site cov (1)
"ນ້ຳມັນໝູ" ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 April, 2025

ນ້ຳມັນໝູ ອາດຈະເຄີຍເປັນສ່ວນປະສົມຫຼັກໃນເຮືອນຄົວຂອງຫຼາຍຄົວເຮືອນ, ແຕ່ຕໍ່ມາກໍ່ຄ່ອຍໆ ເສື່ອມຄວາມນິຍົມລົງ, ເມື່ອການຕະຫຼາດຂອງໄຂມັນຈາກໂຮງງານ, ເຊັ່ນ: ນ້ຳມັນພືດ ແລະ ມາກາລີນ, ຊັກຈູງໃຫ້ຜູ້ຄົນປ່ຽນພຶດຕິກຳການບໍລິໂພກແລະ ສ່ວນປະສົມທີ່ໃຊ້ໃນຄົວ.

 

ເຖິງຢ່າງໃດກໍຕາມ, ພວກເຮົາກຳລັງຄ່ອຍໆ ຄົ້ນພົບວ່າການຮັບປະທານອາຫານທີ່ປະກອບດ້ວຍອາຫານທຳມະຊາດ ແລະ ໄຂມັນດີມີປະໂຫຍດຕໍ່ສຸຂະພາບ.

 

ຮ່າງກາຍຂອງພວກເຮົາຕ້ອງການໄຂມັນເພື່ອດູດຊຶມວິຕາມິນທີ່ຈຳເປັນ, ແລະ ນ້ຳມັນໝູຈາກໝູທີ່ລ້ຽງແບບປ່ອຍອິດສະຫຼະກໍ່ເປັນໜຶ່ງໃນໄຂມັນດີທີ່ມີປະໂຫຍດຫຼາຍ.

 

ນອກຈາກນີ້ຍັງສາມາດນຳໄປໃຊ້ໃນການປຸງອາຫານໄດ້ຫຼາກຫຼາຍວິທີ.

 

 

ປະໂຫຍດຂອງນ້ຳມັນໝູ

1.ນ້ຳມັນໝູເປັນອາຫານທຳມະຊາດ

 

ນ້ຳມັນໝູຄືນ້ຳມັນທີ່ໄດ້ຈາກການຈຽວມັນໝູ, ຊຶ່ງໝາຍຄວາມວ່າຜ່ານຂະບວນການແປຮູບໜ້ອຍທີ່ສຸດ, ບໍ່ມີສ່ວນປະສົມ, ສານເຕີມແຕ່ງ, ຫຼື ສານກັນບູດອື່ນໆ, ແຕກຕ່າງຈາກອາຫານແປຮູບທີ່ພົບໄດ້ທົ່ວໄປຕາມຊັ້ນວາງສິນຄ້າໃນຮ້ານຂາຍເຄື່ອງ.

 

ຮ່າງກາຍຂອງພວກເຮົາຖືກອອກແບບມາໃຫ້ຮູ້ວ່າຈະຕ້ອງເຮັດແນວໃດເມື່ອພວກເຮົາກິນອາຫານທຳມະຊາດ.

 

2.ນ້ຳມັນໝູທົນຄວາມຮ້ອນ

 

ນ້ຳມັນໝູມີຈຸດເກີດຄວັນຢູ່ທີ່ 187.78 ອົງສາເຊວຊຽດ, ຊຶ່ງໝາຍຄວາມວ່ານ້ຳມັນໝູບໍ່ສະຫຼາຍຕົວ ແລະ ເກີດປະຕິກິລິຍາອອກຊີເດຊັນໄດ້ໄວເທົ່າກັບໄຂມັນຊະນິດອື່ນໆ ທີ່ໃຊ້ກັນໃນຄົວ, ເຊັ່ນ: ນ້ຳມັນພືດ. ເມື່ອໄຂມັນບໍ່ເກີດປະຕິກິລິຍາອອກຊີເດຊັນໄດ້ໄວ, ກໍ່ຈະສ້າງອະນຸມູນອິດສະຫຼະໜ້ອຍລົງ.

 

ອະນຸມູນອິດສະຫຼະມີຄວາມເຊື່ອມໂຍງກັບອາການອັກເສບແລະການທຳລາຍເຊວ, ດັ່ງນັ້ນ ການມີອະນຸມູນອິດສະຫຼະໃນອາຫານຂອງພວກເຮົາໜ້ອຍລົງຈຶ່ງເປັນສິ່ງທີ່ດີ.

 

3.ນ້ຳມັນໝູຈາກໝູລ້ຽງແບບປ່ອຍອິດສະຫຼະມີວິຕາມິນດີສູງ

 

ໝູທີ່ລ້ຽງແບບປ່ອຍອິດສະຫຼະຊຶ່ງໃຊ້ຊີວິດທ່າມກາງແສງແດດແລະອາກາດບໍລິສຸດ, ຈະສະສົມວິຕາມິນດີຈາກແສງອາທິດໄວ້ໃນເນື້ອເຍື່ອໄຂມັນຂອງມັນ, ເຮັດໃຫ້ໄຂມັນໝູ (ຫາກຈຽວຈາກໝູລ້ຽງແບບປ່ອຍອິດສະຫຼະ) ເປັນໜຶ່ງໃນແຫຼ່ງວິຕາມິນດີຈາກທຳມະຊາດທີ່ດີທີ່ສຸດໃນອາຫານ, ເປັນຮອງພຽງນ້ຳມັນຕັບປາຄອດເທົ່ານັ້ນ.

 

ຫາກທ່ານຕ້ອງການເພີ່ມວິຕາມິນດີໃນອາຫານ, ການປຸງອາຫານດ້ວຍນ້ຳມັນໝູຈາກໝູລ້ຽງແບບປ່ອຍອິດສະຫຼະໃນປະລິມານທີ່ພໍເໝາະກໍ່ເປັນຕົວຊ່ວຍທີ່ດີ. ນອກຈາກນີ້ຍັງມີສານອາຫານທີ່ເປັນປະໂຫຍດອື່ນໆ ເຊັ່ນ: ວິຕາມິນບີລວມ, ວິຕາມິນຊີ, ແລະ ທາດເຫຼັກ, ອີກທັງຍັງມີໄຂມັນບໍ່ອິ່ມຕົວເຊີງດ່ຽວສູງແລະຄໍເລສເຕີຣອວ “ດີ” ຊຶ່ງເປັນປະໂຫຍດຕໍ່ສຸຂະພາບຫົວໃຈແລະຫຼອດເລືອດ.

 

4.ນ້ຳມັນໝູມີລົດຊາດທີ່ເປັນກາງ

 

ນ້ຳມັນຫຼາຍຊະນິດທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນ ແລະ ມີຈຸດເກີດຄວັນສູງ, ມັກຈະເຮັດໃຫ້ລົດຊາດຂອງອາຫານທີ່ປຸງປ່ຽນໄປ. ເມື່ອທ່ານປຸງອາຫານດ້ວຍນ້ຳມັນໝູ, ອາຫານຂອງທ່ານຈະບໍ່ມີລົດຊາດຂອງໝູ, ແຕ່ທ່ານຈະໄດ້ແປ້ງພາຍທີ່ຮ່ວນກອບທີ່ສຸດ, ແປ້ງໂດວ໌ທີ່ນຸ່ມທີ່ສຸດ, ແລະ ໄກ່ຫຼືປາທອດທີ່ກອບທີ່ສຸດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
ຢ່າລື່ມກົດຕິດຕາມ