ວັນນີ້ (17 ເມສາ2568) ຄອບຄົວ ແລະ ຍາດພີ່ນ້ອງຂອງນັກໂທດ ເດີນທາງມາລໍຖ້າທີ່ເຮືອນຈຳໃນນະຄອນຢ່າງກຸ້ງຂອງມຽນມາ ຫຼັງຊາບຂ່າວວ່າລັດຖະບານທະຫານມຽນມາອະໄພໂທດຜູ້ຕ້ອງຂັງຈຳນວນຫຼາຍເນື່ອງໃນມື້ປີໃຫມ່
ສະຖານີໂທລະພາບເອັມອາທີວີຂອງທາງການມຽນມາ ລາຍງານວ່າ ພົນເອກອາວຸໂສມິນ ອອງ ໄລງ໌ ຜູ້ນຳລັດຖະບານທະຫານເມຍນມາ ອະໄພໂທດຜູ້ຕ້ອງຂັງ 4,893 ຄົນ. ໃນຈຳນວນນີ້ລວມເຖິງຊາວຕ່າງຊາດ 13 ຄົນ ທີ່ຈະຖືກເນລະເທດຫຼັງໄດ້ຮັບການປ່ອຍຕົວ.
ຂະນະທີ່ນັກໂທດບາງສ່ວນໄດ້ຮັບການຫຼຸດໂທດໃນໂອກາດນີ້ດ້ວຍ ແຕ່ບໍ່ນັບລວມຜູ້ນັກໂທດຄະດີອຸກໂຈນກຳ ໃນຖານຄວາມຜິດຂ້າຜູ້ອື່ນ, ຂົ່ມຂືນກະທຳຊຳເລົາ, ກໍ່ການຮ້າຍ ແລະ ການລວມຕົວກັນຢ່າງຜິດກົດໝາຍ.
ແຖລງການຂອງລັດຖະບານທະຫານມຽນມາ ລະບຸດ້ວຍວ່າ ການຕັດສິນໃຈຄັ້ງນີ້ເພື່ອຕ້ອງການໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວເຂົ້າມາມີສ່ວນຮ່ວມໃນຂະບວນການສ້າງລັດ
ເພື່ອຄວາມສະຫງົບສຸກຂອງປະຊາຊົນ ແລະ ຖືເປັນການສົ່ງມອບຄວາມເມດຕາກະລຸນາຈາກລັດ.
ສຳລັບການປະກາດອະໄພໂທດຜູ້ນັກໂທດຈຳນວນຫຼາຍໃນໂອກາດສຳຄັນ ຖືເປັນສິ່ງທີ່ເກີດຂຶ້ນເປັນປະຈຳໃນມຽນມາ.
ຂະນະທີ່ບຸກຄົນລະດັບສູງທາງການເມືອງທີ່ຖືກຄຸມຂັງໂດຍລັດຖະບານທະຫານມຽນມາ ລວມເຖິງອອງ ຊານ ຊູ ຈີ ອະດີດທີ່ປຶກສາແຫ່ງລັດ ບໍ່ໄດ້ຮັບການອະໄພໂທດໃນຄັ້ງນີ້.
ອີກທັງຍັງບໍ່ຊາບແນ່ຊັດວ່າມີນັກໂທດຄະດີການເມືອງໄດ້ຮັບການປ່ອຍຕົວຫຼາຍນ້ອຍພຽງໃດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |