
5 ຂໍ້ຄວນຮູ້ກ່ອນກິນ "ຖົ່ວລຽນ" ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!
ຊ່ວງນີ້ອາກາດຮ້ອນ, ມີຂ່າວຄົນເສຍຊີວິດຈາກອາກາດຮ້ອນ ບໍ່ແມ່ນເລື່ອງຫຼິ້ນໆ ແຕ່ສິ່ງທີ່ດີຂອງອາກາດຮ້ອນຄື ໝາກໄມ້ໜ້າຮ້ອນຜະລິດດອກອອກໝາກໃຫ້ເຮົາເລືອກກິນຫຼາຍຫຼາຍ ໂດຍສະເພາະ “ຖົ່ວລຽນ”
ແຕ່ຮູ້ຫຼືບໍ່ວ່າ ຖົ່ວລຽນ ເຖິງຈະແຊບດີມີປະໂຫຍດ ແຕ່ຫາກບໍ່ຖືກວິທີກໍເປັນອັນຕະລາຍຕໍ່ຊີວິດໄດ້ຄືກັນ ສະນັ້ນກ່ອນກິນຖົ່ວລຽນ ເຮົາມາອ່ານ ຂໍ້ຄວນຮູ້ກ່ອນກິນກັນກ່ອນດີກວ່າ
5 ຂໍ້ຄວນຮູ້ກ່ອນກິນຖົ່ວລຽນ
- ໝາກຖົ່ວລຽນ ແມ່ນໝາກໄມ້ທີ່ມີແຄລໍລີສູງ ເພາະວ່າຖົ່ວ 4-6 ເມັດ ໃຫ້ປະລິມານແຄລໍລີເຖິງ 400 ກິໂລແຄລໍລີ, ທຽບເທົ່າກັບນ້ຳອັດລົມ 2 ກະປ໋ອງ ຫຼື ເຂົ້າ 1 ຈານເຕັມໆ. ສະນັ້ນ, ການກິນຢ່າງເພີດເພີນຕ້ອງລະວັງນ້ຳໜັກຂຶ້ນເດີ.
- ຖົ່ວລຽນມີປະລິມານນ້ຳຕານສູງຫຼາຍເຊັ່ນກັນ, ດັ່ງນັ້ນ; ຜູ້ເປັນພະຍາດເບົາຫວານຄວນຫຼີກລ້ຽງຖ້າເປັນໄປໄດ້.
- ນອກຈາກຜູ້ເປັນພະຍາດເບົາຫວານແລ້ວ, ຜູ້ປ່ວຍທີ່ມີພະຍາດປະຈຳຕົວກ່ຽວຂ້ອງກັບຄວາມດັນເລືອດສູງ, ຫົວໃຈ, ເສັ້ນເລືອດ ແລະ ໄຂມັນໃນເລືອດ ຄວນກິນຖົ່ວລຽນໃຫ້ໜ້ອຍທີ່ສຸດ.
- ຖົ່ວລຽນເປັນໝາກໄມ້ທີ່ມີລິດຮ້ອນ ການກິນລ້ວນໆກໍ່ມີລິດຮ້ອນຢູ່ແລ້ວ ຖ້າກິນພ້ອມກັບເຫຼົ້າ ບໍ່ວ່າຈະເປັນເຫຼົ້າ, ເບຍ ຫຼື ເຄື່ອງດື່ມທີ່ມີແອວກໍຮໍ ຍິ່ງຈະເຮັດໃຫ້ເປັນອັນຕະລາຍຕໍ່ຮ່າງກາຍຫຼາຍຂຶ້ນ ຮ່າງກາຍຈະເກີດຄວາມຮ້ອນສູງ ຈົນເຖິງຂັ້ນເສຍຊີວິດໄດ້.
- ໃນເມື່ອຖົ່ວລຽນ ໃຫ້ພະລັງງານສູງ ດັ່ງນັ້ນ, ມື້ໃດ ຫຼື ວັນໃດທີ່ກິນຖົ່ວລຽນ ຄວນຫຼີກລ້ຽງອາຫານອື່ນໆທີ່ໃຫ້ພະລັງງານສູງເຊັ່ນກັນ ເຊັ່ນ: ອາຫານປະເພດທອດ, ອາຫານທີ່ປຸງດ້ວຍກະທິ, ອາຫານຫວານມັນອື່ນໆ ຫຼື ລອງຫຼຸດປະລິມານອາຫານລົງສ່ວນໜຶ່ງໃນມື້ຕໍ່ໄປ. ຖ້າເປັນໄປໄດ້ ຄວນອອກກຳລັງກາຍເພີ່ມດ້ວຍ ເພື່ອເຜົາຜານພະລັງງານທີ່ໄດ້ຮັບເພີ່ມເຂົ້າໄປ.
ພວກເຮົາບໍ່ໄດ້ຫ້າມວ່າ ຫ້າມກິນຖົ່ວລຽນ ແຕ່ກ່ອນກິນໝາກຖົ່ວຈະຕ້ອງມີສະຕິໃຫ້ຫຼາຍໆ ຮູ້ຕົວວ່າກິນໄປຫຼາຍເທົ່າໃດແລ້ວ ຫ້າມປາກຫ້າມໃຈຕົນເອງໄດ້ ພ້ອມອອກກຳລັງກາຍຢ່າງສະໝ່ຳສະເໝີ ຫາກເຮັດໄດ້ຕາມນີ້ ຮັບປະກັນວ່າກິນຖົ່ວລຽນໄດ້ອີ່ມແຊບ ປອດໄພຕໍ່ຮ່າງກາຍ ບໍ່ມີເລື່ອງຕ້ອງກັງວົນໃຈແນ່ນອນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














