
ວັນທີ 16 ເມສາ 2025 ທີ່ຜ່ານມາ, ສານສູງສຸດແຫ່ງສະຫະລາຊະອານາຈັກໄດ້ມີຄຳພິພາກສາສຳຄັນ ໂດຍລະບຸວ່າ ຄຳວ່າ “ແມ່ຍິງ” ແລະ “ເພດ” ຕາມພະລາຊະບັນຍັດຄວາມເທົ່າທຽມປີ 2010 ໝາຍເຖິງເພດຍິງໂດຍກຳເນີດເທົ່ານັ້ນ ບໍ່ລວມເຖິງແມ່ຍິງຂ້າມເພດ ເຖິງແມ່ນວ່າຈະມີໃບຮັບຮອງການປ່ຽນເພດກໍຕາມ.
ຄະດີນີ້ເລີ່ມຕົ້ນຈາກການທີ່ກຸ່ມ For Women Scotland ຍື່ນຟ້ອງລັດຖະບານສກັອດແລນກ່ຽວກັບກົດໝາຍປີ 2018 ທີ່ກຳນົດໃຫ້ມີສັດສ່ວນແມ່ຍິງ 50% ໃນຄະນະກຳມະການຂອງໜ່ວຍງານສາທາລະນະ ໂດຍລວມແມ່ຍິງຂ້າມເພດທີ່ມີໃບຮັບຮອງການປ່ຽນເພດໄວ້ດ້ວຍ. ກຸ່ມດັ່ງກ່າວເຫັນວ່າການນິຍາມເຊັ່ນນີ້ເກີນຂອບເຂດອຳນາດຂອງລັດຖະສະພາ ແລະ ອາດສົ່ງຜົນກະທົບຕໍ່ສິດທິຂອງແມ່ຍິງທີ່ເກີດມາເປັນເພດຍິງ.
ສານສູງສຸດມີມະຕິເປັນເອກະສັນວ່າ “ເພດ” ເປັນແນວຄິດແບບທະວິພາຄີ ຄືບຸກຄົນເປັນຊາຍຫຼືຍິງ ແລະ ການມີໃບຮັບຮອງການປ່ຽນເພດບໍ່ພຽງພໍທີ່ຈະໄດ້ຮັບການຄຸ້ມຄອງຕາມກົດໝາຍໃນຖານະເພດຍິງໂດຍກຳເນີດ. ເຖິງຢ່າງໃດກໍຕາມ, ສານຢືນຢັນວ່າຜູ້ຂ້າມເພດຍັງຄົງໄດ້ຮັບການຄຸ້ມຄອງຈາກການເລືອກປະຕິບັດຕາມພະລາຊະບັນຍັດຄວາມເທົ່າທຽມໃນຖານະຜູ້ທີ່ມີການປ່ຽນເພດ.
ຄຳພິພາກສານີ້ໄດ້ຮັບການສະໜັບສະໜູນຈາກກຸ່ມທີ່ເນັ້ນສິດທິບົນພື້ນຖານເພດກຳເນີດ ເຊັ່ນ ນັກຂຽນ J.K. Rowling ທີ່ເຄີຍບໍລິຈາກເງິນສະໜັບສະໜູນກຸ່ມ For Women Scotland ຂະນະທີ່ກຸ່ມສິດທິມະນຸດຊົນ ແລະ ຜູ້ສະໜັບສະໜູນສິດທິຜູ້ຂ້າມເພດສະແດງຄວາມກັງວົນວ່າຄຳຕັດສິນນີ້ອາດເປັນການຖອຍຫຼັງຂອງສິດທິທີ່ໄດ້ຮັບການຄຸ້ມຄອງມາແລ້ວ.
ຜົນກະທົບຂອງຄຳພິພາກສານີ້ອາດຂະຫຍາຍໄປເຖິງການເຂົ້າເຖິງບໍລິການສະເພາະເພດ ເຊັ່ນ ຫ້ອງນ້ຳ, ໂຮງໝໍ, ແລະ ທີ່ພັກພິງສຳລັບຜູ້ຖືກກະທຳຄວາມຮຸນແຮງ ລວມເຖິງການມີສ່ວນຮ່ວມໃນກິດຈະກຳທີ່ຈຳກັດສະເພາະເພດຍິງ ຊຶ່ງອາດຕ້ອງມີການປັບນະໂຍບາຍໃຫ້ສອດຄ່ອງກັບຄຳຕັດສິນນີ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














