VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
ຮຽບຮຽງໂດຍ:patthana
ເຜີຍແຜ່: 18 April, 2025

Generation ຫຼື ເອີ້ນສັ້ນໆວ່າ Gen ຄື ການແບ່ງກຸ່ມປະຊາກອນຕາມຫຼັກປະຊາກອນສາດ (Demography) ໂດຍມີການແບ່ງ Gen ຕາມຊ່ວງປີເກີດ ຈະແບ່ງເປັນ 5 Gen ຄື Gen B, Gen X, Gen Y, Gen Z ແລະ Gen Alpha ຊຶ່ງແຕ່ລະລຸ້ນມີຂໍ້ດີແລະລັກສະນະພິເສດທີ່ແຕກຕ່າງກັນ. ສະນັ້ນ ພວກເຮົາມາເບິ່ງຂໍ້ມູນຂອງຄົນແຕ່ລະ Gen ກັນວ່າມີຂໍ້ເດັ່ນແນວໃດແດ່, ແຕ່ລະ Gen ຢູ່ໃນກຸ່ມອາຍຸເທົ່າໃດ ແລ້ວທ່ານເປັນ Gen ໃດ?

Gen B (Baby Boom Generation) Gen B ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ. 2489-2507 (1946-1964) ບັນດາຄົນພວກນີ້ເກີດມາພາຍຫຼັງສົງຄາມໂລກຄັ້ງທີສອງສງົບລົງ. ທີ່ເອີ້ນຄົນພວກນີ້ວ່າເຈນບີເພາະວ່າໃນລະຫວ່າງສົງຄາມ ບັນດາຜູ້ຊາຍຕ້ອງຖືກເກນໄປເປັນທະຫານ, ເມື່ອສົງຄາມສງົບລົງກໍ່ເລີຍກັບມາແຕ່ງງານແລ້ວຮີບມີລູກກັນຍົກໃຫຍ່ແບບວ່າອັ້ນໄວ້ດົນ. ຄົນທີ່ເປັນເຈນບີນີ້ຫຼາຍຫຼາຍ ເອີ້ນວ່າບູມ! ຄືເດັກເກີດກັນແບບລະເບີດເລີຍ. ພໍ່ແມ່ຂອງຄົນພວກນີ້ປະສົບຄວາມລຳບາກຍາກແຄ້ນມາຕະຫຼອດຊີວິດ ຈາກວິກິດເສດຖະກິດຕົກຕ່ຳຄັ້ງໃຫຍ່ທົ່ວໂລກເມື່ອ ພ.ສ. 2472 ທີ່ສົ່ງຜົນໃຫ້ເກີດສົງຄາມໂລກຄັ້ງທີສອງໃນທີ່ສຸດ.

ຄົນເຈນບີ ເຕີບໃຫຍ່ຂຶ້ນມາດ້ວຍການຮັບຮູ້ຄວາມຍາກລຳບາກຂອງພໍ່ແມ່ ຈຶ່ງເປັນຄົນທີ່ມີຊີວິດເພື່ອການເຮັດວຽກ, ເຄົາລົບກົດເກນ, ກະຕິກາ, ອົດທົນໃຫ້ຄວາມສຳຄັນກັບຜົນງານເຖິງວ່າຈະຕ້ອງໃຊ້ເວລາດົນກວ່າຈະປະສົບຄວາມສຳເລັດ, ອີກທັງຍັງມີແນວຄິດທີ່ຈະເຮັດວຽກໜັກເພື່ອສ້າງຕົນສ້າງຕົວ, ມີຄວາມທຸ່ມເທກັບການເຮັດວຽກແລະອົງກອນຫຼາຍ, ໃຫ້ຄວາມສຳຄັນຂອງຄອບຄົວຮອງລົງມາຈາກວຽກ.

ຂໍ້ດີ Gen B ເປັນຍຸກສິ້ນສຸດສົງຄາມ, ຄົນເຈນນີ້ຈະມີຊີວິດເພື່ອການເຮັດວຽກ, ສຸຂຸມ, ຮອບຄອບ, ປະຢັດອົດອອມ, ສູ້ວຽກ, ເຄົາລົບກົດເກນ, ອົດທົນສູງ, ມີປະສົບການສູງ, ມີຄວາມສາມາດທາງດ້ານການເຂົ້າສັງຄົມ, ຈົງຮັກພັກດີຕໍ່ນາຍຈ້າງ, ໃຫ້ຄວາມສຳຄັນກັບຜົນງານ, ຍິນດີເຮັດວຽກໜັກເພື່ອສ້າງຕົນສ້າງຕົວ, ບໍ່ປ່ຽນວຽກບໍ່, ເຄັ່ງຄັດໃນຮີດຄອງປະເພນີ.

Gen X Gen X ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ. 2508-2522 (1965-1979) ຄົນກຸ່ມນີ້ກໍ່ຄືລູກຫຼານຂອງພວກເຈນບີນັ້ນເອງ ຊຶ່ງຊ່ວງ ພ.ສ. 2508-2522 ນີ້ເປັນຊ່ວງຂອງສັນຕິພາບ, ຄວາມໝັ້ນຄັ່ງຂະຫຍາຍໄປທົ່ວໂລກ, ແລະແນວຄວາມຄິດຄຸມກຳເນີດພ້ອມທັງຢາຄຸມກຳເນີດເກີດມີຂຶ້ນຫຼາຍຫຼາຍ, ຈຳນວນການເກີດຂອງເດັກຊ່ວງນີ້ຈຶ່ງຫຼຸດລົງຫຼາຍ. ບາງທີກໍ່ເອີ້ນພວກນີ້ວ່າ Baby Bust Generation (Bust ນີ້ກົງກັນຂ້າມກັບບູມ).

ບັນດາເດັກທີ່ເກີດໃນຊ່ວງນີ້ ເຕີບໃຫຍ່ຂຶ້ນມາໄດ້ເຫັນການດຳເນີນຊີວິດຂອງພໍ່ແມ່ ຊຶ່ງເດັກພວກນີ້ບໍ່ເຫັນດ້ວຍ, ເຮັດໃຫ້ຄົນທີ່ເຕີບໃຫຍ່ມາໃນຊ່ວງນີ້ມີລັກສະນະພຶດຕິກຳຊອບອັນໃດງ່າຍໆ, ບໍ່ຕ້ອງເປັນທາງການ, ໃຫ້ຄວາມສຳຄັນກັບເລື່ອງຄວາມສົມດຸນລະຫວ່າງວຽກກັບຄອບຄົວ (Work-life Balance).

ຂໍ້ດີ Gen X ເປັນລຸ້ນທີ່ມີຄວາມເຂັ້ມແຂງແລະປັບຕົວໄດ້ງ່າຍ, ພວກເຂົາມີຄວາມຄິດເປັນລະບົບ, ແລະມີຄວາມຮັບຜິດຊອບສູງໃນການເຮັດວຽກ, ພວກເຂົາມີປະສົບການແລະຄວາມຮູ້ໃນອົງກອນຫຼາຍກວ່າລຸ້ນອື່ນ, ຈຶ່ງເໝາະທີ່ຈະເປັນຜູ້ນຳ ແລະ ສາມາດໃຫ້ຄຳປຶກສາແກ່ລຸ້ນອື່ນໄດ້.

Gen Y Gen Y ຫຼື Millennials ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ. 2523-2540 (1980-1997) ເປັນກຸ່ມຄົນທີ່ໃຫຍ່ມາພ້ອມກັບຄອມພິວເຕີ-ອິນເຕີເນັດແລະເຕັກໂນໂລຢີໄອທີ. ພວກນີ້ເປັນລູກຂອງພວກເຈນເອັກຊ໌ ທີ່ໄດ້ຊື່ວ່າເຈນວາຍກໍ່ເນື່ອງຈາກເຫັນພໍ່ແມ່ກັບ ປູ່, ຍ່າ, ຕາ, ຍາຍຖົກຖຽງກັນໃນຄ່ານິຍົມທີ່ແຕກຕ່າງກັນ ແລະ ເມື່ອຖົກຖຽງກັນຫຼາຍເຂົ້າ ເລື່ອງກໍ່ມາລົງທີ່ເດັກທີ່ບໍ່ຮູ້ເລື່ອງຫຍັງ.

ເຈນວາຍເປັນໄວທີ່ຈັດວ່າພຶ່ງເລີ່ມເຂົ້າສູ່ໄວເຮັດວຽກ, ມີລັກສະນະນິໄສຊອບສະແດງອອກ, ມີຄວາມເປັນຕົວຂອງຕົວເອງສູງ, ບໍ່ຊອບຢູ່ໃນກອບແລະບໍ່ຊອບເງື່ອນໄຂ. ຄົນກຸ່ມນີ້ຕ້ອງການຄວາມຊັດເຈນໃນການເຮັດວຽກວ່າ ສິ່ງທີ່ເຮັດມີຜົນຕໍ່ຕົນເອງແລະຕໍ່ໜ່ວຍງານແນວໃດ, ອີກທັງຍັງມີຄວາມສາມາດໃນການເຮັດວຽກທີ່ກ່ຽວກັບການຕິດຕໍ່ສື່ສານ, ແລະຍັງສາມາດເຮັດວຽກຫຼາຍໆຢ່າງໄດ້ໃນເວລາດຽວກັນ.

ຂໍ້ດີ Gen Y ເປັນລຸ້ນທີ່ເກັ່ງໃນເຕັກໂນໂລຢີແລະການໃຊ້ສື່ສັງຄົມອອນລາຍ, ພວກເຂົາມີຄວາມຄິດສ້າງສັນ, ແລະເປັນທີມງານທີ່ສາມາດເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ, ເຂົາມັກມີຄວາມສາມາດໃນການເຮັດວຽກແບບແຟລັກຊິເບິ້ລແລະຕ້ອງການການຕອບຮັບແລະການພັດທະນາຢູ່ເລື້ອຍໆ.

Gen Z Gen Z ຄື ຄົນທີ່ເກີດຫຼັງ ພ.ສ. 2541-2565 (1998-2024) ກຸ່ມ Gen Z ນີ້ຈະເຕີບໃຫຍ່ມາພ້ອມກັບສິ່ງອຳນວຍຄວາມສະດວກຫຼາຍຫຼາຍທີ່ຢູ່ອ້ອມຮອບ, ມີຄວາມສາມາດໃນການໃຊ້ງານເຕັກໂນໂລຢີຕ່າງໆ ແລະຮຽນຮູ້ໄດ້ໄວ ເພາະພໍ່ແມ່ໃຊ້ສິ່ງເຫຼົ່ານີ້ຢູ່ໃນຊີວິດປະຈຳວັນ.

ສິ່ງໜຶ່ງທີ່ເດັກລຸ້ນ Gen Z ແຕກຕ່າງຈາກລຸ້ນອື່ນໆ ສະໄໝທີ່ຍັງເປັນເດັກຢູ່ກໍ່ຄື ເດັກລຸ້ນນີ້ຈະໄດ້ເຫັນພາບທີ່ພໍ່ແລະແມ່ຕ້ອງອອກໄປເຮັດວຽກທັງຄູ່, ຕ່າງຈາກລຸ້ນກ່ອນໆທີ່ອາດຈະມີພໍ່ອອກໄປເຮັດວຽກຄົນດຽວ. ດ້ວຍເຫດຜົນນີ້, ເດັກ Gen Z ຫຼາຍໆຄົນຈຶ່ງໄດ້ຮັບການລ້ຽງດູຈາກຄົນອື່ນຫຼາຍກວ່າພໍ່ແມ່ຂອງຕົວເອງ.

ຂໍ້ດີ Gen Z ເປັນລຸ້ນທີ່ເຕີບໃຫຍ່ມາພ້ອມກັບເຕັກໂນໂລຢີແລະມີຄວາມຄຸ້ນເຄີຍກັບການໃຊ້ງານອຸປະກອນດິຈິຕອນຕ່າງໆ, ພວກເຂົາມີຄວາມຄິດສ້າງສັນ, ແລະມີຄວາມຮັບຜິດຊອບໃນການຮຽນຮູ້ແລະພັດທະນາຕົນເອງ, ພວກເຂົາມີມຸມມອງທີ່ຫຼາກຫຼາຍແລະຮຽນຮູ້ໄດ້ຢ່າງວ່ອງໄວ.

Gen Alpha Gen A ຫຼື Gen Alpha ຄື ກຸ່ມຄົນນີ້ຈະເກີດໃນຊ່ວງປີ ພ.ສ. 2566 ເປັນຕົ້ນໄປ ຫຼື ງ່າຍໆຄືຄົນເຈນອັລຟາຈະເກີດໃນຊ່ວງສະຕະວັດທີ 21 ນັ້ນເອງ, ຈຶ່ງເອີ້ນວ່າເປັນກຸ່ມຄົນລຸ້ນໃໝ່.

ເຈນອັລຟາເອີ້ນວ່າເກີດໃນສະພາບແວດລ້ອມໃໝ່, ການຕິດຕໍ່ສື່ສານທີ່ປ່ຽນແປງຢ່າງກ້າວກະໂດດ. ຈາກຜົນການສຳຫຼວດປະຊາກອນໂລກ ໃນປີ 2558 ນັ້ນ ມີຈຳນວນຄົນກວ່າ 2.5 ລ້ານຄົນເກີດໃນທຸກອາທິດທົ່ວໂລກ. ດັ່ງນັ້ນ, ເຈນອັລຟາ ຈຶ່ງມີແນວໂນ້ມວ່າ ຈະມີປະຊາກອນກວ່າ 2 ພັນລ້ານຄົນພາຍໃນປີ 2568.

ການແບ່ງກຸ່ມຄົນຕາມ generation ນັ້ນ ມັກໃຊ້ເພື່ອອະທິບາຍລັກສະນະນິໄສແລະພຶດຕິກຳຂອງຄົນໃນແຕ່ລະກຸ່ມ ໂດຍກຸ່ມ Baby Boomer ມັກຖືກມອງວ່າເປັນຄົນທີ່ເຮັດວຽກໜັກ, ຍຶດໝັ້ນໃນກົດເກນ, ໃຫ້ຄວາມສຳຄັນກັບຄອບຄົວ. ກຸ່ມ Generation X ມັກຖືກມອງວ່າເປັນຄົນທີ່ມີຄວາມຍືດຍຸ່ນ, ປັບຕົວໄດ້ດີ, ໃຫ້ຄວາມສຳຄັນກັບອິດສະຫຼະເສລີ. ກຸ່ມ Generation Y ມັກຖືກມອງວ່າເປັນຄົນທີ່ມີຄວາມເປັນປັດເຈກນິຍົມສູງ, ໃຫ້ຄວາມສຳຄັນກັບປະສົບການ. ກຸ່ມ Generation Z ມັກຖືກມອງວ່າເປັນຄົນທີ່ມີຄວາມຄ່ອງແຄ້ວດ້ານເຕັກໂນໂລຢີ, ໃຫ້ຄວາມສຳຄັນກັບການສື່ສານແລະການມີສ່ວນຮ່ວມ.

ເຖິງແນວໃດກໍ່ຕາມ ການແບ່ງກຸ່ມຄົນຕາມ generation ນັ້ນ ເປັນພຽງການແບ່ງກຸ່ມຄ່າວໆເທົ່ານັ້ນ. ແຕ່ລະຄົນອາດມີຄວາມແຕກຕ່າງກັນໃນແຕ່ລະ generation ຂຶ້ນຢູ່ກັບປັດໄຈອື່ນໆ ເຊັ່ນ ສະພາບແວດລ້ອມ, ການລ້ຽງດູ, ການສຶກສາ ເປັນຕົ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ