site cov (12)
ຄະນະບໍລິຫານງານສູນກາງພັກ ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 April, 2025
ໝວດ: ຂ່າວ

ໃນເວລາ 13:50 ນາທີ ຂອງວັນທີ 3 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານສູນກາງພັກ ປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.

 

 

ສະຫາຍ ທອງລຸນ ສີສຸລິດ ໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນສຳຄັນວ່າ:

ຕາງໜ້າຄະນະບໍລິຫານງານສູນກາງພັກ, ໃນນາມສ່ວນຕົວ ແລະ ຄອບຄົວ, ຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ.

 

ການຈາກໄປຂອງສະຫາຍ ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ.

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກປະຕິວັດ ຜູ້ນໍາທີ່ກ້າຫານ ແລະ ດີເດັ່ນຂອງຊາດລາວ ຊຶ່ງໄດ້ອຸທິດຊີວິດ ເພື່ອພາລະກິດປະຕິວັດການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດ ເພື່ອຄວາມຈະເລີນວັດທະນາຂອງຊາດລາວ.

 

ຄະນະບໍລິຫານງານສູນກາງພັກ ຂໍສະແດງຄວາມເຄົາລົບຮັກ ແລະ ຂໍແບ່ງເບົາຄວາມເສົ້າໂສກ ຕໍ່ຄອບຄົວສີພັນດອນ. ປະເທດຊາດ ແລະ ປະຊາຊົນ ຂໍຈາລຶກ, ຈົດຈໍາຄຸນງາມ, ຄວາມດີ ທີ່ສະຫາຍໄດ້ອຸທິດ ເພື່ອຊາດ ເພື່ອປະຊາຊົນ; ຊື່ສຽງຮຽງນາມຂອງສະຫາຍ ຈະຢູ່ຄຽງຄູ່ ແລະ ຕິດພັນກັບພາລະກິດປະຕິວັດຂອງພັກເຮົາຕະຫຼອດໄປ.

 

ຂໍໃຫ້ດວງວິນຍານຂອງ ສະຫາຍ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ