
ງານວິໄຈໃໝ່ຈາກ USC Leonard Davis School of Gerontology ຊີ້ໃຫ້ເຫັນວ່າ ການອາໄສຢູ່ໃນພື້ນທີ່ທີ່ມີອາກາດຮ້ອນ ແລະ ຊຸ່ມເຊັ່ນ: ເມືອງຟີນິກຊ໌ ສະຫະລັດອາເມລິກາ ອາດເຮັດໃຫ້ຮ່າງກາຍແກ່ໄວຂຶ້ນໃນລະດັບເຊລ ເຖິງແມ່ນວ່າຈະຄວບຄຸມປັດໄຈອື່ນໆ ເຊັ່ນ: ການສູບຢາ ການດື່ມເຫຼົ້າ ຫຼື ລາຍໄດ້ແລ້ວກໍຕາມ
ດຣ. Eunyoung Choi ຫົວໜ້າຄະນະວິໄຈລະບຸວ່າ “ພຽງແຕ່ອາໄສຢູ່ໃນພື້ນທີ່ ທີ່ມີມື້ທີ່ອາກາດຮ້ອນຫຼາຍ ຮ່າງກາຍຂອງເຮົາກໍຈະແກ່ໄວຂຶ້ນໃນເຊີງຊີວະພາບ” ໂດຍຜົນກະທົບຈາກຄວາມຮ້ອນນັ້ນທຽບໄດ້ກັບຜົນຂອງການສູບຢາ ຫຼື ດື່ມໜັກ
ທີມນັກວິໄຈເກັບຕົວຢ່າງເລືອດຈາກຜູ້ສູງອາຍຸຈຳນວນກວ່າ 3,600 ຄົນທີ່ມີອາຍຸຕັ້ງແຕ່ 56 ປີຂຶ້ນໄປ ແລ້ວນຳໄປວິເຄາະດ້ວຍເຄື່ອງມືທີ່ເອີ້ນວ່າ “epigenetic clock” ເພື່ອວັດອາຍຸຊີວະພາບຂອງຮ່າງກາຍ ຊຶ່ງໝາຍເຖິງສະພາບທີ່ແທ້ຈິງຂອງຮ່າງກາຍ ບໍ່ແມ່ນພຽງແຕ່ອາຍຸປະຕິທິນ.
ຜົນການສຶກສາພົບວ່າ ຜູ້ທີ່ອາໄສໃນພື້ນທີ່ທີ່ມີອາກາດຮ້ອນຊຸ່ມ ມີສັນຍານຂອງຄວາມແກ່ໃນລະດັບໂມເລກຸນຫຼາຍກວ່າກຸ່ມອື່ນ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮ້ອນເປັນໄລຍະເວລາດົນ ເຊັ່ນ: ຫຼາຍເດືອນ ຫຼື ຫຼາຍປີ ບໍ່ແມ່ນພຽງແຕ່ຊ່ວງຄື້ນຄວາມຮ້ອນຊົ່ວຄາວ.
ໃນປີທີ່ຜ່ານມາ ເມືອງຟີນິກຊ໌ມີອຸນຫະພູມສູງກວ່າ 32°C ຍາວນານເຖິງ 188 ວັນ ແລະ ສູງເກີນ 38°C ເຖິງ 140 ວັນ ເຊິ່ງນັບວ່າເປັນຄວາມຮ້ອນໃນລະດັບສ່ຽງຕໍ່ສຸຂະພາບຢ່າງຫຼາຍ
ງານວິໄຈຍັງໃຊ້ “ດັດຊະນີຄວາມຮ້ອນ” (Heat Index) ແທນອຸນຫະພູມ ເນື່ອງຈາກຄວາມຊຸ່ມເຮັດໃຫ້ຮ່າງກາຍລະບາຍຄວາມຮ້ອນໄດ້ຍາກ ໂດຍສະເພາະໃນຜູ້ສູງອາຍຸທີ່ມີປະສິດທິພາບໃນການຂັບເຫື່ອລົດລົງຕາມໄວ
ນັກວິໄຈຢ້ຳວ່າ ຄວາມຮ້ອນສົ່ງຜົນຕໍ່ພັນທຸກຳ ແລະ ການສະແດງອອກຂອງຍີນໃນຮ່າງກາຍ ເມື່ອສະສົມໄປດົນໆ ກໍສາມາດນຳໄປສູ່ບັນຫາສຸຂະພາບຊຳເຮື້ອໄດ້.
ທ່າມກາງວິກິດໂລກຮ້ອນ ແລະ ລະດູຮ້ອນທີ່ຍາວນານຂຶ້ນ ຜູ້ຊ່ຽວຊານເຕືອນວ່າ ເມືອງຕ່າງໆ ຄວນກຽມພ້ອມຮັບມື ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ດ້ວຍການເພີ່ມພື້ນທີ່ຮົ່ມເງົາ ການເຂົ້າເຖິງແຫຼ່ງລະບາຍຄວາມຮ້ອນ ແລະ ການວາງຜັງເມືອງທີ່ເປັນມິດຕໍ່ສຸຂະພາບໃນໄລຍະຍາວ
ຄວາມຮ້ອນສົ່ງຜົນຕໍ່ຮ່າງກາຍແນວໃດ?
ນອກຈາກຈະເຮັດໃຫ້ຮູ້ສຶກບໍ່ສະບາຍ ອາກາດຮ້ອນຈັດຍັງສົ່ງຜົນຕໍ່ຮ່າງກາຍໃນຫຼາຍດ້ານ ໂດຍສະເພາະໃນຜູ້ສູງອາຍຸ
• ລະບົບຄວບຄຸມອຸນຫະພູມເຮັດວຽກລົດລົງ ຜູ້ສູງອາຍຸມີປະສິດທິພາບໃນການຂັບເຫື່ອລົດລົງ ເຮັດໃຫ້ລະບາຍຄວາມຮ້ອນໄດ້ຍາກຂຶ້ນ
• ສ່ຽງຕໍ່ພາວະຂາດນ້ຳ (Dehydration) ຊຶ່ງສົ່ງຜົນຕໍ່ການເຮັດວຽກຂອງຫົວໃຈ ແລະ ສະໝອງ
• ຄວາມຄຽດລະດັບເຊລ (Cellular Stress) ຈາກຄວາມຮ້ອນສະສົມ ອາດກະຕຸ້ນໃຫ້ເກີດການອັກເສບຊຳເຮື້ອ ຊຶ່ງເຊື່ອມໂຍງກັບພະຍາດບໍ່ຕິດຕໍ່ຊຳເຮື້ອ ເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














