ບໍ່ແມ່ນຕົວເລກຫຼຸດ ຫຼື ພິມຜິດຢ່າງທີ່ຫຼາຍຄົນສົງໄສ ລັດຖະບານສະຫະລັດພາຍໃຕ້ການນຳຂອງປະທານາທິບໍດີໂດນັລດ໌ ທຣຳ ຢືນຢັນຊັດເຈນແລ້ວວ່າ ພາສີນຳເຂົ້າສິນຄ້າບາງປະເພດຈາກຈີນຖືກປັບຂຶ້ນສູງສຸດເຖິງ 245% ຈິງ ແລະ ເປັນຕົວເລກທີ່ມີທີ່ມາທີ່ໄປ
ພາສີ 245% ຄິດຈາກຫຍັງ?
ຈາກຖະແຫຼງການຂອງທຳນຽບຂາວ, ສະຫະລັດຯ ບໍ່ໄດ້ຕັ້ງພາສີ 245% ໃນລາຍການດຽວ ແຕ່ເປັນການລວມຫຼາຍມາດຕະການພາສີທີ່ຊ້ອນທັບກັນ ຈົນກາຍເປັນຕົວເລກສູງ ໂດຍສະເພາະກັບສິນຄ້າຈີນບາງປະເພດ ຊຶ່ງຖືກຈັດຢູ່ໃນກຸ່ມເປົ້າໝາຍສຳຄັນ.
ທັງນີ້, ມາດຕະການທີ່ນຳມາລວມກັນມີດັ່ງນີ້:
ນັ່ນຄືທີ່ມາຂອງຕົວເລກ 245% ຊຶ່ງບໍ່ແມ່ນພາສີດຽວ ແຕ່ເປັນຜົນລວມຈາກມາດຕະການຫຼາຍທາງທີ່ຊ້ອນທັບກັນກັບສິນຄ້າບາງປະເພດ ໂດຍສະເພາະສິນຄ້າທີ່ກ່ຽວຂ້ອງກັບແຮ່ຫາຍາກຫຼືສິນຄ້າທີ່ກ່ຽວຂ້ອງກັບຄວາມໝັ້ນຄົງແຫ່ງຊາດແລະສົງຄາມການຄ້າ ຫຼື ໃນບາງກໍລະນີ ອາດບວກຈາກ 125% + 20% + 10% (ຖານ) + 90% (Section 301) = 245% ເຊັ່ນກັນ.
ທັງໝົດນີ້ເກີດຂຶ້ນທ່າມກາງການຕອບໂຕ້ກັນລະຫວ່າງສະຫະລັດ ແລະ ຈີນໃນເວທີການຄ້າລະຫວ່າງປະເທດ ໂດຍຈີນເອງກໍບໍ່ໄດ້ນິ່ງເສີຍ ຕອບໂຕ້ດ້ວຍການຕັ້ງກຳແພງພາສີຂອງຕົນເອງສູງເຖິງ 125% ພ້ອມທັງອອກຂໍ້ຈຳກັດໃນການສົ່ງອອກແຮ່ຫາຍາກຊະນິດຕ່າງໆ ໄປຍັງສະຫະລັດ ຊຶ່ງລວມເຖິງການລະງັບການສົ່ງອອກແມ່ເຫຼັກແຮ່ຫາຍາກ 6 ຊະນິດໃນເດືອນນີ້ ສົ່ງຜົນກະທົບໂດຍກົງຕໍ່ອຸດສາຫະກຳເອເລັກໂຕຣນິກ, ການບິນ ແລະ ການປ້ອງກັນປະເທດຂອງອາເມລິກາ.
ພາສີ 245% ນີ້ຍັງເຊື່ອມໂຍງກັບຄຳສັ່ງບໍລິຫານລ່າສຸດຂອງທຣຳ ເມື່ອວັນທີ 15 ເມສາ ທີ່ໃຫ້ກະຊວງການຄ້າສະຫະລັດເປີດການສອບສວນວ່າ ການເພິ່ງພາການນຳເຂົ້າວັດຖຸດິບຫາຍາກຈາກຕ່າງປະເທດ ໂດຍສະເພາະຈາກຈີນ ກໍ່ໃຫ້ເກີດ “ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ” ຫຼື ບໍ່.
ຫາກຜົນການສອບສວນຊີ້ວ່າເປັນໄພຈິງ, ສະຫະລັດອາດໃຊ້ອຳນາດພາຍໃຕ້ Section 232 ຂອງກົດໝາຍ Trade Expansion Act ປີ 1962 ເພື່ອກຳນົດພາສີເພີ່ມເຕີມຫຼືອອກມາດຕະການອື່ນໆ ໄດ້ອີກ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |