VP LANDSCAPE COVER (53)
ແມ່ຍິງໃຈກ້າ ເຕະຄໍ "ງູຈົງອາງ" ຈັບຟາດຈົນຕາຍແລ້ວຫິ້ວໄປໂຮງໝໍ ເລົ່ານາທີຊີວິດ ຄິດເຖິງໜ້າລູກເລີຍຕ້ອງສູ້
ຮຽບຮຽງໂດຍ:patthana
ເຜີຍແຜ່: 23 April, 2025
ໝວດ: ຂ່າວ

ແມ່ຍິງໃຈກ້າ ເຕະຄໍ “ງູຈົງອາງ” ຈັບຟາດຈົນໝົດຣິດ ແລ້ວຫິ້ວຊາກມາໂຮງໝໍ

ຜູ້ໃຊ້ເຟສບຸກຊື່ ກັນນິກາ ເຣືອງສາ ໄດ້ໂພສຮູບເພື່ອນຍິງຂະນະນອນຮັກສາຕົວຢູ່ໃນໂຮງໝໍ ພ້ອມຮູບງູຈົງອາງຕົວໃຫຍ່ ພ້ອມຂໍ້ຄວາມວ່າ:

“ເພື່ອນຂ້ອຍເກັ່ງທີ່ສຸດ! ໄປເກັບເຫັດໂດນງູຈົງອາງກັດ ແຕ່ສູ້ຈົນງູຕາຍຄາມື ແລ້ວຍັງຫິ້ວງູໄປໂຮງໝໍອີກ! ລາວສຸດຍອດແທ້ໆ ຕອນນີ້ພິນອອກຈາກຫ້ອງ ICU ແລ້ວ ປອດໄພດີແລ້ວ”

Digital Marketing Agency in Laos - Emerging Digital Solutions

ເມື່ອວັນທີ 22 ເມສາ 2568 ນັກຂ່າວໄດ້ເດີນທາງໄປຍັງໂຮງໝໍສົມເດັດພະຍຸພາດສະແກ້ວ ເພື່ອພູດຄຸຍກັບ ນາງສຸພິນ ອາຍຸ 47 ປີ ຊາວບ້ານໜອງຂີ້ເຫັນ ຕຳບົນໂຄກປີ່ຄ້ອງ ອຳເພີເມືອງ ຈັງຫວັດສະແກ້ວ ຜູ້ທີ່ປະກົດຢູ່ໃນໂພສດັ່ງກ່າວ ຊຶ່ງຍັງຄົງນອນພັກຟື້ນຢູ່ໃນໂຮງໝໍຫຼັງອອກຈາກຫ້ອງ ICU

ບໍລິເວນຫົວເຂົ່າແລະຂາຊ້າຍຂອງລາວມີແຜຊ້ຳເລິກ ຖືກພັນດ້ວຍຜ້າກ໊ອດຢ່າງແໜ້ນໜາ ນາງສຸພິນເລົ່າເຫດການສຸດລະທຶກໃຫ້ນັກຂ່າວຟັງວ່າ ເຫດເກີດເມື່ອຊ່ວງເຊົ້າວັນທີ 19 ເມສາ ຂະນະທີ່ລາວແລະຍາດລວມ 5 ຄົນ (ຜູ້ໃຫຍ່ 3 ເດັກ 2) ພາກັນອອກໄປເກັບເຫັດໃນປ່າຢູຄາ ໃຕ້ເຂື່ອນຄອງຄັນໂທ ອຳເພີວັດທະນານະຄອນ

ລະຫວ່າງໃຊ້ໄມ້ເຂ່ຍຫາເຫັດ ລາວພົບງູຈົງອາງຕົວໃຫຍ່ ໜັກກວ່າ 4.7 ກິໂລກຣາມ ຈຶ່ງພະຍາຍາມເຈລະຈາ “ຕ່າງຄົນຕ່າງໄປເດີ” ແຕ່ບໍ່ທັນຂາດຄຳ ງູກໍ່ພຸ່ງເຂົ້າໃສ່ທັນທີ

“ຕອນນັ້ນຢ້ານຫຼາຍທັງຢ້ານງູແລະຢ້ານຕາຍ ເລີຍຕັດສິນໃຈສູ້ກັບ” ລາວເລົ່າ “ໃຊ້ຕີນຖີບແລະເຕະທີ່ຄໍງູ ຈາກນັ້ນຮີບຄວ້າຄໍງູໄວ້ແໜ້ນ ພ້ອມຕະໂກນຮຽກຍາດໃຫ້ມາຊ່ວຍຕີ”

ຫຼັງຄວບຄຸມສະຖານະການໄດ້ ຍາດຊ່ວຍກັນນຳຊາກງູຕິດມືໄປໂຮງໝໍ ເພື່ອໃຫ້ໝໍເບິ່ງວ່າເປັນງູຊະນິດໃດ ຈະໄດ້ສັກເຊີຣຸມໃຫ້ຕົງປະເພດ ໃຊ້ເວລາລວມກວ່າ 2 ຊົ່ວໂມງກວ່າຈະເຖິງໂຮງໝໍ ແພດຮີບເຮັດແຜແລະສັກເຊີຣຸມໃຫ້ທັນທີ ເຮັດໃຫ້ອາການເລີ່ມດີຂຶ້ນ

ລາວເລົ່າຕໍ່ວ່າ ລະຫວ່າງທາງໄດ້ໃຊ້ຜ້າຮັດເໜືອບາດແຜ ເພື່ອຊະລໍພິດບໍ່ໃຫ້ເຂົ້າສູ່ຫົວໃຈ ພ້ອມຝາກຂໍ້ຄິດເຖິງຜູ້ທີ່ອາດປະສົບເຫດການລັກສະນະດຽວກັນວ່າ

“ຢ່າຕົກໃຈ ຢ່າຢ້ານ ໃຊ້ສະຕິໃຫ້ຫຼາຍ ຕ້ອງສູ້ເພື່ອເອົາຊີວິດລອດ ຕອນນັ້ນຄິດເຖິງແຕ່ໜ້າລູກ ກໍ່ຮຶດຂຶ້ນມາສູ້”

ແພດແຈ້ງວ່າ ຫາກບໍ່ມີອາການບວມຫຼືອັກເສບເພີ່ມເຕີມ ກໍ່ສາມາດກັບໄປພັກຟື້ນທີ່ບ້ານໄດ້ໃນໄວໆນີ້

ວິທີປະຖົມພະຍາບານເບື້ອງຕົ້ນ ຄຳແນະນຳຈາກສະພາກາຊາດໄທ

ຫາກຖືກງູກັດຢ່າເພິ່ງຕົກໃຈ ຕັ້ງສະຕິ ເບິ່ງລັກສະນະຂອງງູຫຼືຖ່າຍຮູບງູເອົາໄວ້ ແລະຮ້ອງຂໍຄວາມຊ່ວຍເຫຼືອ ບໍ່ແນະນຳໃຫ້ຂັນຊະເນາະ (tourniquet) ເພາະບໍ່ສາມາດປ້ອງກັນການດູດຊຶມພິດງູໄດ້ ແລະຖ້າຮັດແໜ້ນເກີນໄປອາດເຮັດໃຫ້ເກີດເນື້ອເນົ່າຕາຍໄດ້ ຈຶ່ງຄວນຮີບມາໂຮງໝໍໂດຍໄວທີ່ສຸດ ໂດຍຂະຍັບສ່ວນທີ່ຖືກກັດໃຫ້ໜ້ອຍທີ່ສຸດ ເພື່ອລົດການດູດຊຶມພິດງູ ແລະຫາກຖືກງູຫາພົ່ນພິດເຂົ້າຕາ ຄວນລ້າງຕາດ້ວຍນ້ຳສະອາດປະລິມານຫຼາຍ

ຜູ້ປ່ວຍທີ່ຖືກງູທີ່ມີພິດຕໍ່ລະບົບປະສາດກັດ ອາດເປັນອຳພາດທົ່ວຕົວຄ້າຍກັບເສຍຊີວິດແລ້ວ ບໍ່ຄວນຢຸດການຊ່ວຍເຫຼືອ ໃຫ້ຮີບສົ່ງຜູ້ປ່ວຍໄປໂຮງໝໍເພື່ອຊ່ວຍການຫາຍໃຈໂດຍໄວທີ່ສຸດ

ແພດຈະເຮັດການກວດຮ່າງກາຍແລະກວດເລືອດ ບາງລາຍຍັງບໍ່ມີອາການຂອງພິດ ເມື່ອມາເຖິງໂຮງໝໍຈຶ່ງຕ້ອງສັງເກດອາການຕໍ່ຈົນກວ່າຈະພົ້ນລະຍະອັນຕະລາຍ ການໃຫ້ເຊີຣຸມຕ້ານພິດງູມີປະໂຫຍດ ແຕ່ກໍ່ສ່ຽງຕໍ່ການແພ້ ແລະບາງຄັ້ງງູມີພິດກັດແຕ່ບໍ່ປ່ອຍພິດ ເຮັດໃຫ້ຜູ້ປ່ວຍອາດບໍ່ມີອາການໃດໆ ແພດຈຶ່ງເລືອກໃຫ້ເຊີຣຸມສະເພາະລາຍຕາມຄວາມເໝາະສົມ ເຊີຣຸມຕ້ານພິດງູຈະຊ່ວຍເລື່ອງກ້າມເນື້ອອ່ອນແຮງ ແລະເລືອດອອກໃຫ້ດີຂຶ້ນໄດ້ ແມ້ຜູ້ປ່ວຍຈະໄດ້ເຊີຣຸມແລ້ວ ບາງລາຍອາດຍັງເກີດເນື້ອເນົ່າຕາຍຫຼືໄຕວາຍຕໍ່ມາພາຍຫຼັງໄດ້ ຈຶ່ງອາດຕ້ອງອາໄສການຮັກສາອື່ນໆຮ່ວມດ້ວຍ ເຊັ່ນ ການຜ່າຕັດຕັດເນື້ອຕາຍອອກ ການໃຫ້ສານນ້ຳຫຼືການລ້າງໄຕ ເພື່ອປ້ອງກັນແລະຮັກສາພາວະໄຕວາຍ ເປັນຕົ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
pele - 2025-09-15T105506.931
ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 16 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ ແລະ ຊື້ຂາຍຊັບຜິດກົດໝາຍ
pele - 2025-09-15T101039.074
ຊາຍໜຸ່ມໃຊ້ມີດແທງແຟນສາວເສຍຊີວິດຍ້ອນຜິດຖຽງກັນ
pele - 2025-09-15T092552.167
ເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
ຢ່າລື່ມກົດຕິດຕາມ