ສຳນັກກວດຄົນເຂົ້າເມືອງຂອງໄທປະກາດອັບເດດສຳຄັນສຳລັບນັກທ່ອງທ່ຽວທຸກຄົນທີ່ເດີນທາງເຂົ້າປະເທດ.
ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ນັກເດີນທາງທີ່ບໍ່ໄດ້ຖືສັນຊາດໄທຕ້ອງກອກແບບຟອມບັດຂາເຂົ້າດິຈິຕອລຂອງປະເທດໄທ (TDAC) ທາງອອນລາຍລ່ວງໜ້າກ່ອນເດີນທາງເຂົ້າປະເທດ.
ລະບົບໃໝ່ນີ້ຈະຊ່ວຍຫຼຸດລະຍະເວລາການກວດຄົນເຂົ້າເມືອງ, ເຮັດໃຫ້ຂັ້ນຕອນສະດວກແລະປອດໄພຍິ່ງຂຶ້ນ ໂດຍບໍ່ຕ້ອງໃຊ້ແບບຟອມເຈ້ຍອີກຕໍ່ໄປ.
ນັກເດີນທາງຕ້ອງລົງທະບຽນ TDAC ພາຍໃນ 3 ວັນກ່ອນເດີນທາງມາເຖິງ ແລະ ສາມາດສະໝັກໄດ້ທີ່ເວັບໄຊ tdac.immigration ເພື່ອຄວາມສະດວກສະບາຍ.
ທາງການໄດ້ຈັດທຳສື່ປະຊາສຳພັນໃນ 5 ພາສາ ໄດ້ແກ່: ອັງກິດ, ຈີນ, ເກົາຫຼີ, ຣັດເຊຍ ແລະ ຍີ່ປຸ່ນ ພ້ອມແຜ່ນພັບ ແລະ ຄລິບວິດີໂອແນະນຳການໃຊ້ງານ TDAC.
ນອກຈາກນີ້, ສຳນັກງານກວດຄົນເຂົ້າເມືອງຍັງໄດ້ບູລະນາການເຮັດວຽກຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ລະບົບ E-Visa ຂອງກົມການກົງສຸນ, ລະບົບຄັດກອງພະຍາດຂອງກົມຄວບຄຸມພະຍາດ ແລະ ລະບົບຈັດເກັບຄ່າທຳນຽມນັກທ່ອງທ່ຽວຂອງກະຊວງການທ່ອງທ່ຽວແລະກິລາ ເພື່ອໃຫ້ການເດີນທາງເຂົ້າປະເທດໄທເປັນໄປຢ່າງລາບລື່ນແລະມີປະສິດທິພາບຫຼາຍຂຶ້ນ.
ທັງນີ້, ກະຊວງການທ່ອງທ່ຽວແລະກິລາເນັ້ນຢ້ຳເຖິງຄວາມສຳຄັນຂອງມາດຕະການໃໝ່ນີ້ໃນການຍົກລະດັບປະເທດໄທໃຫ້ເປັນ Smart Tourism Destination ທີ່ທັນສະໄໝແລະເປັນມິດກັບນັກເດີນທາງທົ່ວໂລກ. ນັກທ່ອງທ່ຽວທີ່ມີແຜນເດີນທາງມາໄທຢ່າລືມກຽມຕົວໃຫ້ພ້ອມ ເພື່ອປະສົບການເດີນທາງທີ່ລາບລື່ນແລະໄຮ້ກັງວົນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |