
ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ uPVC DN 250 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm
ສະຖານທີ່: ຫຼັງສູນປ້ອງກັນສັດຕູພືດ ບ້ານ ດົງຄຳຊ້າງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 23 ເມສາ 2025 ກົງກັບ ວັນພຸດເລີ່ມແຕ່ເວລາ: 8:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອຕັດທໍ່ຂະໜາດ uPVC DN 250mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm ເພື່ອແກ້ໄຂລະບົບນ້ຳ,
ສະຖານທີ່: ຫຼັງສູນປ້ອງກັນສັດຕູພືດ ບ້ານ ດົງຄຳຊ້າງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບ້ານ ດົງຄຳຊ້າງ, ບ້ານ ນາໄຫ, ບ້ານ ຊຽງດາ ແລະ ບ້ານອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














