
ສຳນັກຂ່າວຊິນຫົວລາຍງານວ່າ ທາງການຈີນໄດ້ຈັບກຸມ ‘ຫຼີ ກັງ’ ອະດີດເຈົ້າໜ້າທີ່ລະດັບສູງຜູ້ເຄີຍເຮັດໜ້າທີ່ໃນການປາບປາມການສໍ້ລາດຫຼວງ ເພາະຕ້ອງສົງໄສວ່າຮັບສິນບົນ, ທ່າມກາງກະແສກວາດລ້າງການທຸຈະລິດທີ່ຍັງຄົງດຳເນີນຕໍ່ໄປພາຍໃຕ້ການນຳຂອງປະທານາທິບໍດີສີ ຈິ້ນຜິງ.
ຫຼີ ກັງ ເຄີຍດຳລົງຕຳແໜ່ງຫົວໜ້າທີມກວດສອບວິໄນ ແລະ ກຳກັບດູແລພາຍໃນ ກົມອົງກອນຂອງພັກຄອມມູນິດຈີນ, ເຊິ່ງເຮັດໜ້າທີ່ຄ້າຍຄືກັບຝ່າຍຊັບພະຍາກອນມະນຸດຂອງພັກ, ມີບົດບາດໃນການແຕ່ງຕັ້ງ ແລະ ໂຍກຍ້າຍຕຳແໜ່ງສະມາຊິກພັກທົ່ວປະເທດ.
ການຈັບກຸມຄັ້ງນີ້ເກີດຂຶ້ນໃນບໍລິບົດຂອງການສອບສວນບຸກຄົນລະດັບສູງຫຼາຍລາຍເມື່ອປີທີ່ຜ່ານມາ, ລວມເຖິງຮອງຜູ້ວ່າການທະນາຄານກາງຈີນ, ນາຍພົນລະດັບສູງຂອງກອງທັບ ແລະ ອະດີດປະທານບໍລິສັດນ້ຳມັນ ແລະ ແກັສລາຍໃຫຍ່ທີ່ສຸດຂອງປະເທດ.
ປະທານາທິບໍດີສີ ຈິ້ນຜິງ ເຄີຍກ່າວໃນການປະຊຸມກັບໜ່ວຍງານຕໍ່ຕ້ານການທຸຈະລິດຂອງປະເທດເມື່ອຕົ້ນປີນີ້ວ່າ “ການສໍ້ລາດບັງຫຼວງຄືໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ພັກຄອມມູນິດຈີນ, ເຊິ່ງບັນຫານີ້ຍັງຄົງແຜ່ຫຼາຍ ແລະ ທະວີຄວາມຮຸນແຮງຂຶ້ນໃນປະເທດຈີນອີກດ້ວຍ”.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














