
ເຄີຍມີຄົນຮອບຂ້າງທັກວ່າ ພວກເຮົາອາດຈະເປັນ ໂລກໄທລອຍດ໌ ເພາະເຫັນວ່າຄໍໂປ່ງ, ຄໍບວມຜິດປົກກະຕິ, ລອງຍືດຄໍແລ້ວລູບຂຶ້ນລູບລົງຫຼາຍຮອບເລີຍທີດຽວ. ແຕ່ຄວາມເປັນຈິງແລ້ວນອກຈາກຄໍໂປ່ງ, ຍັງມີອາການອື່ນໆ ທີ່ເປັນອາການເລີ່ມຕົ້ນຂອງ ຕ່ອມໄທລອຍດ໌ເປັນພິດ ອີກຫຼາຍຢ່າງ.
ມີອາການຫຍັງແດ່, ມາເຊັກນຳກັນ.
ຮູ້ຈັກກັບຕ່ອມໄທລອຍດ໌
ຕ່ອມໄທລອຍດ໌ ເປັນຕ່ອມທີ່ມີຂະໜາດໃຫຍ່ທີ່ສຸດໃນລະບົບຂອງຕ່ອມບໍ່ມີທໍ່, ລັກສະນະກໍ່ຈະຄ້າຍໆ ກັບປີກແມງກະເບື້ອ ທີ່ກາງອອກແລ້ວຄອບຢູ່ບໍລິເວນດ້ານເທິງຂອງຫຼອດລົມ, ເຮັດໜ້າທີ່ສ້າງຮໍໂມນທີ່ຄວບຄຸມການເຜົາຜານພະລັງງານພາຍໃນຮ່າງກາຍ, ລະບົບຍ່ອຍອາຫານ, ລະດັບໄຂມັນໃນເລືອດ, ການເຮັດວຽກຂອງກ້າມຊີ້ນ, ຄວບຄຸມອຸນຫະພູມໃນຮ່າງກາຍ, ໄປຈົນເຖິງຄວບຄຸມເລື່ອງອາລົມ ແລະ ຄວາມຮູ້ສຶກ.
ໂດຍປົກກະຕິແລ້ວຕ່ອມໄທລອຍດ໌ຈະຜະລິດຮໍໂມນອອກມາໃນປະລິມານທີ່ເໝາະສົມ, ຊ່ວຍເສີມໃຫ້ລະບົບຕ່າງໆ ເຮັດວຽກໄດ້ຢ່າງເຕັມປະສິດທິພາບ, ແຕ່ເມື່ອວັນໃດທີ່ຕ່ອມໄທລອຍດ໌ເກີດເຮັດວຽກໜັກຈົນເກີນໄປ, ກໍ່ຈະສົ່ງຜົນໃຫ້ຮ່າງກາຍເມື່ອຍງ່າຍ, ມືສັ່ນ, ໃຈສັ່ນ, ນອນບໍ່ຫຼັບ, ນ້ຳໜັກລຸດ, ຫຼື ໃນຜູ້ຍິງກໍ່ອາດເກີດປະຈຳເດືອນມາຜິດປົກກະຕິໄດ້.
ໃນບາງລາຍຫາກມີອາການຮຸນແຮງກໍ່ຈະເຮັດໃຫ້ຜູ້ປ່ວຍເກີດອາການໂຄມ່າ, ຕາເຫຼືອງ, ຕົວເຫຼືອງ, ອາດເຮັດໃຫ້ເກີດພາວະຫົວໃຈວາຍ ແລະ ມີນ້ຳຖ້ວມປອດໄດ້. ລວມແລ້ວອາການທີ່ເກີດຂຶ້ນເຫຼົ່ານີ້ຈະເອີ້ນວ່າ ພາວະໄທລອຍດ໌ເປັນພິດ.
ສັນຍານເຕືອນໄພ ຕ່ອມໄທລອຍດ໌ເປັນພິດ
- ອ່ອນເພຍ, ເມື່ອຍງ່າຍກວ່າປົກກະຕິ
- ໃຈສັ່ນ, ອ່ອນແຮງ
- ເຫື່ອອອກງ່າຍ, ຂີ້ຮ້ອນງ່າຍຂຶ້ນ
- ຫງຸດຫງິດງ່າຍກວ່າເກົ່າ, ອາລົມແປປວນ
- ນ້ຳໜັກລຸດລົງຢ່າງບໍ່ຮູ້ສາເຫດ
- ປະຈຳເດືອນຜິດປົກກະຕິ
- ຄໍໂຕ, ຄໍໂປ່ງ
- ອາດມີອາການຕາໂປນຮ່ວມນຳ
ສາເຫດຂອງໂລກໄທລອຍດ໌ເປັນພິດ
ຄວາມຈິງ ແລ້ວສາເຫດຂອງໂລກໄທລອຍດ໌ເປັນພິດມີຢູ່ຫຼາຍສາເຫດ, ແຕ່ໂດຍສ່ວນໃຫຍ່ແລ້ວມາຈາກການທີ່ລະບົບພູມຄຸ້ມກັນໂລກເຮັດວຽກຜິດປົກກະຕິ, ໂດຍເຂົ້າໄປກະຕຸ້ນຕ່ອມໄທລອຍດ໌ໃຫ້ເຮັດວຽກໜັກເກີນໄປ.
ແລະ ຫາກຍາດຕິພີ່ນ້ອງມີປະຫວັດເຄີຍເປັນໂລກໄທລອຍດ໌ເປັນພິດ, ກໍ່ຍິ່ງເພີ່ມຄວາມສ່ຽງຫຼາຍຂຶ້ນ.
ນອກຈາກນີ້ຜູ້ຍິງຍັງມີໂອກາດເປັນໄທລອຍດ໌ເປັນພິດຫຼາຍກວ່າຜູ້ຊາຍອີກດ້ວຍ.
ດັ່ງນັ້ນຫາກໃຜມີອາການດັ່ງກ່າວ, ຮີບປຶກສາແພດ ເພື່ອເຮັດການປິ່ນປົວໃຫ້ທັນທ່ວງທີ ກ່ອນທີ່ຈະຊ້າເກີນໄປ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








