
5 ເວັບໄຊທ໌ລວມໄຟລ໌ PDF ທີ່ໃຊ້ງ່າຍພຽງຄລິກດຽວກໍລວມກັນແລ້ວ ແລະ ຟຣີ
ທຸກວັນນີ້ຫຼາຍໆຄົນມັກຈະໃຊ້ງານເອກະສານ PDF ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ. ການລວມໄຟລ໌ PDF ຫຼາຍໆໄຟລ໌ໃຫ້ເປັນໄຟລ໌ດຽວຈຶ່ງເປັນທັກສະທີ່ຈຳເປັນ. ບໍ່ວ່າຈະເປັນການລວບລວມລາຍງານການປະຊຸມ, ສະຫຼຸບເອກະສານ, ຫຼື ຈັດທຳແຟ້ມຜົນງານ, ການມີເຄື່ອງມືລວມໄຟລ໌ PDF ທີ່ດີຈະຊ່ວຍໃຫ້ທ່ານປະຫຍັດເວລາ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບ.
ມື້ນີ້ VientianePost ຈະມາແນະນຳ 5 ເວັບໄຊທ໌ຍອດນິຍົມທີ່ໃຫ້ບໍລິການລວມໄຟລ໌ PDF ອອນລາຍ ທີ່ໃຊ້ງານງ່າຍບໍ່ສັບຊ້ອນ. ພ້ອມແລ້ວມາເບິ່ງກັນເລີຍ.
1. Smallpdf (smallpdf.com) ເວັບແລກທີ່ແນະນຳມີຈຸດເດັ່ນຄືໃຊ້ງານງ່າຍ, ອິນເຕີເຟສເປັນມິດ, ຮອງຮັບການລາກ ແລະ ວາງໄຟລ໌ ກໍສາມາດລວມກັນໄດ້ເລີຍ. ເໝາະກັບຄົນທີ່ຕ້ອງການຄວາມວ່ອງໄວໃນການລວມເອກະສານຕ່າງໆ ເພາະແຄ່ກົດບໍ່ເທົ່າໃດຄລິກກໍລວມກັນໄດ້ແບບສະບາຍໆ.
2. iLovePDF (ilovepdf.com) ສາຍລວມເອກະສານທີ່ຕ້ອງການຄວາມສະດວກເພີ່ມຈາກເວັບແລກເພາະສາມາດເຂົ້າເຖິງລະບົບ Cloud ຢ່າງ Google Drive ແລະ Dropbox ສາມາດໃຊ້ໄດ້ ແລະ ຍັງມີຈຸດເດັ່ນທີ່ວ່ອງໄວ, ໜ້າຕາເວັບໃຊ້ບໍ່ຍາກ.
3. PDF24 Tools (tools.pdf24.org) ເວັບໄຊທ໌ຈັດການ PDF ໃໝ່ທີ່ມາພ້ອມກັບຟີເຈີເຮັດໄດ້ທຸກຢ່າງເປັນປຸ່ມທີ່ກົດງ່າຍໆ ບໍ່ສັບຊ້ອນ. ຊ່ວຍໃຫ້ການລວມເອກະສານຫຼືການເຮັດຫຍັງຕ່າງໆຂອງທ່ານນັ້ນເປັນເລື່ອງງ່າຍໄປເລີຍ ແລະ ໃຊ້ຟຣີ.
4. Adobe Acrobat Online (adobe.com/th_th/acrobat/online/merge-pdf.html) ຕົ້ນຕຳຫຼັບຂອງ PDF ຢ່າງຜູ້ສ້າງເຊັ່ນ Adobe ກໍມີບໍລິການເວັບໄຊທ໌ທີ່ສາມາດໃຊ້ລວມໄດ້ໃນທີ່ດຽວ ແຖມປອດໄພບໍ່ຕ້ອງຫ່ວງເລື່ອງຂອງໄຟລ໌ທີ່ຫາຍໄປແນ່ນອນ. ດັ່ງນັ້ນທີ່ເຫັນເວັບອື່ນແລ້ວຢ້ານ ກໍສາມາດໃຊ້ຂອງ Adobe ໄດ້ເລີຍ.
5. EasePDF (easepdf.com) ມາເຖິງອີກເວັບທີ່ຟຣີ ແຕ່ອາດຈະມີຂໍ້ຈຳກັດເພາະອາດຈະລັອກແຄ່ເວລາວ່າໄດ້ພຽງແຕ່ໄລຍະສັ້ນໆ. ຢ່າງ EasePDF.com ມີເຄື່ອງມືຄົບ ແຖມຍັງສາມາດລວມໄຟລ໌ນາມສະກຸນອື່ນໃຫ້ເປັນ PDF ໄດ້ເຊັ່ນດຽວກັນ. ຖືວ່າເປັນອີກໂປຣແກຣມທີ່ອຳນວຍຄວາມສະດວກໃນການແປງທຸກຢ່າງໃຫ້ເປັນ PDF ໄດ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














