VP LANDSCAPE COVER (43)
ຫຼາຍຄົນບໍ່ຮູ້! ເປັນຫຍັງສະຫຼາມຕ້ອງລອຍນໍ້າຕະຫຼອດເວລາ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 April, 2025

ຫຼາຍຄົນບໍ່ຮູ້! ເປັນຫຍັງສະຫຼາມຕ້ອງລອຍນໍ້າຕະຫຼອດເວລາ ບໍ່ດັ່ງນັ້ນຈະຈົມນໍ້າແມ່ນບໍ?

ຖ້າເວົ້າເຖິງສັດນັກລ່າແຫ່ງທ້ອງທະເລ ຫຼາຍຄົນຄົງນຶກເຖິງ “ສະຫຼາມ” ທັນທີ ທັງດຸ ທັງໄວ ທັງໜ້າຢ້ານໃນສາຍຕາຫຼາຍຄົນ ແຕ່ຮູ້ຫຼືບໍ່ວ່າສະຫຼາມເອງກໍມີ “ຈຸດອ່ອນ” ທີ່ຫຼາຍຄົນບໍ່ເຄີຍຮູ້ມາກ່ອນ ນັ້ນຄື ສະຫຼາມບາງສາຍພັນ “ຕ້ອງລອຍນໍ້າຕະຫຼອດເວລາ” ບໍ່ດັ່ງນັ້ນອາດຂາດອາກາດຫາຍໃຈໄດ້ເລີຍ ຟັງເບິ່ງຂັດແຍ້ງບໍ່? ສັດນໍ້າແທ້ ໆ ແຕ່ຖ້າບໍ່ລອຍນໍ້າກໍ “ຈົມນໍ້າ” ໄດ້

ໃນຄັ້ງນີ້ Sanook Campus ພວກເຮົາກໍໄດ້ໄປຊອກຂໍ້ມູນມາໄຂຂໍ້ສົງໄສໃຫ້ກັບຫຼາຍໆ ຄົນກັນແລ້ວວ່າ ເປັນຫຍັງ ສະຫຼາມຕ້ອງລອຍນໍ້າຕະຫຼອດເວລາ ບໍ່ດັ່ງນັ້ນຈະຈົມນໍ້າຕາຍໄດ້ຫຼາຍຄົນບໍ່ຮູ້! ເປັນຫຍັງສະຫຼາມຕ້ອງລອຍນໍ້າຕະຫຼອດເວລາ ບໍ່ດັ່ງນັ້ນຈະຈົມນໍ້າແມ່ນບໍ? ໂດຍທົ່ວໄປ ສັດທະເລຈະຫາຍໃຈດ້ວຍ ຫົງອາກ ຊຶ່ງຈະກອງອອກຊີເຈນຈາກນໍ້າທີ່ຜ່ານເຂົ້າໄປໃນຮ່າງກາຍ ແຕ່ສຳລັບສະຫຼາມ ບາງຊະນິດບໍ່ມີ “ກົນໄກການສູບນໍ້າຜ່ານຫົງອາກ” ເໝືອນປາອື່ນ ໆ ຈຶ່ງເຮັດໃຫ້ສະຫຼາມເຫຼົ່ານີ້ຈະໃຊ້ວິທີລອຍນໍ້າຕະຫຼອດເວລາ ເພື່ອໃຫ້ນໍ້າໄຫຼຜ່ານຫົງອາກຕະຫຼອດ ຈຶ່ງຈະຫາຍໃຈໄດ້ ເອີ້ນວິທີນີ້ວ່າ Ram Ventilation ເວົ້າງ່າຍ ໆ ກໍຄື ຖ້າສະຫຼາມຢຸດລອຍ = ນໍ້າບໍ່ຜ່ານຫົງອາກ = ບໍ່ມີອອກຊີເຈນເຂົ້າ = ຫາຍໃຈບໍ່ໄດ້ ສ່ຽງຕາຍຈາກການຂາດອາກາດ

ແຕ່ກໍບໍ່ແມ່ນສະຫຼາມທຸກຊະນິດເດີ ທີ່ຕ້ອງລອຍນໍ້າຕະຫຼອດເວລາ ເພາະສະຫຼາມບາງຊະນິດ ເຊັ່ນ ສະຫຼາມພະຍາບານ (Nurse Shark) ຫຼື ສະຫຼາມຫົວຄ້ອນບາງສາຍພັນ ສາມາດໃຊ້ວິທີ “ສູບນໍ້າເຂົ້າປາກແລ້ວຜ່ານຫົງອາກ” ໄດ້ແບບປາທົ່ວໄປ ພວກນີ້ເລີຍສາມາດ “ນອນນິ້ງ ໆ” ຫຼື “ຢູ່ນິ້ງ ໆ” ໄດ້ໂດຍບໍ່ຕາຍ

ເປັນຫຍັງທຳມະຊາດອອກແບບໃຫ້ເປັນແບບນັ້ນ? ໜຶ່ງໃນເຫດຜົນຫຼັກຄື “ການລ່າ” ສະຫຼາມເປັນນັກລ່າທີ່ຕ້ອງການພະລັງງານສູງ ລະບົບຫາຍໃຈແບບ Ram Ventilation ຈຶ່ງເຮັດໃຫ້ພວກມັນລອຍໄດ້ໄວ ເຄື່ອນທີ່ໄດ້ຕໍ່ເນື່ອງ ແລະ ບໍ່ຕ້ອງຢຸດຫາຍໃຈແບບປາອື່ນ ແຕ່ກໍແລກມາກັບຂໍ້ເສຍທີ່ “ຢຸດບໍ່ໄດ້” ເໝືອນເປີດໂໝດລ່າອັດຕະໂນມັດຕະຫຼອດເວລາ ຖ້າເມື່ອຍຈົນຢຸດ = ອາດຈົບຊີວິດເລີຍກໍໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ