VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
ຮຽບຮຽງໂດຍ:patthana
ເຜີຍແຜ່: 21 April, 2025

ຜົມຂອງຄົນເຮົາເປັນເໝືອນເຄື່ອງປະດັບຊິ້ນສຳຄັນທີ່ຊ່ວຍເພີ່ມຄວາມໝັ້ນໃຈ ເປັນເໝືອນທຸກຢ່າງຂອງໃບໜ້າ. ມື້ໃດຜົມດີໜ້າກໍ່ງາມ, ມື້ໃດຜົມບໍ່ດີກໍ່ເໝືອນໜ້າເສຍໄປໝົດທັງໜ້າ. ດັ່ງນັ້ນການດູແລຜົມຈຶ່ງເປັນສິ່ງສຳຄັນທີ່ຊ່ວຍເສີມຄວາມງາມ ແລະ ຄວາມໝັ້ນໃຈຂອງພວກເຮົາຫຼາຍຂຶ້ນ. ມື້ນີ້ພວກເຮົາຈຶ່ງໄດ້ລວບລວມຂໍ້ມູນ, ວິທີດູແລຜົມດ້ວຍວິທີທຳມະຊາດທີ່ສາມາດເຮັດໄດ້ທຸກມື້ກ່ອນນອນ. ສູດໃດຊ່ວຍແກ້ບັນຫາໃດມາຕາມເບິ່ງໄດ້ເລີຍໃນ 5 ວິທີບຳລຸງຜົມໃຫ້ສວຍດ້ວຍສູດທຳມະຊາດ.

  1. ບຳລຸງຜົມດ້ວຍນ້ຳມັນໝາກພ້າວ: ນ້ຳມັນໝາກພ້າວເປັນນ້ຳມັນຈາກທຳມະຊາດທີ່ຊ່ວຍເພີ່ມຄວາມຊຸ່ມຊື່ນ ພ້ອມມີສານຈາກທຳມະຊາດທີ່ຊ່ວຍບຳລຸງຜົມ. ສັນພະຄຸນຊ່ວຍປັບສະພາບຜົມ, ປັບສະພາບໜັງຫົວ ແລະ ຊ່ວຍໃຫ້ຜົມມີສຸຂະພາບດີ. ສຳລັບການບຳລຸງຜົມສູດນີ້ເໝາະສຳລັບຜູ້ທີ່ມີເວລາຈຳກັດ ເພາະໃຊ້ເວລາບໍ່ດົນ ແລະ ສາມາດເຮັດໄດ້ທຸກມື້ອີກດ້ວຍ. ວິທີເຮັດ: ໃຊ້ນ້ຳມັນໝາກພ້າວທາໃຫ້ທົ່ວຫົວແລ້ວປະໄວ້ປະມານ 10 ນາທີກ່ອນສະຜົມ ແລະ ເຮັດແບບນີ້ມື້ລະ 2 ຄັ້ງທັງເຊົ້າແລະແລງ ແລະ ຄວນເຮັດຕໍ່ເນື່ອງເພື່ອໃຫ້ເຫັນຜົນທີ່ຊັດເຈນ.
  2. ບຳລຸງຜົມດ້ວຍເບຍ: ການບຳລຸງຜົມດ້ວຍເບຍ, ເບຍເຄື່ອງດື່ມຍາມສັງສັນນີ້ລະ, ຖ້າຫາກດື່ມບໍ່ໝົດ, ເບຍກໍ່ຍັງສາມາດນຳມາບຳລຸງຜົມໄດ້ອີກດ້ວຍ ເພາະເບຍມີໂປຣຕີນທີ່ຊ່ວຍສ້ອມແຊມຜິວນອກຂອງຜົມ ເຮັດໃຫ້ຜົມນຸ້ມສະຫຼວຍເປັນເງົາງາມ. ວິທີເຮັດ: ເຮັດໃຫ້ຜົມປຽກນ້ອຍໜຶ່ງ ຈາກນັ້ນນຳເບຍມາທາທົ່ວຫົວ, ຫຼັງຈາກນັ້ນນຳຜ້າຂົນໜູມາພັນຫົວໄວ້, ລໍຖ້າປະມານ 30-40 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳສະອາດ. ພຽງເທົ່ານີ້ກໍ່ຈະໄດ້ຜົມນຸ້ມສະຫຼວຍທີ່ບຳລຸງດ້ວຍເບຍແລ້ວເດີ.
  3. ບຳລຸງຜົມດ້ວຍນ້ຳເຜິ້ງ: ການບຳລຸງຜົມດ້ວຍນ້ຳເຜິ້ງ, ນ້ຳເຜິ້ງນອກຈາກຈະມີປະໂຫຍດໃນການຮັບປະທານຫຼືໃຊ້ໃນການບຳລຸງຜິວແລ້ວ, ນ້ຳເຜິ້ງຍັງມີສານຕ້ານອະນຸມູນອິດສະຫຼະ ຊຶ່ງເປັນສານອາຫານທີ່ຈຳເປັນຕໍ່ຜົມແລະໜັງຫົວ ຊ່ວຍກະຕຸ້ນໃຫ້ຜົມຍາວໄວຂຶ້ນ, ບຳລຸງໜັງຫົວ ແລະ ຫຼຸດຜ່ອນການເກີດຂີ້ຫົວອີກດ້ວຍ. ແຕ່ສູດນີ້ຕ້ອງມີຕົວຊ່ວຍນ້ອຍໜຶ່ງນະ ຄື “ໂຢເກິດ” ນັ້ນເອງ. ວິທີເຮັດ: ນຳໂຢເກິດທຳມະຊາດມາປະສົມກັບນ້ຳເຜິ້ງ 4 ບ່ວງໂຕະ ແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນນຳມາບຳລຸງຜົມໃຫ້ທົ່ວແລ້ວ ພັນເອົາໄວ້ດ້ວຍຜ້າຂົນໜູຫຼືໝວກອາບນ້ຳ ຈາກນັ້ນລ້າງອອກດ້ວຍນ້ຳເຢັນສະຜົມດ້ວຍແຊມພູຕາມປົກກະຕິ.
  4. ບຳລຸງຜົມດ້ວຍໄຂ່ໄກ່: ການບຳລຸງຜົມດ້ວຍໄຂ່ໄກ່, ໄຂ່ໄກ່ວັດຖຸດິບທີ່ສາມາດເຮັດອາຫານໄດ້ຫຼາກຫຼາຍປະໂຫຍດ ຍັງສາມາດນຳມາບຳລຸງຜົມໄດ້ອີກດ້ວຍ ເພາະໄຂ່ຂາວມີສານອາຫານຫຼາຍຫຼາຍ ລວມທັງໄບໂອຕິນ, ເລຊີຕິນ, ກົດໄຂມັນ ແລະ ອື່ນໆ ທີ່ຊ່ວຍບຳລຸງຜົມໃຫ້ໜາແລະແຂງແຮງຂຶ້ນ ຫຼຸດຜ່ອນການຫຼຸດລົ່ນຂອງຜົມໄດ້ຫຼາຍທີເດຍ. ວິທີເຮັດ: ນຳໄຂ່ຂາວແລະໄຂ່ແດງມາຕີປະສົມໃຫ້ເຂົ້າກັນ ຈາກນັ້ນນຳມາທາບຳລຸງຜົມປະມານ 15-20 ນາທີ ແລ້ວລ້າງອອກສະຜົມຕາມປົກກະຕິ. ຄວນເຮັດອາທິດລະ 1-2 ຄັ້ງເປັນປະຈຳ ເພື່ອຮັກສາສຸຂະພາບຂອງຜົມໃຫ້ເບິ່ງດີຢ່າງສະໝ່ຳສະເໝີ.
  5. ດູແລຜົມກ່ອນນອນກໍ່ສຳຄັນ: ການດູແລຜົມກ່ອນນອນ ດ້ວຍການດູແລສຸຂະພາບຜົມລວມທັງດູແລຄວາມສະອາດກໍ່ສຳຄັນ ຄືການຫວີຜົມກ່ອນນອນກໍ່ຊ່ວຍໃຫ້ຜົມບໍ່ພັນກັນຫຼຸດລົ່ນ ຫຼືການນວດໜັງຫົວເພີ່ມຄວາມຜ່ອນຄາຍ ຊ່ວຍໃຫ້ເລືອດໝູນວຽນຜົມຍາວໄວຂຶ້ນໄດ້ອີກດ້ວຍ. ແລະ ທີ່ສຳຄັນທີ່ສຸດ ຄື ຫ້າມນອນຂະນະທີ່ຜົມຍັງປຽກຢູ່ເດັດຂາດ ເພາະຜົມທີ່ປຽກຊຸ່ມຈະເຮັດໃຫ້ຂາດຫຼຸດລົ່ນໄດ້ງ່າຍ ລວມທັງຄວາມຊຸ່ມຈະເຮັດໃຫ້ໜັງຫົວເກີດຜື່ນແສບຄັນ ເຮັດໃຫ້ສຸຂະພາບຜົມແລະໜັງຫົວເສຍໄປອີກ. ດັ່ງນັ້ນ, ຈຶ່ງຄວນດູແລຜົມກ່ອນນອນເປັນປະຈຳເພື່ອສຸຂະພາບຜົມທີ່ນຸ້ມສວຍ.

ຈົບກັນໄປແລ້ວກັບ 5 ວິທີດູແລຜົມດ້ວຍສູດທຳມະຊາດ. ນອກຈາກການບຳລຸງຜົມດ້ວຍສູດຕ່າງໆ ແລະ ຄວາມສະອາດແລ້ວນັ້ນ, ການດູແລຮ່າງກາຍກໍ່ເປັນສິ່ງສຳຄັນ. ຢ່າລືມກິນອາຫານໃຫ້ຄົບ 5 ໝູ່, ນອນຫຼັບໃຫ້ພຽງພໍ ເພາະສຸຂະພາບຮ່າງກາຍທີ່ແຂງແຮງ ກໍ່ຈະເຮັດໃຫ້ຜົມສຸຂະພາບດີຕາມໄປດ້ວຍ. ຢ່າລືມໄປເຮັດຕາມກັນເດີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ