ວັນທີ 2 ເມສາ, ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣໍາ ໄດ້ປະກາດກໍານົດພາສີສຸນລະກາກອນຕອບໂຕ້ (Reciprocal Tariff) ໂດຍໃຫ້ເຫດຜົນວ່າພາສີເຫຼົ່ານີ້ຈະເຮັດໃຫ້ສະຫະລັດອາເມລິກາປະສົບຜົນສໍາເລັດ.
ພາສີ-ອາກອນຂອງທຣໍາ ເຊິ່ງໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານເປັນທີ່ຮຽບຮ້ອຍແລ້ວ, ຄາດວ່າຈະສົ່ງຜົນກະທົບທາງເສດຖະກິດໄປທົ່ວໂລກ ໂດຍທໍານຽບຂາວໄດ້ເປີດເຜີຍລາຍຊື່ປະເທດ/ດິນແດນ 185 ແຫ່ງ ແລະ ອັດຕາພາສີ-ອາກອນທີ່ສະຫະລັດອາເມລິກາຈະກໍານົດຕໍ່ປະເທດ/ດິນແດນເຫຼົ່ານັ້ນ.
ໂດນັລ ທຣໍາ ກຳນົດມາດຕະການພາສີສຸນລະກາກອນຕອບໂຕ້ຕໍ່ 60 ປະເທດ/ດິນແດນທົ່ວໂລກ
ອັດຕາພາສີສຸນລະກາກອນພື້ນຖານ 10%
ປະທານາທິບໍດີທຣໍາໄດ້ກຳນົດ “ພາສີ-ອາກອນພື້ນຖານ” ກັບປະເທດສ່ວນໃຫຍ່ທີ່ບໍ່ໄດ້ຈັດໃຫ້ເປັນ “ປະເທດທີ່ເອົາປຽບສະຫະລັດອາເມລິກາ” ໂດຍຈະກຳນົດອັດຕາພາສີສຸນລະກາກອນໄວ້ທີ່ 10% ແລະ ຈະມີຜົນບັງຄັບໃຊ້ໃນວັນທີ 5 ເມສາ.
ມີຢູ່ 125 ປະເທດ/ດິນແດນທີ່ຖືກຮຽກເກັບພາສີ-ອາກອນໃນອັດຕານີ້ ເຊັ່ນ: ສະຫະລາດຊະອານາຈັກ, ສິງກະໂປ, ບຣາຊິນ, ອົດສະຕາລີ, ນິວຊີແລນ, ຕຸລະກີ, ໂຄລົມເບຍ, ອາເຈນຕິນາ, ເອວຊານວາດໍ, ສະຫະລັດອາຣັບເອມິເລັດ, ຊາອຸດິອາຣະເບຍ ແລະ ອື່ນໆ.
ພາສີ-ອາກອນສຳລັບ “ຜູ້ກະທຳຜິດຮ້າຍແຮງທີ່ສຸດ”
ທຣໍາໄດ້ຮຽກເກັບພາສີ-ອາກອນຕອບໂຕ້ຕໍ່ “ປະເທດທີ່ກະທຳຜິດຮ້າຍແຮງທີ່ສຸດຕໍ່ສະຫະລັດອາເມລິກາ” ຊຶ່ງມີຢູ່ 60 ລາຍ ລວມເຖິງ “ປະເທດລາວ” ຂອງເຮົາ ໂດຍຈະມີຜົນບັງຄັບໃຊ້ໃນວັນທີ 9 ເມສາ.
ສະຫະລັດອາເມລິກາລະບຸວ່າ ປະເທດ/ດິນແດນເຫຼົ່ານີ້ຮຽກເກັບພາສີ-ອາກອນ ທີ່ສູງສຳລັບສິນຄ້າຂອງສະຫະລັດອາເມລິກາ, ມີການໃຊ້ມາດຕະການທີ່ບໍ່ແມ່ນພາສີຕໍ່ການຄ້າຂອງສະຫະລັດອາເມລິກາ ຫຼື ກະທຳການໃນລັກສະນະອື່ນທີ່ລັດຖະບານສະຫະລັດອາເມລິກາຮູ້ສຶກວ່າເປັນການທຳລາຍເປົ້າໝາຍທາງເສດຖະກິດຂອງສະຫະລັດອາເມລິກາ.
ທຣໍາກ່າວວ່າ “ເຮົາຈະຮຽກເກັບພາສີຈາກພວກເຂົາປະມານເຄິ່ງໜຶ່ງຂອງພາສີທີ່ພວກເຂົາຮຽກເກັບ ແລະ ເຄີຍຮຽກເກັບຈາກເຮົາ, ດັ່ງນັ້ນພາສີຈະບໍ່ແມ່ນອັດຕາເຕັມຈຳນວນ.
ລາວຈະເຮັດແບບນັ້ນກໍໄດ້ ແຕ່ຈະເປັນເລື່ອງຍາກສຳລັບຫຼາຍປະເທດ ແລະ ເຮົາບໍ່ຢາກເຮັດເຊັ່ນນັ້ນ.” ປະເທດ/ດິນແດນທີ່ເຈອພາສີຕອບໂຕ້ແບບໜັກໜ່ວງນີ້ ເຊັ່ນ:
ບໍ່ມີພາສີ-ອາກອນເພີ່ມເຕີມສຳລັບແຄນາດາ ແລະ ເມັກຊິໂກ
ແຄນາດາ ແລະ ເມັກຊິໂກ ບໍ່ໄດ້ຖືກກ່າວເຖິງໃນປະກາດມາດຕະການພາສີອາກອນໃໝ່ເຫຼົ່ານີ້
ທໍານຽບຂາວກ່າວວ່າ ພວກເຂົາຈະຈັດການກັບທັງສອງປະເທດໂດຍໃຊ້ກອບທີ່ກໍານົດໄວ້ໃນຄໍາສັ່ງຝ່າຍບໍລິຫານສະບັບກ່ອນໜ້ານີ້ ຊຶ່ງກໍານົດພາສີ-ອາກອນສໍາລັບແຄນາດາ ແລະ ເມັກຊິໂກເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາເຟນທານິນ ແລະ ບັນຫາຊາຍແດນ.
ກ່ອນໜ້ານີ້ ເຂົາກໍານົດພາສີ-ອາກອນ ດັ່ງກ່າວໄວ້ທີ່ 25% ກ່ອນທີ່ຈະປະກາດຂໍ້ຍົກເວັ້ນແລະເລື່ອນກໍານົດໄປ.
ພາສີ-ອາກອນສໍາລັບການນໍາເຂົ້າລົດຍົນ 25%
ນອກຈາກນີ້, ປະທານາທິບໍດີທຣໍາຍັງປະກາດວ່າສະຫະລັດອາເມລິກາຈະຮຽກເກັບ “ພາສີ-ອາກອນ 25% ສໍາລັບລົດຍົນທີ່ຜະລິດໃນຕ່າງປະເທດທັງໝົດ” ໂດຍພາສີເຫຼົ່ານັ້ນຈະມີຜົນບັງຄັບໃຊ້ເກືອບຈະທັນທີ, ໃນກາງຄືນຂອງວັນທີ 3 ເມສາ ຕາມເວລາທ້ອງຖິ່ນ.
ບໍ່ມີຊື່ຣັດເຊຍ
ສິ່ງທີ່ໜ້າສົນໃຈຈາກການປະກາດພາສີຄັ້ງນີ້ຂອງທຣໍາຄື ບໍ່ມີການກໍານົດພາສີ-ອາກອນຕໍ່ຣັດເຊຍ ທັງທີ່ມີການຮຽກເກັບຈາກຢູເຄຣນ 10%.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |