໍ່ເນື່ອງ 24 ໄມລ໌ທະເລ ຫຼື 44 ກມ. ຂອງໄຕ້ຫວັນ ແລະ ໄຕ້ຫວັນໄດ້ສົ່ງເຮືອຮົບຂອງຕົນເອງໄປຕອບໂຕ້.
ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຄົນໜຶ່ງກ່າວວ່າໄຕ້ຫວັນບໍ່ໄດ້ກວດພົບການຍິງຈິງຈາກກອງທັບຈີນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














