site cov (45)
ຈີນໂຕ້ກັບສະຫະລັດ ປະກາດຂຶ້ນພາສີນຳເຂົ້າ 84% ມີຜົນ 10 ເມສາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 10 April, 2025
ໝວດ: ຂ່າວ

ຈີນປະກາດເກັບພາສີນຳເຂົ້າສິນຄ້າຈາກສະຫະລັດ ເພີ່ມເປັນ 84% ຫຼັງຈາກໃຫ້ຄຳໝັ້ນທີ່ຈະດຳເນີນມາດຕະການເດັດຂາດ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ ເພື່ອຕອບໂຕ້ມາດຕະການພາສີຂອງສະຫະລັດ ທີ່ເຮັດໃຫ້ຈີນຖືກຕັ້ງກຳແພງພາສີລວມ 104% ມີຜົນ 10 ເມສາ 2025

 

ວັນນີ້ (9 ເມສາ 22025) ທ່ານຫຼິນ ເຈຍນ ໂຄສົກກະຊວງການຕ່າງປະເທດຈີນ ອອກມາຮຽກຮ້ອງໃຫ້ສະຫະລັດ ຢຸດພຶດຕິກຳທີ່ອວດໂອ້ ແລະ ຂົ່ມເຫັງລັງແກ ພ້ອມທັງລະບຸວ່າ ຖ້າຕ້ອງການແກ້ໄຂບັນຫາຜ່ານການປຶກສາຫາລື ແລະ ເຈລະຈາຢ່າງແທ້ຈິງ, ສະຫະລັດ ຄວນສະແດງທ່າທີທີ່ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານຂອງຄວາມເທົ່າທຽມ ແລະ ເບິ່ງເຖິງຜົນປະໂຫຍດຮ່ວມກັນກ່ອນ.

 

ແຕ່ຫາກ ຍັງຄົງເມີນເສີຍຕໍ່ຜົນປະໂຫຍດຂອງທັງສອງປະເທດ ແລະ ປະຊາຄົມໂລກ ແລະ ຢືນຢັນທີ່ຈະເຮັດສົງຄາມການຄ້າຕໍ່ໄປ, ຈີນຈະຕອບໂຕ້ຢ່າງແນ່ນອນ.

 

ທ່າທີດັ່ງກ່າວມີຂຶ້ນ ຫຼັງຈາກມາດຕະການພາສີຕອບໂຕ້ຂອງສະຫະລັດ ເລີ່ມມີຜົນບັງຄັບໃຊ້ວັນນີ້ເປັນວັນທຳອິດ ເຊິ່ງເຮັດໃຫ້ສິນຄ້າຈີນຖືກສະຫະລັດຮຽກເກັບພາສີນຳເຂົ້າສູງເຖິງ104%.

 

ຫຼ້າສຸດ, ກະຊວງການຄ້າຈີນປະກາດຂຶ້ນພາສີສິນຄ້ານຳເຂົ້າຈາກສະຫະລັດ ເພີ່ມເປັນ 84% ແລ້ວ ເພື່ອຕອບໂຕ້ມາດຕະການຮີດພາສີຂອງສະຫະລັດ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນນີ້ມື້ອື່ນ (10 ເມສາ) ເປັນຕົ້ນໄປ.

 

ຣັດເຊຍກັງວົນສົງຄາມການຄ້າຈີນ-ສະຫະລັດ

 

ດ້ານໂຄສົກກະຊວງການຕ່າງປະເທດຣັດເຊຍ ອອກມາສະແດງຄວາມກັງວົນ ກ່ຽວກັບການເຮັດສົງຄາມການຄ້າລະຫວ່າງສະຫະລັດ ກັບຈີນ ພ້ອມທັງລະບຸວ່າ ຄວາມເຄື່ອນໄຫວເລື່ອງພາສີອາກອນຂອງທຳນຽບຂາວ ຂັດ ແລະ ລະເມີດກົດພື້ນຖານຂອງອົງການການຄ້າໂລກ ເຊິ່ງສະແດງໃຫ້ເຫັນວ່າ ສະຫະລັດ ບໍ່ຖືວ່າຕົນ ມີພັນທະຜູກພັນ ຕາມບັນທັດຖານຂອງກົດໝາຍການຄ້າລະຫວ່າງປະເທດອີກຕໍ່ໄປ

 

ຮຸ້ນອາຊີ-ຢູໂຣບຫຼຸດລົງ ຫຼັງສະຫະລັດ ເລີ່ມເກັບພາສີຕອບໂຕ້

 

ສ່ວນສະຖານະການດັດຊະນີຕະຫຼາດຫຼັກຊັບອາຊີມື້ນີ້ ກັບມາຕົກລົງອີກຄັ້ງ ຫຼັງຈາກເມື່ອວານນີ້ ພຸ່ງຂຶ້ນມາປິດຕົວໃນແດນບວກຫຼາຍແຫ່ງ ເຊິ່ງລວມເຖິງດັດຊະນີນິເຄອິ 225 ປິດຕະຫຼາດຫຼຸດລົງ 3.93% ສ່ວນດັດຊະນີຕະຫຼາດຫຼັກຊັບໄຕ້ຫວັນ ຍັງຄົງດິ່ງລົງຕໍ່ເນື່ອງຈາກເມື່ອວານນີ້ ປິດຕະຫຼາດຫຼຸດລົງ 5.8%

 

ຂະນະທີ່ດັດຊະນີຕະຫຼາດຫຼັກຊັບຝັ່ງຢູໂຣບຫຼາຍແຫ່ງ ເຄື່ອນໄຫວໃນແດນລົບເຊັ່ນກັນ ໂດຍດັດຊະນີຕະຫຼາດຫຼັກຊັບຝຣັ່ງ ປັບຕົວຫຼຸດລົງ 2.3% ບໍ່ດົນຫຼັງເປີດການຊື້ຂາຍ

 

ສ່ວນດັດຊະນີ DAX ຂອງເຢຍລະມັນປັບຕົວຫຼຸດລົງ 2.1 ແລະ FTSE 100 ຂອງອັງກິດ ເປີດຕະຫຼາດປັບຕົວຫຼຸດລົງ 2.5%

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
ຢ່າລື່ມກົດຕິດຕາມ