site cov (24)
"ເຢຍລະມັນ" ກຽມຂົນຄຳແທ່ງໜັກ 1,200 ໂຕນ ທີ່ຝາກໄວ້ໃນຫ້ອງນິລະໄພໃຕ້ດິນຂອງ "ສະຫະລັດ" ກັບບ້ານ, ຫຼັງ "ທຣໍາ" ເຮັດທົ່ວໂລກປັ່ນປ່ວນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 April, 2025
ໝວດ: ຂ່າວ

ມີລາຍງານເບີລິນກໍາລັງຢູ່ລະຫວ່າງການພິຈາລະນາທີ່ຈະເຄື່ອນຍ້າຍທອງຄໍາແທ່ງຈໍານວນມະຫາສານທີ່ຝາກໄວ້ໃນນິວຢອກຫຼັງວິຕົກຢ່າງໜັກເຖິງນະໂຍບາຍທີ່ບໍ່ສາມາດຄາດເດົາໄດ້ຂອງຜູ້ນໍາອາເມລິກັນຄົນໃໝ່

 

ເດລີເທເລກຣາຟຂອງອັງກິດລາຍງານວັນສຸກ 4 ເມສາ ວ່າ ໜັງສືພິມເຢຍລະມັນບິລດ໌ (Bild) ອອກມາເປີດເຜີຍວ່າ ລະດັບສູງໃນພັກຄຣິສເຕຍນເດໂມແຄຣດຢູເນຍນ CDU ທີ່ມີກໍານົດຈະເປັນລັດຖະບານເບີລິນຊຸດທີ່ກໍາລັງຈະເຂົ້າບໍລິຫານ ມີຂ່າວຫາລືການເຄື່ອນຍ້າຍທອງຄໍາແທ່ງຈໍານວນມະຫາສານຂອງເຢຍລະມັນທີ່ຝາກໄວ້ໃນຕູ້ເຊັບໃຕ້ດິນຂອງທະນາຄານກາງສະຫະລັດອາເມລິກາ ຫຼື ເຟດທີ່ແມນແຮັດຕັນກັບມາເກັບໃນປະເທດແທນ.

 

ເກີດຂຶ້ນຈາກຄວາມວິຕົກກັງວົນ ຕໍ່ພຶດຕິກໍາປະທານາທິບໍດີອາເມລິກັນຄົນໃໝ່ ໂດນັລດ໌ ທຣໍາ ທີ່ສ້າງຄວາມປັ່ນປ່ວນໄປທົ່ວໂລກ ແລະ ສະຫະລັດອາເມລິກາ.

 

ພາຍໃຕ້ລັດຖະບານທຣໍາກາຍເປັນຄວາມບໍ່ແນ່ນອນພາຍໃນເຫຼົ່າຊາດພັນທະມິດທັງຫຼາຍ, ຕັ້ງແຕ່ໃຊ້ວາທະຣັດເຊຍເລັ່ນງານນາໂຕ ແລະ ບໍ່ເຊື້ອເຊີນຢູໂຣບຕາເວັນຕົກເຂົ້າຮ່ວມໃນແຜນສັນຕິພາບຢູເຄຣນ.

 

ແຊັດພາຍໃນທີ່ເປີດເຜີຍອອກມາໂດຍນັກຂ່າວແອັດແລນຕິກຍັງສະແດງໃຫ້ເຫັນວ່າ ຮອງປະທານາທິບໍດີສະຫະລັດອາເມລິກາ ຈາກລັດໂອໄຮໂອ ເຈດີ ແວນຊ໌ ເປັນປະຕິປັກກັບຢູໂຣບ ແລະ ຫຼ້າສຸດທຣໍາຍັງຖິ້ມລະເບີດໂດຍການປະກາດຮຽກເກັບພາສີທຸກປະເທດທົ່ວໂລກ, ສະຫະພາບຢູໂຣບ EU ຖືກເກັບອັດຕາ 20% ທ່າມກາງຂ່າວຜູ້ນໍາອາເມລິກັນຄົນໃໝ່ຕິດຕໍ່ກັບປູຕິນຕະຫຼອດຫຼາຍຄັ້ງ ຂັດທໍາມະນຽມປະຕິບັດຊາດປີກໂລກເສລີທັງຫຼາຍ.

 

ແລະ ຫຼ້າສຸດພາຍໃນອາເມລິກາເກີດຄວາມວຸ້ນວາຍ, ປະຊາຊົນອາເມລິກັນປະທ້ວງໃຫຍ່ຕາມເມືອງຕ່າງໆທົ່ວສະຫະລັດອາເມລິກາວັນເສົາ 5 ເມສາ ບໍ່ອົດທົນກັບນະໂຍບາຍທຣໍາຫຼ້າສຸດໃຊ້ມາດຕະການພາສີທີ່ຈະກະທົບຕໍ່ຊີວິດຄວາມເປັນຢູ່ປະຊາຊົນໃນອາເມລິກາ,

 

 

ກ່ອນໜ້າໄຂ່ແພງທຣໍາຍັງສັ່ງຍຸບໜ່ວຍງານລັດ ເຮັດເຈົ້າໜ້າທີ່ລັດຕົກງານມະຫາສານ, ລາຄາໄຂ່ແພງຂຶ້ນ, ເນລະເທດຄັ້ງໃຫຍ່ລະເມີດອໍານາດຄໍາສັ່ງສານ, ປິດປາກການປະທ້ວງພາຍໃນມະຫາວິທະຍາໄລຊັ້ນນໍາ, ຊາດຕ່າງໆໃນຢູໂຣບອອກຄໍາເຕືອນພົນລະເມືອງເດີນທາງມາສະຫະລັດອາເມລິກາມີສິດຖືກສົ່ງຕົວກັບ, ເປັນຕົ້ນ.

 

ເດລີເທເລກຣາຟລາຍງານວ່າ ເປັນເວລານານຫຼາຍສິບປີທີ່ເຢຍລະມັນໄດ້ເກັບທອງຄໍາແທ່ງຈໍານວນ 1,200 ໂຕນ ຊຶ່ງເປັນກອງທຶນສໍາຮອງປະເທດ ແລະ ມີຈໍານວນຫຼາຍທີ່ສຸດເປັນອັນດັບ 2 ຮອງຈາກສະຫະລັດອາເມລິກາ.

 

ໂດຍທອງຄໍາແທ່ງເຫຼົ່ານີ້ເກັບໄວ້ໃນຫ້ອງນິລະໄພໃຕ້ດິນລັບສຸດຍອດຂອງທະນາຄານກາງສະຫະລັດອາເມລິກາ ຫຼື ເຟດ ທີ່ແມນແຮັດຕັນ.

 

ມາໂກ ວັນເດີວິດ (Marco Wanderwitz) ອະດີດລັດຖະມົນຕີເຢຍລະມັນພັກ CDU ໄດ້ເປີດເຜີຍກັບໜັງສືພິມບິລດ໌ວ່າ “ແນ່ນອນທີ່ສຸດ, ຄໍາຖາມເກີດຂຶ້ນມາ”.

 

ມາໂກ ວັນເດີວິດ (Marco Wanderwitz)

 

ວັນເດີວິດ ນັ້ນສະໜັບສະໜູນມາຢ່າງຍາວນານທີ່ຈະເປີດໂອກາດໃຫ້ເຈົ້າໜ້າທີ່ເຢຍລະມັນສາມາດກວດສອບທອງຄໍາແທ່ງເຫຼົ່ານີ້ຢ່າງສະໝໍ່າສະເໝີ ຫຼື ສາມາດຖອນອອກໄປໄດ້ທັງໝົດ.

 

ພົບວ່າກ່ອນໜ້າລາວເຄີຍພະຍາຍາມມາລັອບບີ້ເພື່ອເດີນທາງໄປຍັງຫ້ອງນິລະໄພໃຕ້ດິນຂອງເຟດສະຫະລັດອາເມລິກາ ແລະ ກວດສອບທອງຄໍາແທ່ງເຫຼົ່ານີ້ດ້ວຍຕົວເອງ, ແຕ່ເປັນທີ່ໜ້າເສຍດາຍວ່າຄໍາຂໍຂອງລາວຖືກປະຕິເສດໃນປີ 2012.

 

ເຢຍລະມັນກັບມາຮຸ່ງເຮືອງຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດເມື່ອການສົ່ງອອກຮຸ່ງເຮືອງສົ່ງຜົນເຮັດໃຫ້ເບີລິນມີການເກີນດຸນທາງການຄ້າຢ່າງມະຫາສານ ແລະ ເຮັດໃຫ້ການເກີນດຸນທາງການຄ້າກາຍເປັນທອງຄໍາແທ່ງສໍາລັບທຶນສໍາຮອງປະເທດພາຍໃຕ້ລະບົບເບຣດຕັນ ວູດສ໌ (Bretton Woods system).

 

ຂະນະທີ່ສະມາຊິກລັດຖະສະພາຢູໂຣບຈາກພັກ CDU ຂອງເຢຍລະມັນ, ມາກັສ ເຟີເບີ (Markus Ferber) ເປັນອີກຄົນຈາກພັກ CDC ທີ່ສະແດງຄວາມເຫັນວ່າ ເຈົ້າໜ້າທີ່ເຢຍລະມັນສົມຄວນໄດ້ຮັບອະນຸຍາດໃຫ້ເຂົ້າໄປກວດສອບທອງຄໍາແທ່ງຂອງຕົວເອງໄດ້.

 

ມາກັສ ເຟີເບີ (Markus Ferber)

 

“ລາວຮຽກຮ້ອງໃຫ້ມີການກວດສອບທອງຄໍາສໍາຮອງຂອງເຢຍລະມັນຢ່າງສະໝໍ່າສະເໝີ, ເຈົ້າໜ້າທີ່ຕົວແທນຈາກທະນາຄານກາງເຢຍລະມັນ Bundesbank ຕ້ອງເປັນຄົນໄປນັບທອງຄໍາແທ່ງເຫຼົ່ານັ້ນດ້ວຍຕົວເອງ ແລະ ບັນທຶກຜົນການກວດນັບ”.

 

ເດລີເທເລກຣາຟລາຍງານວ່າ ນັກການເມືອງທັງສອງຕ່າງໃຫ້ສໍາພາດກັບໜັງສືພິມບິລດ໌ກ່ອນປະທານາທິບໍດີທຣໍາຈະປະກາດຮຽກເກັບພາສີນໍາເຂົ້າດິນແດນສະຫະລັດອາເມລິກາຈາກທົ່ວໂລກ.

 

ທັງນີ້ມີການຄາດການວ່າ ທຶນສໍາຮອງເຢຍລະມັນທີ່ຝາກໄວ້ໃນຫ້ອງນິລະໄພໃຕ້ດິນໃນສະຫະລັດອາເມລິກາມີມູນຄ່າລວມກັນ 113 ພັນລ້ານຢູໂຣ ແລະ ຄິດເປັນ 30% ຂອງທອງຄໍາສໍາຮອງທົ່ວໂລກ.

 

ໄມເຄິນ ເຢເກີ (Michael Jäger) ສະມາຊິກສະມາພັນຜູ້ເສຍພາສີຢູໂຣບ (Taxpayers Association of Europe) ສະແດງຄວາມເຫັນເຊັ່ນກັນວ່າ: ຈະເປັນການດີກວ່າສໍາລັບເມືອງເບຍໃນການນໍາທອງຄໍາແທ່ງທຶນສໍາຮອງທັງໝົດຂອງເຢຍລະມັນມາເກັບໄວ້ໃນແຟຣງເຟີດ ຫຼື ຢ່າງໜ້ອຍຄວນເກັບໄວ້ທີ່ຢູໂຣບໂດຍເລັ່ງດ່ວນທີ່ສຸດເທົ່າທີ່ຈະເລັ່ງໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ