site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 April, 2025
ໝວດ: ຂ່າວ

ເກົາຫຼີໃຕ້ເລັ່ງປາບປາມການປອມແປງສິນຄ້າຕ່າງປະເທດ ສວມປ້າຍເປັນສິນຄ້າຜະລິດຈາກເກົາຫຼີ ເພື່ອຫຼີກລ່ຽງພາສີຂອງສະຫະລັດ ໂດຍສ່ວນໃຫຍ່ເປັນສິນຄ້າທີ່ມາຈາກຈີນ

 

ໜ່ວຍງານພາສີອາກອນເກົາຫຼີໃຕ້ ເປີດເຜີຍເມື່ອວັນຈັນທີ 21 ເມສາ ວ່າຈາກການສືບສວນພິເສດໄດ້ກວດພົບການລະເມີດແຫຼ່ງກຳເນີດສິນຄ້າມູນຄ່າລວມ 29.5 ພັນລ້ານວອນ.

 

ໃນໄຕມາດທຳອິດຂອງປີນີ້ ໂດຍ 97% ຂອງການລະເມີດດັ່ງກ່າວກ່ຽວຂ້ອງກັບການສົ່ງອອກສິນຄ້າໄປຍັງສະຫະລັດ

 

ໂດຍເມື່ອປຽບທຽບກັບທັງປີ 2024 ທີ່ຜ່ານມານັ້ນ ມີມູນຄ່າການລະເມີດລວມຢູ່ທີ່ 34.8 ພັນລ້ານວອນ, ຊຶ່ງໃນຈຳນວນນີ້ 62% ເປັນສິນຄ້າທີ່ສົ່ງອອກໄປຍັງສະຫະລັດຯ ເຈົ້າໜ້າທີ່ເກົາຫຼີໃຕ້ລະບຸວ່າ ອາດມີຄວາມພະຍາຍາມເພີ່ມຂຶ້ນຈາກບໍລິສັດຕ່າງຊາດໂດຍສະເພາະຈາກຈີນ ທີ່ພະຍາຍາມໃຊ້ເກົາຫຼີໃຕ້ ຊຶ່ງເປັນພັນທະມິດສຳຄັນຂອງສະຫະລັດຯ ແລະ ມີຂໍ້ຕົກລົງການຄ້າເສລີກັບສະຫະລັດຯ ເພື່ອເປັນຊ່ອງທາງລຽບພາສີ ແລະ ຂໍ້ຈຳກັດຕ່າງໆ ຫຼັງຈາກທີ່ທຣຳໄດ້ເລີ່ມກຳນົດອັດຕາພາສີສູງກັບສິນຄ້າຫຼາຍປະເພດ ແລະ ປະເທດຕ່າງໆ ຊຶ່ງເລີ່ມມີຜົນບັງຄັບໃຊ້ໃນເດືອນມີນາ

 

ໂດຍໃນເດືອນນີ້ ທຣຳໄດ້ກຳນົດພາສີ 25% ກັບເກົາຫຼີໃຕ້ ກ່ອນຈະລະງັບໄວ້ກ່ອນເປັນເວລາ 3 ເດືອນ ຂະນະດຽວກັນສະຫະລັດຯ ໄດ້ຂຶ້ນພາສີກັບຈີນສູງເຖິງ 145% ຈາກການຕອບໂຕ້ກັນໄປມາລະຫວ່າງສອງປະເທດ ຊຶ່ງນັກເສດຖະສາດຊີ້ວ່າການຕອບໂຕ້ດັ່ງກ່າວໄດ້ກະທົບຄວາມສຳພັນທາງການຄ້າລະຫວ່າງ 2 ປະເທດທີ່ເສດຖະກິດໃຫຍ່ທີ່ສຸດໃນໂລກຢ່າງຮຸນແຮງ

 

ທັງນີ້ ຜົນການສອບສວນລ່າສຸດພົບວ່າ ມີວັດສະດຸ ແຄໂທດ ຊຶ່ງເປັນສ່ວນປະກອບສຳຄັນໃນແບັດເຕີຣີແບບລິເທຍມໄອອອນ ມູນຄ່າ 3.3 ພັນລ້ານວອນ ຖືກນຳເຂົ້າຈາກຈີນແລະສົ່ງອອກໄປຍັງສະຫະລັດຯ ໂດຍປອມແປງວ່າເປັນສິນຄ້າຈາກເກົາຫຼີໃຕ້ ເພື່ອຫຼີກລ່ຽງພາສີທີ່ມີຢູ່ກ່ອນແລ້ວຕັ້ງແຕ່ເດືອນມັງກອນ ກ່ອນທີ່ນະໂຍບາຍພາສີຂອງທຣຳຈະເລີ່ມມີຜົນບັງຄັບໃຊ້

 

ນອກຈາກນີ້ໃນເດືອນມີນາ ພົບວ່າມີກ້ອງວົງຈອນປິດມູນຄ່າ 19.3 ພັນລ້ານວອນ ຖືກນຳເຂົ້າຈາກຈີນໃນຮູບແບບຊິ້ນສ່ວນ ແລ້ວນຳມາປະກອບໃໝ່ໃນເກົາຫຼີໃຕ້ເພື່ອຫຼີກລ່ຽງຂໍ້ຈຳກັດຂອງສະຫະລັດ ຕໍ່ອຸປະກອນສື່ສານຈາກຈີນ ຊຶ່ງລ່າສຸດທາງພາສີອາກອນເກົາຫຼີໃຕ້ ໄດ້ຈັດຕັ້ງທີມສະເພາະກິດເພື່ອກວດສອບ ແລະ ປ້ອງກັນການສົ່ງອອກທີ່ຜິດກົດໝາຍ ແລະ ມີແຜນຈະຈັດທຳມາດຕະການຕອບສະໜອງທີ່ຊັດເຈນຍິ່ງຂຶ້ນເພື່ອປົກປ້ອງບໍລິສັດໃນປະເທດແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ