site cov (49)
ບຸນໃຫຍ່ວັນມະຫາສົງການ 2025 ໝໍດູດັງແນະນຳ 12 ລາສີ ເສີມສິລິມົງຄຸນດ້ວຍສິ່ງນີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 10 April, 2025

ໃກ້ເຂົ້າສູ່ຊ່ວງເທດສະການ ສົງການ 2025 ແລ້ວ ມາເຮັດບຸນເສີມສິລິມົງຄຸນກັນ ເຊິ່ງຫຼ້າສຸດ ໝໍຣັດຕະນະໂກສິນ ໄດ້ໂພສຕ໌ເຟສບຸກ ແນະນຳ 12 ລັກນາລາສີສຳລັບການເຮັດບຸນໃນຊ່ວງເທດສະການສົງການ ດັ່ງນີ້:

 

ເມສ, ຕຸລ

 

  • ເຮັດຄວາມສະອາດເຮືອນ, ໄຫວ້ສານຫຼັກເມືອງ, ເຕີມນ້ຳມັນຕະກຽງ
  • ຈະຊ່ວຍກຳຈັດສິ່ງຕິດຄ້າງທີ່ບໍ່ດີໃນປີເກົ່າອອກໄປ ແລະ ຕ້ອນຮັບສິ່ງມົງຄົນໃໝ່ໆ ໃຫ້ເຂົ້າມາໃນຊີວິດ ໜ້າທີ່ການງານເຈະລີນກ້າວໜ້າ ອະນາຄົດສົດໃສ..

 

ພຶດສະພາ, ພິຈິກ

 

  • ເຮັດບຸນໃຫ້ບັນພະບຸລຸດ ກວດນ້ຳອຸທິດສ່ວນກຸສົນ ໃຫ້ແກ່ຍາດຜູ້ລ່ວງລັບ
  • ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ຈະເຮັດໃຫ້ຊີວິດເຈະລີນຮຸ່ງເຮືອງ ແລະ ມີສຸຂະພາບຮ່າງກາຍແຂງແຮງ.

 

ກໍລະກົດ, ກັນ, ທະນູ, ກຸມພາ

 

  • ເຮັດບຸນໄຖ່ຊີວິດສັດ ປ່ອຍນົກປ່ອຍປາໄຖ່ຊີວິດງົວ-ຄວາຍ
  • ຈະເພີ່ມບຸນບາລະມີໃຫ້ກັບຕົວເອງ ຖືເປັນການສະເດາະເຄາະຕໍ່ຊະຕາ ໝົດທຸກ ໝົດໂສກໝົດໂລກໄພ ອັນຕະລາຍໃດໆ ບໍ່ກ້ຳກາຍ.

 

ສິງຫາ, ມິຖຸນາ

 

  • ເຮັດບຸນຕັກບາດ ຈັດຈະຕຸປັດໄຈໄທຍະທຳຖະຫວາຍພະ ຖືສິນປະຕິບັດທຳ
  • ເພື່ອສ້າງບຸນກຸສົນໃຫ້ຕົວເອງ ເປັນການສືບຕໍ່ອາຍຸພະສາສະໜາ ເພີ່ມຄວາມສຸກ ແລະ ສິລິມົງຄົນໃຫ້ຊີວິດ.

 

ມັງກອນ, ມີນາ

 

  • ສົງນ້ຳພະ, ຮົດນ້ຳດຳຫົວຜູ້ໃຫຍ່
  • ເປັນການສະແດງຄວາມເຄົາລົບ ແລະ ກະຕັນຍູຕໍ່ຜູ້ມີພະຄຸນອີກທັງເປັນການຂໍຂະມາລາໂທດ ແລະ ຮັບຄຳອວຍພອນ ເພື່ອເປັນສິລິມົງຄົນໃຫ້ຊີວິດ.

 

ທຸກລາສີ ຜູ້ທີ່ບິດາມານດາອາຍຸຫຼາຍແລ້ວໃຫ້ລ້າງຕີນທ່ານເປັນການຂໍຂະມາ ແລະ ເກັບນ້ຳລ້າງຕີນໃສ່ຂວດນ້ອຍໆ ໄວ້ເພື່ອຄວາມເປັນສິລິມົງຄົນສາມາດໃຊ້ລ້າງອາຖັນ ປົດຄຸນໄສຍແກ້ໄຂວິບາກກຳໄດ້ໃນພາຍພາກໜ້າ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ