
ເມື່ອສະຖານະການນ້ຳມັນໃນຖັງເຫຼືອນ້ອຍ ຫຼາຍຄົນພະຍາຍາມຊອກວິທີປະຢັດນ້ຳມັນໃຫ້ໄດ້ຫຼາຍທີ່ສຸດ
ໜຶ່ງໃນວິທີທີ່ຖືກນຳມາໃຊ້ເລື້ອຍໆຄືການປິດລະບົບປັບອາກາດໃນລົດຍົນ ໂດຍມີຄວາມເຊື່ອວ່າຈະຊ່ວຍຫຼຸດພາລະຂອງເຄື່ອງຈັກ ແລະ ເຮັດໃຫ້ປະຢັດນ້ຳມັນໄດ້ຫຼາຍຂຶ້ນ.
ແຕ່ໃນຄວາມເປັນຈິງແລ້ວ, ການປິດແອຂະນະນ້ຳມັນໃກ້ໝົດຈະຊ່ວຍປະຢັດນ້ຳມັນໄດ້ແທ້ຫຼືບໍ່? ບົດຄວາມນີ້ມີຄຳຕອບມາຝາກກັນ.
ຫຼັກການເຮັດວຽກຂອງແອລົດຍົນ
ເຄື່ອງປັບອາກາດໃນລົດຍົນເຮັດວຽກໂດຍມີຄອມເພຣສເຊີເປັນຫົວໃຈຫຼັກ ຊຶ່ງຄອມເພຣສເຊີຈະຂັບເຄື່ອນດ້ວຍກຳລັງຈາກເຄື່ອງຈັກໂດຍກົງ (ຍົກເວັ້ນລົດໄຮບຣິດ ແລະ ລົດໄຟຟ້າຊຶ່ງປ່ຽນໄປໃຊ້ຄອມແອແບບໄຟຟ້າ).
ເມື່ອເຮົາເປີດແອ, ເຄື່ອງຈັກຈະຕ້ອງເພີ່ມພາລະໃນການໝູນຄອມເພຣສເຊີ, ເຮັດໃຫ້ມີການໃຊ້ນ້ຳມັນເຊື້ອເພີງຫຼາຍຂຶ້ນຢ່າງແນ່ນອນ.
ປະລິມານນ້ຳມັນທີ່ໃຊ້ເພີ່ມຂຶ້ນນີ້ຈະແຕກຕ່າງກັນໄປຂຶ້ນຢູ່ກັບຂະໜາດຂອງເຄື່ອງຈັກ, ຄວາມແຮງຂອງແອ ແລະ ສະພາບການຂັບຂີ່.
ໂດຍທົ່ວໄປແລ້ວ, ການເປີດແອອາດເຮັດໃຫ້ລົດຍົນໃຊ້ນ້ຳມັນເພີ່ມຂຶ້ນປະມານ 5-15%.
ປິດແອຊ່ວຍປະຢັດນ້ຳມັນເມື່ອນ້ຳມັນໃກ້ໝົດແທ້ຫຼືບໍ?
ເມື່ອນ້ຳມັນໃນຖັງເຫຼືອນ້ອຍ, ການປິດແອຈະຊ່ວຍຫຼຸດພາລະຂອງເຄື່ອງຈັກໄດ້ແທ້ ແລະ ສົ່ງຜົນໃຫ້ປະຢັດນ້ຳມັນໄດ້ບ້າງເລັກນ້ອຍ ເນື່ອງຈາກເຄື່ອງຈັກບໍ່ຕ້ອງສົ່ງກຳລັງໄປຂັບເຄື່ອນຄອມເພຣສເຊີແອ.
ເຖິງຢ່າງໃດກໍຕາມ, ປະລິມານນ້ຳມັນທີ່ປະຢັດໄດ້ຈາກການປິດແອໃນຊ່ວງທີ່ນ້ຳມັນໃກ້ໝົດນັ້ນ ອາດບໍ່ໄດ້ຫຼາຍຢ່າງມີຄວາມສຳຄັນຈົນເຮັດໃຫ້ທ່ານສາມາດຂັບໄປເຖິງປໍ້ານ້ຳມັນທີ່ໄກກວ່າເດີມໄດ້ຢ່າງຊັດເຈນ.
ສິ່ງທີ່ຄວນພິຈາລະນາເພີ່ມເຕີມຄື ສະພາບແວດລ້ອມໃນການຂັບຂີ່.
ຫາກເປັນຊ່ວງເວລາກາງເວັນທີ່ມີອາກາດຮ້ອນຈັດ, ການປິດແອອາດເຮັດໃຫ້ພາຍໃນຫ້ອງໂດຍສານຮ້ອນອົບອ້າວ, ສົ່ງຜົນໃຫ້ຜູ້ຂັບຂີ່ຮູ້ສຶກບໍ່ສະບາຍ, ອ່ອນເພຍ ແລະ ອາດມີສະມາທິໃນການຂັບຂີ່ຫຼຸດລົງ ຊຶ່ງອາດນຳໄປສູ່ອຸບັດຕິເຫດໄດ້. ການຂັບລົດຢ່າງປອດໄພຄວນມາເປັນອັນດັບໜຶ່ງ.
ການປິດແອເມື່ອນ້ຳມັນໃກ້ໝົດສາມາດຊ່ວຍປະຢັດນ້ຳມັນໄດ້ເລັກນ້ອຍ ແຕ່ປະລິມານທີ່ປະຢັດໄດ້ອາດບໍ່ຫຼາຍນັກ.
ດັ່ງນັ້ນ, ການວາງແຜນການເຕີມນ້ຳມັນຢ່າງເໝາະສົມກ່ອນທີ່ນ້ຳມັນຈະເຫຼືອນ້ອຍເກີນໄປຈຶ່ງເປັນທາງອອກທີ່ດີທີ່ສຸດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














