site cov (16)
ຈີນຮຽກຮ້ອງສະຫະລັດ 'ຍົກເລີກ' ຄຳສັ່ງການຂຶ້ນພາສີທັນທີ ແລະ ຢືນຢັນພ້ອມ 'ຕອບໂຕ້' ເພື່ອປົກປ້ອງຜົນປະໂຫຍດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 April, 2025
ໝວດ: ຂ່າວ

ລັດຖະບານຈີນອອກມາຮຽກຮ້ອງມື້ນີ້ 3 ເມສາ ໃຫ້ສະຫະລັດ “ຍົກເລີກ” ຄຳສັ່ງຮີດພາສີສຸນລະກາກອນລ່າສຸດໃນທັນທີ ພ້ອມເຕືອນວ່າຈີນຈະກຳນົດມາດຕະການຕອບໂຕ້ເພື່ອປົກປ້ອງຜົນປະໂຫຍດຂອງຕົນເອງ ຫຼັງຈາກທີ່ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ປະກາດຂຶ້ນພາສີຕອບໂຕ້ປະເທດຄູ່ຄ້າທົ່ວໂລກ ບໍ່ເວັ້ນແມ່ນແຕ່ຊາດພັນທະມິດ

 

ກະຊວງການຄ້າ​ຈີນ​ລະ​ບຸ​ວ່າ ຄວາມ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ລັດ ບໍ່​ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ການ​ເຈ​ລະ​ຈາ​ການ​ຄ້າ​ພະ​ຫຸ​ພາ​ຄີ​ຕະ​ຫຼອດ​ຊ່ວງ​ຫຼາຍ​ປີ​ທີ່​ຜ່ານ​ມາ ລວມ​ໄປ​ເຖິງ​ຂໍ້​ເທັດ​ຈິງ​ທີ່​ວ່າ​ສະ​ຫະ​ລັດ​ເອງ​ກໍ​ໄດ້​ປະ​ໂຫຍດ​ມະ​ຫາ​ສານ​ຈາກ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ

 

“ຈີນຂໍຄັດຄ້ານເລື່ອງນີ້ຢ່າງຈິງຈັງ ແລະ ຈະມີມາດຕະການຕອບໂຕ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຮົາເອງ”

 

ກະຊວງການຄ້າຈີນແຖລງ ທຣຳ ປະກາດອັດຕາພາສີຕອບໂຕ້ຈີນ 34% ໃນວັນພຸດ 2 ເມສາ ເພີ່ມເຕີມຈາກທີ່ເກັບແລ້ວ 20% ເມື່ອຕົ້ນປີນີ້ ເຮັດໃຫ້ອັດຕາພາສີ-ອາກອນສຳລັບສິນຄ້າຈີນທີ່ນຳເຂົ້າສະຫະລັດ ພຸ່ງຂຶ້ນໄປຢູ່ທີ່ 54% ໃກ້ຄຽງກັບຕົວເລກ 60% ທີ່ ທຣຳ ເຄີຍຂູ່ເອົາໄວ້ໃນຊ່ວງຫາສຽງເລືອກຕັ້ງ

 

ຜູ້ສົ່ງອອກຈີນລວມໄປເຖິງຜູ້ສົ່ງອອກຈາກປະເທດອື່ນໆ ຈະເລີ່ມຖືກສະຫະລັດ ເກັບພາສີຂັ້ນຕ່ຳສຸດ 10% ຕັ້ງແຕ່ວັນເສົານີ້ 5 ເມສາ ກ່ອນທີ່ອັດຕາພາສີຕອບໂຕ້ສູງສຸດທີ່ ທຣຳ ປະກາດຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 9 ເມສາ.

 

ຜູ້ນຳສະຫະລັດ ຍັງໄດ້ລົງນາມຄຳສັ່ງບໍລິຫານຍົກເລີກກົດ de minimis ເຊິ່ງເປັນຊ່ອງຫວ່າງທີ່ເຄີຍເປີດທາງໃຫ້ສິນຄ້າລາຄາຖືກຈາກຈີນ ແລະ ຮ່ອງກົງທີ່ມີມູນຄ່າບໍ່ເກີນ 800 ດອນລາຖືກນຳເຂົ້າສະຫະລັດ ໄດ້ໂດຍບໍ່ຕ້ອງເສຍພາສີ

 

ຣູບີ ອອສມັນ ຜູ້ຊ່ຽວຊານດ້ານຈີນຈາກສະຖາບັນ Tony Blair Institute for Global Change ມອງວ່າ “ຄຳສັ່ງຂຶ້ນພາສີຂອງປະທານາທິບໍດີ ທຣຳ ຕໍ່ຊາດອື່ນໆ ໜ້າຈະກໍ່ບັນຫາຫຼາຍກວ່າ”

 

“ບໍລິສັດຂອງຈີນໂຍກຍ້າຍເສັ້ນທາງການຄ້າຜ່ານໄປຍັງຫວຽດນາມ ແລະ ເມັກຊິໂກເພື່ອຫຼົບຫຼີກມາດຕະການຄວ່ຳບາດຂອງສະຫະລັດ ຢູ່ແລ້ວ ແຕ່ຕອນນີ້ປະເທດເຫຼົ່ານີ້ກໍມາຖືກສະຫະລັດ ຮີດພາສີສະຖານໜັກເສຍເອງດ້ວຍ”

 

ຜູ້ສົ່ງອອກຈີນ ແລະ ບໍລິສັດຂ້າມຊາດອີກຫຼາຍແຫ່ງໄດ້ປັບຕົວມາໃຊ້ກົນລະຍຸດ China+1 ເຊິ່ງໝາຍເຖິງການຫຼີກລ່ຽງການລົງທຶນສະເພາະໃນຈີນແລະກະຈາຍທຸລະກິດໄປຍັງປະເທດອື່ນໆ ເພື່ອຫຼຸດຄວາມສ່ຽງໃນຍຸກລັດຖະບານທຣຳເທີມໜຶ່ງ ແຕ່ວ່າເມື່ອອິນເດຍ ເມັກຊິໂກ ຫວຽດນາມ ແລະ ມາເລເຊຍ ເຊິ່ງເປັນກຸ່ມປະເທດທີ່ເຄີຍໄດ້ຮັບປະໂຫຍດຫຼາຍທີ່ສຸດຈາກແນວທາງນີ້ມາຖືກສະຫະລັດ ຂຶ້ນພາສີລະຫວ່າງ 24% ເຖິງ 46% ຄວາມໄດ້ປຽບທາງຕົ້ນທຶນຈາກການຍ້າຍຖານການຜະລິດອອກນອກຈີນກໍຫຼຸດລົງໄປຫຼາຍ.

 

 

ມາດຕະການຮີດພາສີລ່າສຸດຂອງ ທຣຳ ອາດກະຕຸ້ນໃຫ້ຈີນຫັນໄປກະຊັບສຳພັນການຄ້າກັບກຸ່ມຕະຫຼາດທາງເລືອກອື່ນໆ ແຕ່ປັດຈຸບັນຕ້ອງຍອມຮັບວ່າ ຍັງບໍ່ມີຊາດໃດໃນໂລກທີ່ມີພະລັງການບໍລິໂພກສູງທຽບເທົ່າສະຫະລັດ ເຊິ່ງຜູ້ຜະລິດຈີນສາມາດສົ່ງອອກສິນຄ້າໄປຂາຍຄິດເປັນມູນຄ່າຫຼາຍກວ່າ 400,000 ລ້ານດອນລາຕໍ່ປີ

 

“ຄຳສັ່ງຂຶ້ນພາສີຂອງ ທຣຳ ແນ່ນອນວ່າບໍ່ເປັນຜົນດີຕໍ່ຜູ້ຜະລິດຈີນ ແລະ ຈະສ້າງຄວາມເຈັບປວດໃຫ້ກັບອຸດສາຫະກຳບາງປະເພດ ແຕ່ຄົງຈະບໍ່ສົ່ງຜົນກະທົບຮຸນແຮງຕໍ່ເສດຖະກິດຂອງຈີນ” ວິນລຽມ ເຮີສຕ໌ ສາດສະຕາຈານຜູ້ຊ່ຽວຊານດ້ານການພັດທະນາຂອງຈີນຈາກມະຫາວິທະຍາໄລເຄມບຣິດຈ໌ ໃຫ້ຄວາມເຫັນ

 

“ການສົ່ງອອກໄປສະຫະລັດ ເລີ່ມມີຄວາມສຳຄັນຕໍ່ຈີນຫຼຸດລົງເລື້ອຍໆ ການຂຶ້ນພາສີຂອງສະຫະລັດ ຈະຍິ່ງເຮັດໃຫ້ຈີນຫັນໄປຄ້າຂາຍກັບປະເທດອື່ນໆ ຫຼາຍຂຶ້ນ ເຊັ່ນ: ຢູໂຣບ ອາຊີຕາເວັນອອກສຽງໃຕ້ ແລະ ແອຟຣິກາ”

 

ຢ່າງໃດກໍຕາມ ຜູ້ຜະລິດຈີນຫຼາຍລາຍຊີ້ວ່າ ການປັບໄປສູ່ຕະຫຼາດທາງເລືອກນັ້ນກໍ່ໃຫ້ເກີດການແຂ່ງຂັນ ແລະ ການຕັດລາຄາກັນເອງໃນໝູ່ຜູ້ສົ່ງອອກ ແລະ ສ່ຽງທີ່ຈະເປັນປັນຫາເງິນຝືດໃນຈີນເຊິ່ງມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ

 

ຈີນຍັງຄົງກຳນົດເປົ້າໝາຍການເຕີບໂຕທາງເສດຖະກິດເອົາໄວ້ທີ່ “ປະມານ 5%” ໃນປີນີ້ ເຖິງວ່າຈະຖືກ ທຣຳ ຮົວກະສຸນພາສີໃສ່ແບບບໍ່ຢຸດຢ່ອນ

 

ລັດຖະບານຈີນໃຫ້ຄຳໝັ້ນສັນຍາວ່າຈະອອກມາດຕະການກະຕຸ້ນເສດຖະກິດ ເພີ່ມການອອກພັນທະບັດ ໃຊ້ມາດຕະການຜ່ອນຄາຍທາງການເງິນ ແລະ ເນັ້ນກະຕຸ້ນອຸປະສົງພາຍໃນປະເທດເພື່ອບັນເທົາຜົນກະທົບຈາກສົງຄາມການຄ້າທີ່ທະວີຄວາມຮຸນແຮງຂຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ