VP LANDSCAPE COVER (51)
ຮັບມືແນວໃດໃນສັງຄົມ Bully
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 April, 2025

ພວກເຮົາໄດ້ຍິນຄຳວ່າ “Bully” ຫຼາຍເທື່ອໃນປັດຈຸບັນ ເນື່ອງຈາກວ່າທຸກມື້ນີ້ຜູ້ຄົນສື່ສານກັນຜ່ານໂລກໄຊເບີຫຼາຍ ຈົນຄິດວ່າເປັນພຽງການບູລີ (bully) ໃນໂລກໄຊເບີເທົ່ານັ້ນ ແຕ່ໃນຄວາມເປັນຈິງແລ້ວ ການບູລີເກີດຂຶ້ນໄດ້ທຸກບ່ອນໃນຊີວິດປະຈຳວັນ ບໍ່ວ່າຈະເປັນໃນສະຖານສຶກສາ ຫຼື ບ່ອນເຮັດວຽກ ແລະ ເກີດຂຶ້ນມາເປັນເວລາດົນແລ້ວ

ການບູລີບໍ່ໄດ້ມີຢູ່ແຕ່ໃນໂລກໄຊເບີ ແຕ່ເກີດຂຶ້ນໄດ້ທຸກບ່ອນໃນໂລກຄວາມເປັນຈິງ ບໍ່ວ່າຈະເປັນໃນສະຖານສຶກສາ ຫຼື ບ່ອນເຮັດວຽກ ແລະ ເກີດຂຶ້ນມາເປັນເວລາດົນແລ້ວ

ການຮັບມືກັບການບູລີຢ່າງມີສະຕິ ມິດງຽບ ຕອບໂຕ້ ຊີ້ແຈງໃຫ້ຖືກເວລາ ບໍ່ຄິດແຄ້ນ ຄຽດ ຫຼື ກັງວົນເກີນໄປ ລວມທັງເລືອກທີ່ຈະໃຊ້ຊີວິດໃນສັງຄົມສິ່ງແວດລ້ອມທີ່ດີ ປິດຮັບເລື່ອງລາວທາງໂຊຊຽລບ້າງ ຖ້າຫາກບໍ່ສາມາດຫາທາງອອກໄດ້ ຄວນພົບແພດເພື່ອຮັບການປິ່ນປົວຢ່າງເໝາະສົມ

ການບູລີ ແມ່ນຫຍັງ? ທ່ານໝໍ ໂກວິດ ນົບພອນ ແພດຊຳນານການດ້ານຈິດຕະວິທະຍາ ໂຮງໝໍສະມິຕິເວດ ສຸຂຸມວິດ ລະບຸວ່າ ການບູລີ ຄື ພຶດຕິກຳຮຸນແຮງ ກຽດຊັງ ລັງແກຜູ້ອື່ນທັງທາງວາຈາ ແລະ ຮ່າງກາຍ ຖ້າເກີດໃນຊີວິດຈິງມັກເປັນການເວົ້າເຍາະເຍີ້ຍຮູບຮ່າງໜ້າຕາ ສະຖານະທາງສັງຄົມ ລວມເຖິງການທຳຮ້າຍຮ່າງກາຍ ສ່ວນໂລກອອນລາຍສ່ວນຫຼາຍເກີດຈາກການປະຈານກັນທາງໂຊຊຽລມີເດຍ ຊຶ່ງຫຼາຍຄັ້ງການບູລີສ້າງຜົນກະທົບທາງດ້ານຄວາມຮູ້ສຶກຫຼາຍຫຼາຍຈົນອາດເກີດເປັນແຜທາງໃຈຝັງເລິກຈົນຍາກທີ່ຈະປິ່ນປົວ ຫຼື ອາດລຸກລາມໄປຈົນເກີດການປະທະ ແລະ ສ້າງບາດແຜທາງກາຍໄດ້

ແບບໃດເຂົ້າຂ່າຍບູລີ (Bully) ພຶດຕິກຳຂົ່ມຂູ່ກັບການບູລີ ອາດແຍກກັນບໍ່ໄດ້ເດັດຂາດ ດ້ວຍສ່ວນຫຼາຍມັກເກີດຈາກການກະທຳຂອງຜູ້ທີ່ຄິດວ່າຕົນມີອຳນາດຫຼາຍກວ່າລັງແກຜູ້ທີ່ດ້ອຍກວ່າ ຫຼື ຄົນຕົວໃຫຍ່ມັກລັງແກຄົນຕົວນ້ອຍ ພຶດຕິກຳເຫຼົ່ານັ້ນອາດເກີດຊ້ຳໆ ຊຶ່ງຫາກຕ້ອງຜະເຊີນການທຳຮ້າຍຄັ້ງທຳອິດ ຜູ້ຖືກກະທຳອາດໃຫ້ອະໄພໄດ້ ແຕ່ຖ້າເກີດຂຶ້ນຫຼາຍໆ ຊ້ຳໆ ອາດກາຍເປັນຄວາມຄຽດ ຫຼື ຄວາມແຄ້ນໃນທີ່ສຸດ ນອກຈາກນີ້ຜູ້ກະທຳສ່ວນຫຼາຍມີເປົ້າໝາຍຊັດເຈນວ່າຕ້ອງການໃຫ້ຜູ້ອື່ນອັບອາຍ ເຈັບຕົວ ເສື່ອມເສຍ ຫຼື ດ້ອຍຄ່າລົງ ໂດຍສາມາດຈຳແນກການບູລີໄດ້ ດັ່ງນີ້:

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

ບູລີທາງຮ່າງກາຍ ເປັນການທຳຮ້າຍຮ່າງກາຍອີກຝ່າຍໃຫ້ເກີດການບາດເຈັບ ມີບາດແຜ ຊຶ່ງສາມາດເບິ່ງເຫັນໄດ້ຈາກພາຍນອກ ບາງກໍລະນີອາດສົ່ງຜົນຕໍ່ຈິດໃຈອີກດ້ວຍ

ບູລີທາງວາຈາ ເຖິງແມ່ນບໍ່ມີບາດແຜທາງກາຍໃຫ້ເຫັນ ແຕ່ການເວົ້າສໍ່ເສຍດ ເຍາະເຍີ້ຍ ໃສ່ຮ້າຍ ການປະຈານດ້ວຍຄຳເວົ້າໃຫ້ຜູ້ອື່ນໄດ້ຍິນ ນອກຈາກຈະສ້າງຄວາມອັບອາຍ ວິຕົກກັງວົນ ອາດສ້າງຄວາມຄຽດ ເກັບກົດ ສົ່ງຜົນເຖິງຂັ້ນເປັນໂລກຊຶມເສົ້າ ຫຼື ຢ້ານກົວສັງຄົມ ຖືເປັນບາດແຜທາງໃຈທີ່ເຈັບປວດບໍ່ໜ້ອຍ

ບູລີທາງສັງຄົມ ເປັນການສ້າງກະແສສັງຄົມອ້ອມຂ້າງໃຫ້ໂຫມກະຫນ່ຳມາຍັງເຫຍື່ອຂອງການບູລີ ຄ້າຍກັບການຢືມມືຄົນອ້ອມຂ້າງໃຫ້ຮ່ວມກັນທຳຮ້າຍບຸກຄົນພຽງຄົນດຽວ ເຊັ່ນ ການປ່ອຍຄລິບຂອງເຫຍື່ອ ຫຼື ການສ້າງຂ່າວລື ຈົນຜູ້ເສບຫຼົງເຊື່ອ ແລະ ພ້ອມທີ່ຈະແຊຣ໌ ແລະ ເຮັດໃຫ້ຂ່າວຂະຫຍາຍເປັນວົງກວ້າງຂຶ້ນ ຈົນກວ່າຜູ້ຖືກກະທຳບໍ່ມີທີ່ຢືນທາງສັງຄົມ

ການໂຄສະນາ ຮັບມືກັບການບູລີ ຫຼາຍຄັ້ງທີ່ການບູລີເກີດຂຶ້ນພຽງເພາະຄວາມມ່ວນຊົ່ວວູບ ຄວາມໂກດຊົ່ວຄາວ ຫຼື ເປັນພຽງການຕັດສິນໃຈຊົ່ວຂະນະ ແຕ່ຜົນທີ່ຕາມມາອາດຫຼາຍຫຼາຍ ແລະ ສົ່ງຜົນຍາວນານສຳລັບຜູ້ຖືກກະທຳ ດັ່ງນັ້ນການຮູ້ຈັກຮັບມືກັບການບູລີອາດຊ່ວຍຫຼີກລ່ຽງບາດແຜທັງທາງກາຍ ໃຈ ແລະ ສັງຄົມ ດັ່ງນີ້:

ໃຊ້ຄວາມນິ່ງສະຫຍົບການບູລີ ການນິ່ງເສີຍຕໍ່ການບູລີຊ່ວຍໃຫ້ເລື່ອງລາວການບູລີຫາຍໄປຢ່າງວ່ອງໄວ ເນື່ອງຈາກຜູ້ກະທຳມັກມີເຈດຕະນາໃຫ້ເຫຍື່ອຕອບໂຕ້ ເພື່ອສ້າງກະແສຄວາມຮຸນແຮງ ຫຼື ເພີ່ມຄວາມສະໃຈ ແຕ່ເມື່ອຜູ້ຖືກກະທຳເລືອກທີ່ຈະນິ່ງເສີຍ ຜູ້ລົງມືບູລີອາດຮູ້ສຶກເບື່ອ ແລະ ຖອຍທັບໄປເອງໃນທີ່ສຸດ

ຕອບໂຕ້ຢ່າງສຸພາບ ດ້ວຍຄຳເວົ້າ ແລະ ການສະແດງອອກວ່າບໍ່ໄດ້ຮູ້ສຶກມ່ວນ ຫຼື ບໍ່ມັກການກະທຳລວມເຖິງວາຈາຕ່າງໆ ທີ່ຖືກກ່າວເຖິງດ້ວຍຄຳເວົ້າ ແລະ ທ່າທີສຸພາບ ບໍ່ຕະໂກນ ຍົກສຽງຂຶ້ນ ຫຼື ໃຊ້ຄຳຫຍາບຄາຍ ລວມເຖິງຊີ້ແຈງຢ່າງຊັດເຈນຫາກເລື່ອງທີ່ຖືກກ່າວຫາບໍ່ເປັນຈິງ

ສົນທະນາກັບໝູ່ຮ່ວມຊະຕາກຳເພື່ອຊ່ວຍກັນແກ້ໄຂ ບາງຄັ້ງການຖືກບູລີບໍ່ໄດ້ເກີດຂຶ້ນກັບບຸກຄົນພຽງຄົນດຽວ ການຫາຜູ້ຮ່ວມຖືກກະທຳຈະເປັນການເພີ່ມຫຼັກຖານ ແລະ ພະຍານວ່າ ຜູ້ບູລີສ້າງເລື່ອງຂຶ້ນທຳຮ້າຍເຫຍື່ອຫຼາຍກວ່າຈະເປັນເລື່ອງຈິງ ນອກຈາກນີ້ ໝູ່ຮ່ວມຊະຕາກຳອາດເປັນທີ່ປຶກສາຄາຍທຸກໄດ້ເປັນຢ່າງດີ

ປ່ຽນສິ່ງແວດລ້ອມ ຫາກການບູລີນັ້ນທຳຮ້າຍຮ່າງກາຍ ຫຼື ຈິດໃຈຈົນຍາກຍອມຮັບ ການປ່ຽນບ່ອນເຮັດວຽກ ກຸ່ມໝູ່ ກໍ່ອາດຊ່ວຍຟື້ນຟູພາວະບອບຊ້ຳຈາກການຖືກບູລີໄດ້ໄວຂຶ້ນ

ປຶກສານັກຈິດຕະວິທະຍາ ຫຼື ຈິດຕະແພດ ຫຼາຍຄັ້ງທີ່ການບູລີລ້ຳເສັ້ນເຫຍື່ອຈົນກັດກິນຈິດໃຈ ສ້າງບາດແຜ ຈົນຜູ້ຖືກກະທຳບໍ່ສາມາດຢູ່ໃນສັງຄົມຕໍ່ໄປ ບາງກໍລະນີອາດກາຍເປັນຄວາມຄຽດ ຫຼີກຕົວຈາກສັງຄົມ ໄປຈົນເຖິງຂັ້ນເກັບກົດ ເປັນໂລກຊຶມເສົ້າ ແລະ ຈົບລົງດ້ວຍການຂ້າຕົວຕາຍ ດັ່ງນັ້ນທາງອອກທີ່ດີຄືການພົບຜູ້ຊ່ຽວຊານບໍ່ວ່າຈະເປັນນັກຈິດຕະວິທະຍາ ຫຼື ຈິດຕະແພດ ເພື່ອປຶກສາ ທຳການປິ່ນປົວຢ່າງຖືກວິທີ ແລະ ມີປະສິດທິພາບ

ພວກເຮົາທຸກຄົນເກີດມາ ແລະ ມີຊີວິດໃນຊ່ວງເຕັກໂນໂລຢີເຈີລະນາກ້າວໜ້າ ການບູລີບໍ່ຈຳເປັນຕ້ອງເກີດຂຶ້ນດ້ວຍການເຜີຊິນໜ້າເທົ່ານັ້ນ ມື້ໜຶ່ງພວກເຮົາອາດຕົກເປັນເຫຍື່ອການບູລີທາງໂຊຊຽລຈາກຜູ້ທີ່ບໍ່ເຄີຍຮູ້ຈັກກັນເລີຍ ຫຼື ອາດຕົກເປັນເຫຍື່ອຮ່ວມກະທຳການບູລີບຸກຄົນອື່ນ ແມ່ນກະທັ້ງເປັນຜູ້ເລີ່ມບູລີໂດຍບໍ່ຮູ້ຕົວ

ດັ່ງນັ້ນ ບໍ່ວ່າການກະທຳໃດໆ ທີ່ກໍ່ໃຫ້ບຸກຄົນອື່ນຮູ້ສຶກດ້ອຍຄ່າ ຍ່ຳແຍ່ ອັບອາຍ ເສື່ອມເສຍ ລອງຖອຍອອກມາສັກກ້າວ ຫາຍໃຈເຂົ້າອອກອີກຫຼາຍໆ ຄັ້ງ ກ່ອນລົງມືແຊຣ໌ ກົດໄລ້ກ໌ ຫຼື ຂຽນ ເວົ້າອອກໄປ ເພາະສິ່ງເຫຼົ່ານີ້ເມື່ອເກີດຂຶ້ນແລ້ວ ເຖິງວ່າເຮົາຈະລຶບອອກສັກກີ່ຄັ້ງ ກໍ່ຍັງຝັງໃນຈິດໃຈຂອງຜູ້ຖືກກະທຳສະເໝີ

ໃນທາງກັບກັນ ຫາກຕ້ອງເຜີຊິນບັນຫາໃນຖານະເຫຍື່ອຂອງການບູລີ ຄວນຕັ້ງຮັບຢ່າງມີສະຕິ ມິດງຽບບ້າງ ຕອບໂຕ້ ຊີ້ແຈງໃຫ້ຖືກເວລາ ບໍ່ຄິດແຄ້ນ ຄຽດ ຫຼື ວິຕົກກັງວົນເກີນໄປ ລວມທັງເລືອກທີ່ຈະໃຊ້ຊີວິດໃນສັງຄົມສິ່ງແວດລ້ອມທີ່ດີ ເໝາະສົມກັບຕົວເອງ ປິດຮັບເລື່ອງລາວທາງໂຊຊຽລບ້າງ ແລະ ຂໍ້ສຳຄັນ ຫາກຫາທາງອອກບໍ່ໄດ້ ຄວນຮີບພົບແພດເພື່ອຮັບການປິ່ນປົວຢ່າງເໝາະສົມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 31 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,434
21,710
thailand (1)
THB
660.13
670.30
european-union
EUR
23,692
24,166
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-31T105455.142
ບັນດາປະເທດ ອາຊຽນ ແລະ ຈີນ ຫາລືກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ
pele - 2025-07-31T091726.690
ສົກຮຽນ 2024-2025 ນວ ມີນັກຮຽນ ມປ ເສັງໄດ້ໃບປະກາດແດງ 79 ຄົນ
ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕ໋ອນ
_cover - 2025-07-30T170201.892
ທຣຳປ໌ເອີ້ນຕົວເອງວ່າ "ປະທານາທິບໍດີແຫ່ງສັນຕິພາບ" ອ້າງຢຸດຕິຂັດແຍ້ງທົ່ວໂລກພາຍໃນ 6 ເດືອນ
pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
pele - 2025-07-30T144220.491
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
ຢ່າລື່ມກົດຕິດຕາມ