
ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນວ່າ ຖອດຖອນ ຢຸນ ຊັອກຢອລ ຈາກປະທານາທິບໍດີເກົາຫຼີໃຕ້ ກໍລະນີການປະກາດກົດໄອຍະການເສິກເມື່ອປາຍປີ 2024 ຈົນເຮັດໃຫ້ເກົາຫຼີໃຕ້ຈົມດິ່ງສູ່ວິກິດການທາງການເມືອງ
ຢຸນ ຊອກ-ຢອລ ອະດີດປະທານາທິບໍດີເກົາຫຼີໃຕ້
ຄຳພິຈາລະນາໂດຍສັງເຂບຂອງສານຯ ມີດັ່ງນີ້:
- ຢຸນ ບໍ່ໄດ້ດຳເນີນຕາມຂະບວນການທີ່ຖືກຕ້ອງ
- ຢຸນ ໃຊ້ອຳນາດປະກາດພາວະສຸກເສີນລະດັບປະເທດໂດຍບໍ່ຖືກຕ້ອງ
- ຢຸນ ສັ່ງໃຫ້ກອງທັບດຳເນີນການປະເຊີນໜ້າກັບຜູ້ທີ່ຕົນເອງມີໜ້າທີ່ຕ້ອງພິທັກຮັກສາ ຖືວ່າເປັນການເຮັດໜ້າທີ່ໂດຍບໍ່ຖືກຕ້ອງ
- ກົດໄອຍະການເສິກຂອງຢຸນ ທຳລາຍສິດທາງການເມືອງຂອງປະຊາຊົນ ແລະ ລະເມີດກົດໝາຍແລະປະຊາທິປະໄຕ
ຜົນຈາກສານລັດຖະທຳມະນູນມີມະຕິເອກະສັນຖອດຖອນ “ຢຸນ ຊັອກ ຢອລ” ຈາກປະທານາທິບໍດີ ປະກາດກົດໄອຍະການເສິກ ເຮັດໃຫ້ລາວພົ້ນອຳນາດທັນທີ ແລະ ເກົາຫຼີໃຕ້ຕ້ອງຈັດເລືອກຕັ້ງໃໝ່ໃນ 60 ວັນ
ການຖອດຖອນຢຸນ ເຮັດໃຫ້ລາວຖືເປັນປະທານາທິບໍດີຄົນທີ 2 ທີ່ຖືກຖອດຖອນ ຫຼັງຈາກປາຣ໌ກ ກຶນຮເຢ ໃນປີ 2016
ຄຳຕັດສິນນີ້ຖືກຈັບຕາຈາກປະຊາຊົນເກົາຫຼີໃຕ້ທັງປະເທດ ມີຜູ້ສະໜັບສະໜູນ ແລະ ຕໍ່ຕ້ານ ຢຸນ ຊັອກຢອລ ອອກມາຊຸມນຸມ ເພື່ອລໍຟັງຄຳຕັດສິນເທິງທ້ອງຖະໜົນເປັນຈຳນວນຫຼາຍ
ທີ່ມາຂອງການພິຈາລະນາຖອດຖອນ ຍ້ອນໄປ ເມື່ອເດືອນທັນວາປີທີ່ແລ້ວ ປະທານາທິບໍດີ ຢຸນ ຊອກຢອລ ຂອງເກົາຫຼີໃຕ້ ປະກາດປະກາດກົດໄອຍະການເສິກໂດຍບໍ່ແຈ້ງລ່ວງໜ້າ ໂດຍຖະແຫຼງຂ່າວກາງຄືນຜ່ານການຖ່າຍທອດສົດທາງໂທລະພາບ YTN ທົ່ວປະເທດ ໂດຍລະບຸວ່າ ມາດຕະການດັ່ງກ່າວມີຄວາມຈຳເປັນເພື່ອປົກປ້ອງເກົາຫຼີໃຕ້ຈາກໄພຂົ່ມຂູ່ຈາກກອງກຳລັງຄອມມິວນິສຂອງເກົາຫຼີເໜືອ ແລະ ເພື່ອກຳຈັດກຸ່ມຕໍ່ຕ້ານລັດ ດ້ວຍເຫດຜົນນີ້ ລາວຈຶ່ງປະກາດກົດໄອຍະການເສິກສຸກເສີນ
ເຮັດໃຫ້ສະມາຊິກລັດຖະສະພາແຫ່ງຊາດຂອງເກົາຫຼີໃຕ້ ເຊິ່ງມາລວມຕົວກັນໄດ້ 190 ຄົນ ຈາກ 300 ຄົນ ລົງມະຕິດ້ວຍຄະແນນສຽງ 190 ຕໍ່ 0 ຄັດຄ້ານກົດໄອຍະການເສິກ ແລະ ຮຽກຮ້ອງໃຫ້ປະທານາທິບໍດີຍົກເລີກຄຳສັ່ງ
ຕາມລັດຖະທຳມະນູນຂອງເກົາຫຼີໃຕ້ ເມື່ອສຽງສ່ວນໃຫຍ່ໃນສະພາຮຽກຮ້ອງໃຫ້ຍົກເລີກກົດໄອຍະການເສິກ ປະທານາທິບໍດີກໍຕ້ອງປະຕິບັດຕາມ ບໍ່ສະນັ້ນອາດຕ້ອງປະເຊີນກັບການຟ້ອງຮ້ອງຖອດຖອນ
ຕໍ່ມາ ປະທານາທິບໍດີຢຸນ ກໍຍອມຍົກເລີກກົດໄອຍະການເສິກ ແລະ ຖືກຟ້ອງຮ້ອງ ແລະ ອອກໝາຍຈັບ ຕໍ່ການປະກາດກົດໄອຍະການເສິກດັ່ງກ່າວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |