VP LANDSCAPE COVER (24)
8 ເຄັດລັບຟື້ນຟູຜິວຄ້ຳເສຍຫຼັງບຸນປີໃໝ່ ໃຫ້ກັບມາຂາວສະຫວ່າງກະຈ່າງໃສ
ຮຽບຮຽງໂດຍ:patthana
ເຜີຍແຜ່: 17 April, 2025

ເມື່ອເຂົ້າໜ້າເທດສະການບຸນປີໃໝ່, ເຊື່ອວ່າສາວໆຕ້ອງໄປມ່ວນແບບສຸດເຫວີ່ຍແນ່ນອນ. ແຕ່ທີ່ໜ້າເປັນຫ່ວງຫຼັງຈາກນັ້ນ ຄື ເລື່ອງຜິວ. ເພາະການຢູ່ທ່າມກາງແດດທັງວັນ ເຮັດໃຫ້ຜິວໝອງຄ້ຳເສຍໄປຫຼາຍໃຊ່ບໍ? ສາວໆຫຼາຍຄົນອາດຈະຮູ້ສຶກເຊັງກັບຜິວທີ່ເບິ່ງບໍ່ສົດໃສຈາກການໂດນແດດເຜົາ ແຕ່ບໍ່ຕ້ອງກັງວົນໄປຄ່ະ! ມື້ນີ້ພວກເຮົາມີ 8 ເຄັດລັບງ່າຍໆທີ່ຈະມາຊ່ວຍຟື້ນຟູຜິວຄ້ຳເສຍຫຼັງສົງກຣານຂອງທ່ານ ໃຫ້ກັບມາຂາວກະຈ່າງໃສຄືເກົ່າ. ບອກເລີຍວ່າເຮັດຕາມແລ້ວຈະຮູ້ສຶກດີຂຶ້ນຫຼາຍໆ.

8 ເຄັດລັບຟື້ນຟູຜິວຄ້ຳເສຍຫຼັງສົງກຣານ

1. ທາຄຣີມກັນແດດທຸກວັນ ເມື່ອຜິວເສຍເພາະແສງແດດ, ການປ້ອງກັນແສງແດດຈຶ່ງເປັນເລື່ອງສຳຄັນທີ່ສຸດໃນການຟື້ນຟູຜິວ. ການທາຄຣີມກັນແດດທີ່ມີ SPF 30-50 ຂຶ້ນໄປ ທຸກເຊົ້າກ່ອນອອກຈາກບ້ານ ຈະຊ່ວຍປ້ອງກັນບໍ່ໃຫ້ຜິວເສຍໄປຫຼາຍກວ່ານີ້ ແລະ ຊ່ວຍປ້ອງກັນບໍ່ໃຫ້ຜິວຄ້ຳເສຍຈາກແສງແດດທຳຮ້າຍຕໍ່ໄປຄ່ະ.

2. ມາສ໌ກໜ້າເພື່ອຕື່ມຄວາມຊຸ່ມຊື່ນ ຜິວທີ່ຄ້ຳເສຍຈາກແດດຈະຂາດນ້ຳ, ເຮັດໃຫ້ເບິ່ງແຫ້ງແລະໝອງຄ້ຳ. ລອງໃຊ້ມາສ໌ກໜ້າທີ່ເນັ້ນຕື່ມຄວາມຊຸ່ມຊື່ນໃຫ້ກັບຜິວ ຈະຊ່ວຍໃຫ້ຜິວກັບມານຸ່ມນວນຂຶ້ນ. ສາວໆຄວນເລືອກມາສ໌ກທີ່ມີສ່ວນຜະສົມຂອງວິຕາມິນຊີ ຫຼື ກົດໄຮຍາລູໂຣນິກ ເພາະຈະຊ່ວຍໃຫ້ຜິວກະຈ່າງໃສຂຶ້ນ ພ້ອມກັບຟື້ນຟູຄວາມຊຸ່ມຊື່ນໃຫ້ຜິວໄດ້ດີ.

3. ໃຊ້ຜະລິດຕະພັນທີ່ມີວິຕາມິນຊີ ວິຕາມິນຊີເປັນສ່ວນຜະສົມທີ່ຊ່ວຍໃຫ້ຜິວຂາວກະຈ່າງໃສ ແລະ ລົດຮອຍໝອງຄ້ຳຈາກແດດໄດ້ດີ. ຄຸນຜູ້ຍິງສາມາດເລືອກໃຊ້ເຊຣັ່ມຫຼືຄຣີມບຳລຸງທີ່ມີວິຕາມິນຊີ ຊຶ່ງຈະຊ່ວຍກະຕຸ້ນການຜັດເຊວຜິວໃໝ່ ແລະ ບຳລຸງໃຫ້ຜິວຂອງທ່ານກັບມາສົດໃສອີກຄັ້ງ.

4. ການຜັດເຊວຜິວ ສາວໆຄວນເຮັດການຜັດເຊວຜິວ ຢ່າງໜ້ອຍອາທິດລະ 1-2 ຄັ້ງ ເພື່ອຊ່ວຍຂະຈັດເຊວຜິວທີ່ໝອງຄ້ຳອອກໄປ ແລະ ເຮັດໃຫ້ຜິວໃໝ່ທີ່ສົດໃສຂຶ້ນມາແທນທີ່. ການໃຊ້ສະກຣັບຫຼືຜະລິດຕະພັນທີ່ມີ AHA ຫຼື BHA ຈະຊ່ວຍກະຕຸ້ນການຜັດເຊວຜິວ ແລະ ຊ່ວຍໃຫ້ຜິວຂາວກະຈ່າງໃສຢ່າງເປັນທຳມະຊາດ.

5. ດື່ມນ້ຳໃຫ້ຫຼາຍຂຶ້ນ ການດື່ມນ້ຳເປັນສິ່ງສຳຄັນທີ່ຈະຊ່ວຍຟື້ນຟູຜິວທີ່ຄ້ຳເສຍຈາກແສງແດດ ເພາະນ້ຳຈະຊ່ວຍໃຫ້ຜິວບໍ່ແຫ້ງກ້ານ ແລະ ຊ່ວຍປັບສົມດຸນຜິວໃຫ້ດີຂຶ້ນ. ຄວນດື່ມນ້ຳຢ່າງໜ້ອຍ 8-10 ຈອກຕໍ່ວັນ, ຫຼື ຫາກທ່ານອອກກຳລັງກາຍຫຼືຢູ່ໃນທີ່ອາກາດຮ້ອນ ຄວນເພີ່ມປະລິມານນ້ຳ ເພື່ອຊ່ວຍໃຫ້ຜິວຟື້ນຟູໄດ້ໄວຂຶ້ນ.

6. ບຳລຸງຜິວດ້ວຍນ້ຳມັນທຳມະຊາດ ນ້ຳມັນທຳມະຊາດຢ່າງນ້ຳມັນໝາກພ້າວ, ນ້ຳມັນອັລມອນດ໌, ຫຼື ອາເກນອອຍລ໌ ຈະຊ່ວຍບຳລຸງຜິວໃຫ້ນຽນນຸ່ມ, ຊ່ວຍຟື້ນຟູຜິວທີ່ຖືກທຳຮ້າຍຈາກແດດ. ນອກຈາກນີ້, ຍັງມີສານຕ້ານອະນຸມູນອິດສະລະທີ່ຊ່ວຍລົດການເກີດຮີ້ວຮອຍໄດ້ດ້ວຍຄ່ະ. ຄຸນຜູ້ຍິງສາມາດທານ້ຳມັນເຫຼົ່ານີ້ໃນຕອນກາງຄືນ ເພື່ອໃຫ້ຜິວໄດ້ຮັບການບຳລຸງຢ່າງລ້ຳເລິກ.

7. ທານອາຫານທີ່ຊ່ວຍບຳລຸງຜິວ ການບຳລຸງຈາກພາຍໃນກໍສຳຄັນບໍ່ແພ້ການບຳລຸງຈາກພາຍນອກຄ່ະ. ສາວໆຄວນທານອາຫານທີ່ມີວິຕາມິນແລະແຮ່ທາດຕ່າງໆ ເຊັ່ນ ຜັກຜົນໄມ້ທີ່ມີວິຕາມິນຊີ, ວິຕາມິນອີ, ຫຼື ເບຕ້າແຄໂຣທີນ ເຊັ່ນ ໝາກກ້ຽງ, ໝາກເລັ່ນ, ແຄຣັອດ, ແລະ ອັລມອນດ໌ ເພື່ອໃຫ້ຜິວໄດ້ຮັບສານອາຫານທີ່ຊ່ວຍໃຫ້ຜິວກະຈ່າງໃສແລະເບິ່ງສຸຂະພາບດີຂຶ້ນຢ່າງວ່ອງໄວ.

8. ພັກຜ່ອນໃຫ້ພຽງພໍ ການນອນຫຼັບທີ່ພຽງພໍ ເປັນສິ່ງທີ່ບໍ່ຄວນມອງຂ້າມ ເພາະໃນຊ່ວງທີ່ເຮົານອນຫຼັບ, ຮ່າງກາຍຈະໄດ້ຟື້ນຟູເຊວຜິວທີ່ຖືກທຳຮ້າຍຈາກແສງແດດ. ການນອນຫຼັບ 7-8 ຊົ່ວໂມງຕໍ່ຄືນ ຈະຊ່ວຍໃຫ້ຜິວຂອງທ່ານຟື້ນຕົວໄດ້ໄວຂຶ້ນ ແລະ ກະຕຸ້ນການຜະລິດຄອລລາເຈນທີ່ເຮັດໃຫ້ຜິວເບິ່ງສົດໃສແລະອ່ອນກວ່າວັຍ.

ສາວໆຄະ, ການຟື້ນຟູຜິວຫຼັງສົງກຣານບໍ່ແມ່ນເລື່ອງຍາກ ພຽງແຕ່ເຮັດຕາມເຄັດລັບເຫຼົ່ານີ້ຢ່າງສະໝ່ຳສະເໝີ, ຜິວຂອງທ່ານຈະກັບມາຂາວກະຈ່າງໃສ ແລະ ນຸ່ມນວນຄືເກົ່າໄດ້ແນ່ນອນ. ຢ່າລືມດູແລຕົວເອງໃຫ້ດີໆນະຄະ ເພາະຄວາມສວຍແລະສຸຂະພາບດີ ເລີ່ມຈາກການບຳລຸງຢ່າງຖືກວິທີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
VP LANDSCAPE COVER - 2025-05-30T153929.861
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ
site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
site_cover (84)
ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ
site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຢ່າລື່ມກົດຕິດຕາມ