site cov (32)
ເຄັດບໍ່ລັບ ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 April, 2025

ເຄີຍສົງໄສບໍ່ວ່າ ເປັນຫຍັງພວກເຮົາຈຶ່ງບໍ່ມີໂຊກຄືຄົນອື່ນ? ຫຼື ເປັນຫຍັງບາງຄັ້ງເຮັດຫຍັງກໍຕິດຂັດ ຄືເງິນຈະເຂົ້າກະເປົາແຕ່ກໍຫາຍໄປກັບຕາ! ອາດບໍ່ແມ່ນແຕ່ໂຊກຊະຕາທີ່ຫຼິ້ນຕະຫຼົກກັບເຮົາ ແຕ່ເປັນຍ້ອນ “ວິບາກກຳ” ທີ່ພວກເຮົາເຄີຍເຮັດໄວ້ໃນອະດີດຊາດ ຫຼື ກຳລັງເຮັດຢູ່ໂດຍບໍ່ຮູ້ຕົວ!

 

ມື້ນີ້ເຮົາຈະຂໍພາທຸກຄົນມາຮູ້ຈັກ “ເຄັດລັບແກ້ກຳການເງິນຕິດຂັດ ໄຮ້ໂຊກລາບ” ສຳລັບຄົນເກີດທັງ 7 ວັນ ມາເບິ່ງກັນວ່າທ່ານຕ້ອງແກ້ກຳແນວໃດແດ່

 

ແກ້ກຳການເງິນຕິດຂັດ ເພີ່ມໂຊກລາບຕາມວັນເກີດຂອງຄົນທັງ 7 ວັນ

 

ຄົນເກີດວັນອາທິດ

 

ພື້ນດວງຂອງຄົນເກີດມື້ນີ້ມັກຕ້ອງຝ່າຟັນອຸປະສັກມາຕັ້ງແຕ່ໄວໜຸ່ມ ພໍເຕີບໃຫຍ່ຂຶ້ນມາກໍຍັງຕ້ອງຮັບມືກັບບັນຫາທີ່ມາຈາກບໍລິວານ ໝູ່ເພື່ອນ ຫຼື ຄົນໃກ້ຕົວທີ່ເຮັດໃຫ້ການເງິນສະດຸດ, ຊຶ່ງສ່ວນໃຫຍ່ເປັນເພາະຄວາມໃຈອ່ອນ ຂີ້ສົງສານ ແລະ ເຊື່ອຄົນງ່າຍຂອງຕົວເອງ

 

ວິທີແກ້ກຳຄື ຄວນເຮັດບຸນດ້ວຍຂອງທີ່ໃຫ້ແສງສະຫວ່າງ ເຊັ່ນ: ທຽນ, ຫຼອດໄຟ ຫຼື ແວ່ນຕາ ລວມເຖິງຊ່ວຍເຫຼືອຄົນພິການເປັນປະຈຳ ຈະຊ່ວຍເປີດທາງໃຫ້ໂຊກລາບໄຫຼເຂົ້າມາແບບບໍ່ມີສະດຸດ

 

ຄົນເກີດວັນຈັນ

 

ວິບາກກຳຂອງຄົນເກີດມື້ນີ້ມັກກ່ຽວກັບເລື່ອງຄວາມຮັກທີ່ເປັນທຸກ ບາງຄົນອາດຕ້ອງເປັນຄົນໃນຄວາມລັບ ຫຼື ເສຍສະຫຼະຫຼາຍເກີນໄປຈົນກະທົບການເງິນ

 

ວິທີແກ້ກຳຄື ບໍລິຈາກສິ່ງຂອງເປັນຄູ່ ເຊັ່ນ: ທຽນຄູ່, ເກີບ, ແຈກັນຄູ່ ຫຼື ເຮັດບຸນກ່ຽວກັບນ້ຳ ເຊັ່ນ: ສ້າງຝາຍກັ້ນນ້ຳ, ປ່ອຍສັດນ້ຳທີ່ຖືກກັກຂັງ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ກຳເບົາບາງລົງ ແລະ ນຳໂຊກລາບດ້ານການເງິນເຂົ້າມາ

 

ຄົນເກີດວັນອັງຄານ

 

ຄົນວັນອັງຄານເປັນຄົນຈິງໃຈ ຕົງໄປຕົງມາ ບາງຄັ້ງເຖິງຂັ້ນໃຈນັກເລງ ເລີຍມັກພົບບັນຫາຖືກເອົາປຽບ, ຖືກໃສ່ຮ້າຍ ຫຼື ຖືກມອງວ່າແຂງກະດ້າງ ກຳເຫຼົ່ານີ້ເຮັດໃຫ້ການເງິນມີສະດຸດ ໂຊກລາບໄຫຼມາບໍ່ເຕັມທີ່

 

ວິທີແກ້ຄື ໝັ່ນເຮັດບຸນກັບພໍ່ແມ່ ແລະ ຜູ້ມີພະຄຸນ ຊ່ວຍເຫຼືອພວກເຂົາໃນດ້ານຕ່າງໆ ການເຮັດແນວນີ້ຈະຊ່ວຍເສີມໂຊກລາບ ແລະ ຫຼຸດບັນຫາການຖືກເອົາປຽບໄດ້

 

ຄົນເກີດວັນພຸດ

 

ພື້ນດວງເປັນຄົນອັດທະຍາໄສດີ ເຂົ້າກັບຄົນງ່າຍ ແຕ່ກຳທີ່ຕິດຕົວມາຄືການໃຊ້ເງິນເກີນຕົວ ເກັບເງິນບໍ່ຄ່ອຍຢູ່ ມີເທົ່າໃດກໍໃຊ້ໝົດ

 

ວິທີແກ້ກຳຄື ເຮັດບຸນກ່ຽວກັບນ້ຳ ເຊັ່ນ: ບໍລິຈາກນ້ຳດື່ມ, ເຮັດບຸນຫຼອດໄຟ, ທຽນ ຫຼື ສະໜັບສະໜູນການສຶກສາ ນອກຈາກນີ້ ການປ່ອຍນົກປ່ອຍປາເປັນປະຈຳ ຈະຊ່ວຍໃຫ້ການເງິນໝັ້ນຄົງຂຶ້ນໄດ້ເຊັ່ນກັນ

 

ຄົນເກີດວັນພະຫັດ

 

ຄົນວັນນີ້ຂຶ້ນຊື່ເລື່ອງຄວາມຂະຫຍັນ ອົດທົນ ແຕ່ກຳທີ່ຕິດຕົວມັກກ່ຽວກັບສຸຂະພາບ ໂດຍສະເພາະບັນຫາກະດູກ ແລະ ອະວັຍຍະວະພາຍໃນ ເຮັດໃຫ້ເສຍເງິນໄປກັບຄ່າຮັກສາເລື້ອຍໆ ອີກທັງຍັງພົບຄົນບໍ່ຈິງໃຈ

 

ວິທີແກ້ກຳຄື ເຮັດບຸນຖວາຍຜ້າໄຕຈີວອນ, ບໍລິຈາກທຶນການສຶກສາໃຫ້ພະສົງສາມະເນນ ຫຼື ຮ່ວມເປັນເຈົ້າພາບງານບວດ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຊີວິດຄ່ອງຕົວຂຶ້ນ ທັງດ້ານສຸຂະພາບແລະການເງິນ

 

ຄົນເກີດວັນສຸກ

 

ຄົນວັນນີ້ມີເສນ່, ໃຈດີ, ຮັກສວຍຮັກງາມ ແລະ ມັກຊ່ວຍເຫຼືອຄົນອື່ນ ແຕ່ມັກພົບບັນຫາການຖືກເອົາປຽບຢູ່ຕະຫຼອດ ໂດຍສະເພາະເລື່ອງເງິນ ເຊັ່ນ: ຄົນຢືມແລ້ວບໍ່ຄືນ, ຖືກຫຼອກຄ້ຳປະກັນ ຫຼື ຖືກເອົາລັດເອົາປຽບໃນບ່ອນເຮັດວຽກ

 

ວິທີແກ້ກຳຄື ໝັ່ນເຮັດບຸນກັບຜູ້ຍາກໄຮ້ ຫຼື ຜູ້ດ້ອຍໂອກາດ ດ້ວຍໃຈບໍລິສຸດ ຈະຊ່ວຍຫຼຸດບັນຫາການຖືກເອົາປຽບ ແລະ ເສີມໂຊກລາບດ້ານການເງິນ

 

ຄົນເກີດວັນເສົາ

 

ພື້ນດວງເປັນຄົນຄິດຫຼາຍ, ວິຕົກກັງວົນ ແລະ ມັກຂາດຄົນຊ່ວຍເຫຼືອໃນຍາມລຳບາກ ເຖິງແມ່ນເຄີຍຊ່ວຍຄົນອື່ນໄວ້ຫຼາຍ ແຕ່ກັບບໍ່ມີໃຜຍື່ນມືມາຊ່ວຍເມື່ອເຮົາຕ້ອງການ

 

ວິທີແກ້ກຳຄື ເຮັດບຸນກ່ຽວກັບທີ່ດິນ ເຊັ່ນ: ຮ່ວມຊື້ທີ່ດິນຖວາຍວັດ ຫຼື ປູກຕົ້ນໄມ້ໃນວັດ ສິ່ງເຫຼົ່ານີ້ຈະຊ່ວຍເສີມໃຫ້ມີຄົນອຸປະຖຳ ແລະ ເຮັດໃຫ້ການເງິນໄຫຼລື່ນຫຼາຍຂຶ້ນ

 

ຮູ້ແນວນີ້ແລ້ວ ຢ່າປ່ອຍໃຫ້ວິບາກກຳມາຂັດຂວາງໂຊກລາບຂອງເຮົາ ລອງເຮັດບຸນຕາມທີ່ທາງເຮົາແນະນຳ ແລ້ວຊີວິດຈະໄຫຼລື່ນ ການເງິນຈະປັງຂຶ້ນແນ່ນອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ