site cov (22)
ປະທ້ວງຕໍ່ຕ້ານ "ທຣໍາ" ທົ່ວສະຫະລັດອາເມລິກາ ຄາດວ່າຈະມີຜູ້ເຂົ້າຮ່ວມກວ່າ 20,000 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 April, 2025
ໝວດ: ຂ່າວ

ຜູ້ປະທ້ວງຫຼາຍພັນຄົນຮວມຕົວກັນໃນນະຄອນວໍຊິງຕັນ ດີ.ຊີ. ແລະ ເມືອງຕ່າງໆທົ່ວສະຫະລັດອາເມລິກາໃນວັນເສົາທີ່ຜ່ານມາ (5 ເມສາ) ໂດຍເປັນສ່ວນໜຶ່ງຂອງການປະທ້ວງກວ່າ 1,200 ຄັ້ງ ທີ່ຄາດວ່າຈະເປັນການປະທ້ວງໃນໜຶ່ງວັນທີ່ໃຫຍ່ທີ່ສຸດຕໍ່ຕ້ານປະທານາທິບໍດີໂດນັລ ທຣໍາ ແລະ ເພື່ອນຮ່ວມອຸດົມການຢ່າງ ອີລອນ ມັສກ໌ ນັບຕັ້ງແຕ່ພວກເຂົາເລີ່ມດຳເນີນການຢ່າງວ່ອງໄວເພື່ອປະຕິຮູບລັດຖະບານ ແລະ ຂະຫຍາຍອຳນາດຂອງປະທານາທິບໍດີ.

 

 

ຜູ້ປະທ້ວງຈຳນວນຫຼາຍຫຼັ່ງໄຫຼມາຍັງພື້ນທີ່ຫຍ້າທີ່ລ້ອມຮອບອະນຸສາວະລີວໍຊິງຕັນພາຍໃຕ້ທ້ອງຟ້າທີ່ມືດຄຶ້ມ ແລະ ຝົນຕົກ.

 

ຜູ້ຈັດງານກ່າວກັບສຳນັກຂ່າວຮອຍເຕີສວ່າຄາດວ່າຈະມີຜູ້ເຂົ້າຮ່ວມການຊຸມນຸມທີ່ມອນແຫ່ງຊາດຫຼາຍກວ່າ 20,000 ຄົນ ໂດຍຜູ້ຄົນຮອບໆອະນຸສາວະລີເລີ່ມຮວມຕົວກັນຫຼາຍຂຶ້ນຕະຫຼອດໝົດມື້. ບາງຄົນຖືທຸງຢູເຄຣນ, ບາງຄົນສວມຜ້າຄຸມຄາຟິຢະຫ໌ຂອງປາເລສໄຕນ໌ ແລະ ຖືປ້າຍ ‘Free Palestine’ ໃນຂະນະທີ່ສະມາຊິກພັກເດໂມແຄຣດຈາກສະພາຜູ້ແທນລາສະດອນສະຫະລັດອາເມລິກາ ວິຈານນະໂຍບາຍຂອງທຣໍາເທິງເວທີ.

 

ກຸ່ມນັກກິດຈະກຳປະມານ 150 ກຸ່ມໄດ້ລົງທະບຽນເຂົ້າຮ່ວມການປະທ້ວງ ຕາມຂໍ້ມູນຈາກເວັບໄຊຂອງງານ.

 

ການປະທ້ວງຈັດຂຶ້ນໃນ 50 ລັດທົ່ວສະຫະລັດອາເມລິກາ, ລວມເຖິງໃນແຄນາດາ ແລະ ເມັກຊິໂກ.

 

ຫຼາຍຊົ່ວໂມງກ່ອນທີ່ການປະທ້ວງໃນສະຫະລັດອາເມລິກາຈະເລີ່ມຂຶ້ນ, ຊາວອາເມລິກັນທີ່ຕໍ່ຕ້ານທຣໍາຫຼາຍຮ້ອຍຄົນໃນຢູໂຣບໄດ້ຮ່ວມການປະທ້ວງເພື່ອຕໍ່ຕ້ານຜູ້ນຳສະຫະລັດອາເມລິກາ.

 

ນອກເໜືອຈາກໃນນະຄອນປາຣີຂອງຝຣັ່ງແລ້ວ, ຍັງຈັດຂຶ້ນໃນນະຄອນເບີລິນ ແລະ ນະຄອນແຟຣງເຟີດຂອງເຢຍລະມັນ, ນະຄອນລິສບອນຂອງໂປຕຸເກດ ແລະ ນະຄອນລອນດອນຂອງອັງກິດ.

 

ການຊຸມນຸມປະທ້ວງຍັງມີແຜນຈັດຂຶ້ນໃນແຄນາດາ ແລະ ເມັກຊິໂກອີກດ້ວຍ ເພື່ອແສດງການຄັດຄ້ານການປ່ຽນໂສມນະໂຍບາຍຕ່າງປະເທດ ແລະ ພາຍໃນປະເທດຂອງສະຫະລັດອາເມລິກາຂອງປະທານາທິບໍດີທຣໍາ.

 

ດ້ານປະທານາທິບໍດີໂດນັລ ທຣໍາຂອງສະຫະລັດອາເມລິກາ ໂພສຂໍ້ຄວາມໃນສື່ສັງຄົມອອນໄລນ໌ທຣູທ ໂຊຊຽລ, ລະບຸໃຫ້ປະຊາຊົນຢືນຢັດຕໍ່ສູ້ເຜີຊິນບັນຫາວຸ້ນວາຍທາງເສດຖະກິດທີ່ເກີດຈາກມາດຕະການທາງພາສີ-ອາກອນຕອບໂຕ້ທີ່ເຂົາປະກາດອອກມາເມື່ອຊ່ວງຕົ້ນອາທິດ, ພ້ອມກັບໃຫ້ຄຳສັນຍາວ່າຈະເກີດຜົນລັບຄັ້ງປະຫວັດສາດຈາກສິ່ງທີ່ລາວເອີ້ນວ່າ ການປະຕິວັດທາງເສດຖະກິດ.

 

ການອອກມາໃຫ້ຄຳໝັ້ນຂອງທຣໍາມີຂຶ້ນຫຼັງເກີດຄວາມປັ່ນປ່ວນໃນຕະຫຼາດການເງິນໂລກ ຫຼັງລາວປະກາດມາດຕະການພາສີ-ອາກອນຕອບໂຕ້, ຂະນະທີ່ຂີດລະດັບຄວາມກົວຂອງຕະຫຼາດຮຸ້ນວໍລ໌ ສະຕຣີດ ຂຶ້ນໄປຢູ່ລະດັບສູງທີ່ສຸດໃນຮອບ 5 ປີ.

 

ສ່ວນບັນດາຜູ້ບໍລິຫານດ້ານການເງິນຕ່າງແສດງຄວາມຕົກໃຈ ແລະ ເປັນຫ່ວງເລື່ອງການເຕີບໂຕທາງເສດຖະກິດ.

 

ມາດຕະການທາງພາສີສິນຄ້ານຳເຂົ້າຂອງທຣໍາຍັງເຮັດໃຫ້ມູນຄ່າຕະຫຼາດຮຸ້ນຫາຍໄປເປັນລ້ານລ້ານໂດລາ ເມື່ອນັກລົງທຶນບອກວ່າຮູ້ສຶກຍ້ານເລື່ອງຄວາມສ່ຽງທີ່ຈະເກີດພາວະຖົດຖອຍທາງເສດຖະກິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 9 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,497
21,774
thailand (1)
THB
669.86
680.18
european-union
EUR
24,095
24,577
china
CNY
2,921
2,979
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
pele - 2025-09-09T094206.579
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຈະຕົກລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
ຢ່າລື່ມກົດຕິດຕາມ