
ເປີດເຜີຍເຫດຜົນຫຼັກ ເປັນຫຍັງຫຼາຍສາຍການບິນ ຫ້າມສາກພາວເວີແບງກ໌ ຕອນບິນ
ພາວເວີແບງກ໌ ຫຼື ແບັດເຕີຣີສຳຮອງ ໄດ້ກາຍເປັນອຸປະກອນທີ່ຂາດບໍ່ໄດ້ສຳລັບຄົນຍຸກນີ້ ໂດຍສະເພາະເວລາຕ້ອງເດີນທາງໄກ ແຕ່ເຄີຍສັງເກດບໍ່ວ່າຫຼາຍສາຍການບິນເລີ່ມອອກກົດລະບຽບ “ຫ້າມໃຊ້ພາວເວີແບງກ໌ເທິງເຄື່ອງບິນ” ເຖິງວ່າຈະສາມາດພົກຂຶ້ນໄປໄດ້ກໍຕາມ ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ມາເບິ່ງເຫດຜົນທີ່ຢູ່ເບື້ອງຫຼັງກົດນີ້ກັນ!
ເປີດເຜີຍເຫດຜົນຫຼັກ ເປັນຫຍັງຫຼາຍສາຍການບິນ ຫ້າມຊາດພາວເວີແບງກ໌ ຕອນບິນ
ການສາດພາວເວີແບງກ໌ ຕອນບິນ ສ່ຽງເກີດຄວາມຮ້ອນສູງແລະໄຟໄໝ້ ອີກທັງພາວເວີແບງກ໌ໃຊ້ແບັດເຕີຣີລິເທຍມໄອອອນ ຊຶ່ງມີໂອກາດເກີດ “Thermal Runaway” ຫຼື ພາວະທີ່ແບັດເຕີຣີຮ້ອນຂຶ້ນຈົນຄວບຄຸມບໍ່ໄດ້ ຫາກເກີດຄວາມເສຍຫາຍຫຼືມີການໃຊ້ງານຜິດວິທີ ອາດນຳໄປສູ່ການລັດວົງຈອນຈົນເກີດໄຟໄໝ້ໄດ້ ຊຶ່ງເປັນເຫດຜົນຫຼັກທີ່ສາຍການບິນຕ້ອງເຂັ້ມງວດກັບອຸປະກອນປະເພດນີ້
ຜົນກະທົບຈາກຄວາມດັນອາກາດເທິງເຄື່ອງບິນມີການປ່ຽນແປງຂອງຄວາມກົດອາກາດແລະອຸນຫະພູມ ຊຶ່ງອາດສົ່ງຜົນຕໍ່ແບັດເຕີຣີ ໂດຍສະເພາະພາວເວີແບງກ໌ທີ່ບໍ່ໄດ້ມາດຕະຖານຫຼືຢູ່ໃນສະພາບຊຳລຸດ ມີໂອກາດສ່ຽງສູງທີ່ຈະເກີດປະຕິກິລິຍາທາງເຄມີທີ່ອັນຕະລາຍ
ຄວາມສ່ຽງຈາກການຊາດໄຟທີ່ບໍ່ສະຖຽນປັກໄຟເທິງເຄື່ອງບິນອາດບໍ່ໄດ້ອອກແບບມາໃຫ້ຮອງຮັບການສາກພາວເວີແບງກ໌ໂດຍກົງ ຫາກມີການໃຊ້ອຸປະກອນທີ່ບໍ່ໄດ້ມາດຕະຖານ ອາດເກີດໄຟຟ້າລັດວົງຈອນ ເຮັດໃຫ້ແບັດເຕີຣີເສຍຫາຍ ແລະອາດນຳໄປສູ່ການເກີດໄຟໄໝ້ໄດ້
ການເກັບຮັກສາທີ່ບໍ່ເໝາະສົມຫຼາຍສາຍການບິນຫ້າມໂຫຼດພາວເວີແບງກ໌ໄວ້ໃຕ້ເຄື່ອງ ເພາະຫາກເກີດບັນຫາຂຶ້ນ ເຈົ້າໜ້າທີ່ຈະບໍ່ສາມາດເຂົ້າເຖິງໄດ້ທັນທີ ແຕ່ເຖິງແມ່ນວ່າຈະພົກຂຶ້ນເຄື່ອງ ການເກັບແບບອັດແໜ້ນໃນກະເປົາຖືກໍຍັງສ່ຽງເຮັດໃຫ້ແບັດເຕີຣີເສຍຫາຍແລະເກີດອຸບັດຕິເຫດໄດ້
ພື້ນທີ່ປິດ ເຮັດໃຫ້ຄວບຄຸມໄຟໄດ້ຍາກຫ້ອງໂດຍສານຂອງເຄື່ອງບິນເປັນພື້ນທີ່ປິດ ແລະເຖິງແມ່ນວ່າເຈົ້າໜ້າທີ່ຈະໄດ້ຮັບການຝຶກມາເພື່ອຮັບມືກັບເຫດສຸກເສີນ ແຕ່ໄຟໄໝ້ເທິງເຄື່ອງບິນນັ້ນອັນຕະລາຍຫຼາຍ ເພາະພື້ນທີ່ຈຳກັດ ບໍ່ມີທາງໜີ ແລະອາດເຮັດໃຫ້ເກີດຄວາມເສຍຫາຍຮ້າຍແຮງ
ຖ້າບໍ່ໃຊ້ສາກແລ້ວເຮົາຈະເຮັດແນວໃດດີ?
- ພົກພາວເວີແບງກ໌ຂຶ້ນເຄື່ອງ ແຕ່ຫ້າມໃຊ້ງານ ຕາມກົດຂອງສາຍການບິນ
- ສາກແບັດໂທລະສັບໃຫ້ເຕັມກ່ອນຂຶ້ນເຄື່ອງ ເພື່ອຫຼຸດຄວາມຈຳເປັນໃນການໃຊ້ພາວເວີແບງກ໌
- ເລືອກພາວເວີແບງກ໌ທີ່ໄດ້ມາດຕະຖານ ແລະກວດສອບສະພາບກ່ອນນຳຂຶ້ນເຄື່ອງ
- ເກັບໄວ້ໃນກະເປົາຖື ແລະບໍ່ອັດແໜ້ນຈົນເກີດແຮງກົດທັບ
ເຖິງແມ່ນຫຼາຍຄົນອາດມອງວ່າກົດນີ້ເປັນເລື່ອງຍຸ້ງຍາກ ແຕ່ທັງໝົດນີ້ກໍເພື່ອຄວາມປອດໄພຂອງຜູ້ໂດຍສານທຸກຄົນ ດັ່ງນັ້ນ ຖ້າຂຶ້ນເຄື່ອງຄັ້ງໜ້າ ຢ່າລືມປະຕິບັດຕາມກົດ ເພື່ອໃຫ້ການເດີນທາງຂອງເຮົາປອດໄພໄຮ້ກັງວົນ!
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














