
ການນອນກົນ (Snoring) ເປັນອາການສຳຄັນຂອງພາວະຢຸດຫາຍໃຈຂະນະຫຼັບ, ຊຶ່ງມີສາເຫດມາຈາກອະໄວຍະວະໃນລະບົບຫາຍໃຈສ່ວນຕົ້ນບາງສ່ວນແຄບລົງ.
ຜູ້ປ່ວຍສາມາດກວດຄວາມຮຸນແຮງໄດ້ຜ່ານການເຮັດ Sleep Test ເພື່ອຫາລະດັບຄວາມສ່ຽງທີ່ເປັນອັນຕະລາຍ.
ຫາກພົບວ່າມີອາການທີ່ບໍ່ຮຸນແຮງ, ສາມາດປັບພຶດຕິກຳການນອນເພື່ອຊ່ວຍໃຫ້ອາການດີຂຶ້ນໄດ້.
ອາການນອນກົນເກີດຈາກສາເຫດໃດ
ເກີດຈາກການຫຍ່ອນຕົວຂອງກ້າມຊີ້ນບໍລິເວນຄໍຫອຍ ແລະ ຝາຄໍຂະນະຫຼັບ, ເຮັດໃຫ້ເກີດການອຸດກັ້ນລະບົບທາງເດີນຫາຍໃຈໃນບາງຈຸດ ຈົນເກີດການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຝາຄໍຫອຍ, ໂຄນລີ້ນ, ລວມໄປເຖິງລີ້ນໄກ່.
ເມື່ອລະບົບທາງເດີນຫາຍໃຈແຄບລົງ, ຈຶ່ງເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ.
ນອກຈາກນີ້ຍັງມີຜົນກະທົບຮຸນແຮງຕໍ່ການຫາຍໃຈເຮັດໃຫ້ບໍ່ສາມາດຫາຍໃຈໄດ້ຊົ່ວຂະນະໜຶ່ງ ຫຼື ເອີ້ນວ່າ ພາວະຢຸດຫາຍໃຈຂະນະຫຼັບ.
ປະເພດຂອງການນອນກົນ
ການກົນທຳມະດາ
ຄື ອາການທີ່ເກີດຈາກການຕີບແຄບຂອງບໍລິເວນທາງເດີນຫາຍໃຈສ່ວນເທິງ. ຜູ້ປ່ວຍອາດພົບພາວະຢຸດຫາຍໃຈຂະນະຫຼັບໄດ້ ແຕ່ຈະບໍ່ເຖິງເກນທີ່ແພດວິນິໄສພາວະຢຸດຫາຍໃຈຂະນະຫຼັບ.
ການກົນລະດັບອັນຕະລາຍ
ເປັນອາການນອນກົນທີ່ເຖິງເກນທີ່ກຳນົດຂອງການວິນິໄສພາວະຢຸດຫາຍໃຈຂະນະຫຼັບ, ໂດຍມີສາເຫດມາຈາກບໍລິເວນທາງເດີນຫາຍໃຈສ່ວນເທິງເກີດການຕີບແຄບຫຼາຍຂຶ້ນ, ສົ່ງຜົນໃຫ້ມີການຢຸດຫາຍໃຈຊົ່ວຂະນະ, ແລະ ອາກາດສາມາດຜ່ານໄດ້ໜ້ອຍລົງ. ຜູ້ປ່ວຍຈະມີອາການກົນທີ່ສຽງດັງ ແລ້ວຈະງຽບໄປສັກພັກໜຶ່ງ, ບາງລາຍອາດສະດຸ້ງຕື່ນແລ້ວມີອາການຫາຍໃຈເຮືອກຂຶ້ນມາ.
ບຸກຄົນໃດແດ່ທີ່ມີຄວາມສ່ຽງຕໍ່ອາການນອນກົນ
ອາການນີ້ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ. ອາດກ່າວໄດ້ວ່າຜູ້ທີ່ມີອາການນອນກົນ ອາດມີຄວາມສ່ຽງຕໍ່ພາວະຢຸດຫາຍໃຈຂະນະຫຼັບດ້ວຍ, ຊຶ່ງກຸ່ມບຸກຄົນເຫຼົ່ານັ້ນ ໄດ້ແກ່:
- ພົບໄດ້ໃນເພດຊາຍຫຼາຍກວ່າເພດຍິງ
- ເພດຍິງໄວໝົດປະຈຳເດືອນ ແລະ ຜູ້ຍິງທີ່ຖືພາ
- ຜູ້ທີ່ມີຮູບໜ້າບ້ຽວ, ຄາງຜິດປົກກະຕິ, ດັງຄົດ, ຫຼື ໂຄງສ້າງຂອງຊ່ອງດັງແຄບ
- ນ້ຳໜັກເກີນມາດຕະຖານ ມີຜົນເຮັດໃຫ້ທາງເດີນຫາຍໃຈແຄບຈົນເກີດອາການນອນກົນໄດ້
- ຜູ້ທີ່ມີໂລກປະຈຳຕົວ ເຊັ່ນ: ໂລກທາງຫົວໃຈ, ໂລກເບົາຫວານ, ໂລກໄຕ, ໂລກພູມແພ້
- ການທານຢາທີ່ສົ່ງຜົນຕໍ່ການຫຍ່ອນຕົວຂອງກ້າມຊີ້ນ
- ຜູ້ທີ່ມີປະຫວັດການສູບຢາ ແລະ ດື່ມແອລກໍຮໍລເປັນປະຈຳ
ນອນກົນແບບໃດທີ່ຄວນເຂົ້າພົບແພດ
- ຂະນະຫຼັບມີສຽງກົນທີ່ດັງຫຼາຍ ຈົນລົບກວນຜູ້ອື່ນທີ່ນອນຮ່ວມຕຽງດ້ວຍ
- ມີອາການເຈັບຫົວຕອນເຊົ້າ, ນອນບໍ່ເຕັມອິ່ມ, ຕື່ນບໍ່ ແລະ ຮູ້ສຶກບໍ່ສົດຊື່ນ
- ລະຫວ່າງວັນຈະເຫງົານອນຫຼາຍຜິດປົກກະຕິ, ຫງຸດຫງິດ, ອາລົມບໍ່ດີ
- ຜູ້ຮ່ວມຕຽງສາມາດສັງເກດເຫັນເຖິງການຫາຍໃຈທີ່ບໍ່ສະໝ່ຳສະເໝີ, ໂດຍຈະມີສຽງກົນແຕ່ຈະຢຸດເປັນຊ່ວງ, ບາງທີອາດຈະສະດຸ້ງເຮືອກເນື່ອງຈາກຢຸດຫາຍໃຈຊົ່ວຂະນະ
ພາວະຢຸດຫາຍໃຈຂະນະຫຼັບ ອັນຕະລາຍສູງສຸດຈາກການນອນກົນ
ຫາກເປັນພາວະຢຸດຫາຍໃຈຂະນະຫຼັບໃນລະດັບທີ່ຮຸນແຮງ, ຈະສົ່ງຜົນໃຫ້ເກີດພາວະແຊກຊ້ອນທີ່ສ່ຽງຕໍ່ການເສຍຊີວິດໄດ້ ຜ່ານທາງໂລກຫຼອດເລືອດຫົວໃຈ ຫຼື ໂລກຫົວໃຈວາຍ ເປັນຕົ້ນ. ຫຼື ຖ້າຫາກຜູ້ປ່ວຍເປັນໂລກຫົວໃຈຢູ່ແລ້ວ, ອາດຈະຍິ່ງເພີ່ມໂອກາດເສຍຊີວິດຂະນະຫຼັບໄດ້.
ການວິນິໄສອາການນອນກົນ
ແພດຈະເຮັດການຊັກຖາມປະຫວັດອາການ ຮ່ວມກັບການກວດວິນິໄສອະໄວຍະວະອື່ນໆ ຜ່ານການເອັກຊເຣ ເຊັ່ນ: ກະໂຫຼກ, ກະດູກໃບໜ້າ ເປັນຕົ້ນ.
ນອກຈາກນີ້ຍັງສາມາດວິນິໄສອາການນອນກົນໄດ້ຈາກການກວດການນອນຫຼັບ (Polysomnography) ຫຼື ທີ່ພວກເຮົາຮູ້ຈັກກັນດີວ່າ Sleep Test.
ຫາກພົບວ່າອາການດັ່ງກ່າວບໍ່ໄດ້ມີພາວະຢຸດຫາຍໃຈຂະນະຫຼັບລະດັບຮຸນແຮງຮ່ວມດ້ວຍ, ຍັງຖືວ່າບໍ່ໜ້າເປັນຫ່ວງຫຼາຍ. ແຕ່ຖ້າຫາກພົບວ່າມີຄວາມສ່ຽງໃນລະດັບທີ່ອັນຕະລາຍຕ້ອງຫາແນວທາງໃນການຮັກສາໂດຍໄວທີ່ສຸດ.
ການແກ້ໄຂບັນຫາການນອນກົນເບື້ອງຕົ້ນ
ຫາກພົບວ່າອາການນອນກົນບໍ່ໄດ້ຢູ່ໃນລະດັບທີ່ອັນຕະລາຍ, ຜູ້ປ່ວຍສາມາດແກ້ໄຂອາການເບື້ອງຕົ້ນໄດ້ ດັ່ງນີ້:
- ປັບປ່ຽນທ່ານອນໃຫ້ຫົວຢູ່ສູງກວ່າລຳຕົວ
- ຮັກສານ້ຳໜັກໃຫ້ໄດ້ຕາມມາດຕະຖານ
- ງົດການສູບຢາ ແລະ ການດື່ມແອລກໍຮໍລ
- ອອກກຳລັງກາຍຢ່າງສະໝ່ຳສະເໝີ
- ປັບພຶດຕິກຳການນອນໃຫ້ໄດ້ 7-8 ຊົ່ວໂມງຕໍ່ວັນ
- ຫຼີກລ່ຽງການໃຊ້ ຫຼື ຮັບປະທານຢາທີ່ມີລິດເຮັດໃຫ້ເຫງົານອນ
ການກຽມຕົວເພື່ອເຂົ້າຮັບການກວດອາການນອນກົນ
- ຜູ້ປ່ວຍຄວນເຮັດຄວາມສະອາດຫົວກ່ອນເຂົ້າຮັບການກວດ
- ບໍ່ຄວນໃສ່ນ້ຳມັນ ຫຼື ຄຣີມທີ່ຜົມ ເພາະແພດຈະມີການຕິດຕັ້ງອຸປະກອນທີ່ໜັງຫົວບໍລິເວນທີ່ບໍ່ມີໄຂມັນ, ເພື່ອໃຫ້ສັນຍານກຣາຟຊັດເຈນຫຼາຍທີ່ສຸດ ແລະ ສາມາດອ່ານລະດັບໄດ້ຖືກຕ້ອງ, ແມ່ນຢຳ
- ຫ້າມທາແປ້ງ ແລະ ຄຣີມ ທີ່ບໍລິເວນໃບໜ້າ, ຂາ, ຫຼື ຄໍ
- ຫຼີກລ່ຽງການດື່ມຊາ, ກາເຟ, ຫຼື ເຄື່ອງດື່ມແອລກໍຮໍລກ່ອນເຂົ້າຮັບການກວດ
- ຫ້າມຮັບປະທານຢານອນຫຼັບຫຼືຢາຖ່າຍ ເພາະຢາຖ່າຍຈະເຮັດໃຫ້ການກວດບໍ່ເປັນໄປຢ່າງຕໍ່ເນື່ອງ, ສ່ວນຢານອນຫຼັບອາດສົ່ງຜົນໃຫ້ການນອນຫຼັບບໍ່ເປັນໄປຕາມປົກກະຕິ
ອາການນອນກົນ, ຫຼາຍທ່ານອາດມອງວ່າເປັນບັນຫາສຸຂະພາບພຽງເລັກນ້ອຍ, ແຕ່ຄວາມຈິງແລ້ວກັບແຝງໄປດ້ວຍອັນຕະລາຍທີ່ພວກເຮົາບໍ່ຄວນໄວ້ວາງໃຈ.
ດ້ວຍເຫດນີ້ຈຶ່ງບໍ່ຄວນລະເລີຍ, ແລະ ຖ້າຫາກພົບວ່າຕົນເອງມີອາການນອນກົນ, ຄວນເຂົ້າຮັບການກວດວິນິໄສ ເພື່ອປ້ອງກັນບັນຫາຮຸນແຮງທີ່ອາດຕາມມາຫາກຜູ້ປ່ວຍປ່ອຍປະລະເລີຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














