site cov (92)
ເຈີຂອງແທ້ຖອຍປຸບ! ທຣຳກຽມຫຼຸດພາສີຈີນລົງຢ່າງຫຼວງຫຼາຍ ເພາະວ່າບໍ່ອາດເຮັດສົງຄາມການຄ້າຍືດເຍື້ອ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 April, 2025

ປະທານາທິບໍດີໂດນັລດ໌ ທຣຳ ແຫ່ງສະຫະລັດຯ ເປີດເຜີຍໃນວັນອັງຄານ (22ເມສາ) ວ່າຈະຫຼຸດເພດານພາສີທີ່ເກັບຈາກສິນຄ້ານຳເຂົ້າຈາກຈີນລົງຢ່າງຫຼວງຫຼາຍ ຈາກລະດັບສູງທີ່ບໍ່ເຄີຍມີມາກ່ອນ 145% ແລະ “ຈະບໍ່ຫຼິ້ນໄມ້ແຂງ” ໃນສຶກເກັບພາສີ ພ້ອມກັບຍອມຮັບວ່າສົງຄາມການຄ້າໃນປັດຈຸບັນລະຫວ່າງ 2 ຊາດເສດຖະກິດໃຫຍ່ທີ່ສຸດໃນໂລກ ບໍ່ອາດປ່ອຍໃຫ້ຍືດເຍື້ອໄດ້

 

ຄວາມເຫັນຂອງທຣຳ ມີຂຶ້ນຫຼັງຈາກ ສກອດ ເບສເຊັນ ລັດຖະມົນຕີຄັງສະຫະລັດຯ ບອກກັບທີ່ປະຊຸມລັບກັບບັນດານາຍທະນາຄານເພື່ອການລົງທຶນ ວ່າການເຈລະຈາຕໍ່ລອງກັບຈີນ “ຈະຍາກລຳບາກ” ແຕ່ລາວເຊື່ອວ່າໃນທ້າຍທີ່ສຸດແລ້ວຄວາມຄຶງເຄັ່ງທາງການຄ້າລະຫວ່າງອາເມລິກາກັບຈີນຈະຜ່ອນຄາຍລົງ

 

ເບສເຊັນ ບອກວ່າມາດຕະການເກັບພາສີມະຫາສານທີ່ 2 ຊາດເສດຖະກິດໃຫຍ່ທີ່ສຸດໃນໂລກກຳນົດຫຼິ້ນງານກັນ ແລະ ກັນ ທຽບເທົ່າກັບເປັນການປິດລ້ອມທາງການຄ້າ ແຕ່ລາວຄາດໝາຍວ່າສະຖານະການຈະຜ່ອນຄາຍລົງ ເຖິງຢ່າງໃດກໍຕາມລາວເນັ້ນຢ້ຳເຖິງຄວາມຕ້ອງການການຄ້າທີ່ຍຸຕິທຳ ແລະ ບອກວ່າຈີນຈຳເປັນຕ້ອງຄືນສົມດຸນແກ່ເສດຖະກິດຂອງພວກເຂົາ

 

“ຂ້ອຍບໍ່ໄດ້ກຳລັງຈະບອກວ່າ ໂອ້ ຂ້ອຍກຳລັງຫຼິ້ນໄມ້ແຂງກັບຈີນ” ທຣຳ ກ່າວໃນຫ້ອງທຳງານຮູບໄຂ່ຂອງທຳນຽບຂາວໃນວັນອັງຄານ(22ເມສາ)

 

“ພວກເຮົາກຳລັງໄປໄດ້ດີ ສະຖານະການກັບພວກເຂົາກຳລັງເປັນໄປໄດ້ດີ ແຕ່ທ້າຍທີ່ສຸດແລ້ວ ພວກເຂົາຕ້ອງເຮັດຂໍ້ຕົກລົງ ເພາະວ່າບໍ່ດັ່ງນັ້ນແລ້ວ ພວກເຂົາຈະບໍ່ສາມາດເຮັດການຄ້າຂາຍໃນສະຫະລັດຯ ພວກເຮົາຕ້ອງການໃຫ້ພວກເຂົາມີສ່ວນຮ່ວມ ແຕ່ພວກເຂົາຈຳເປັນຕ້ອງ ແລະ ປະເທດອື່ນໆຈຳເປັນຕ້ອງເຮັດຂໍ້ຕົກລົງ ແລະ ຖ້າພວກເຂົາບໍ່ເຮັດຂໍ້ຕົກລົງ ພວກເຮົາຈະເປັນຝ່າຍກຳນົດຂໍ້ຕົກລົງເອງ”

 

ທຣຳ ຍອມຮັບວ່າລະດັບມາດຕະການເກັບພາສີ 145% ທີ່ກຳນົດຫຼິ້ນງານສິນຄ້ານຳເຂົ້າຈາກຈີນນັ້ນ “ສູງຫຼາຍ” ແລະ ທຽບເທົ່າກັບເປັນການ “ປິດລ້ອມທາງການຄ້າ” ດັ່ງນັ້ນຕົວເລກໃນຂັ້ນທ້າຍສຸດທີ່ຈະກຳນົດ ຈະຕ່ຳກວ່ານັ້ນຫຼາຍ

 

“ມັນຄົງບໍ່ຢູ່ໃກ້ຕົວເລກລະດັບສູງນັ້ນ” ທຣຳຍອມຮັບ “ມັນຫຼຸດຕ່ຳລົງຢ່າງຫຼາຍ ແຕ່ຈະບໍ່ເປັນສູນ ມັນເຄີຍເປັນສູນ ພວກເຮົາພຽງທຳລາຍຈີນ ຖານຫຼອກລວງພວກເຮົາ ມັນຈະບໍ່ໃກ້ຄຽງຕົວເລກລະດັບ 145% ຖ້າພວກເຮົາບໍ່ເຮັດຂໍ້ຕົກລົງ ພວກເຮົາຈະກຳນົດຕົວເລກ”

 

ທຣຳ ບອກວ່າຂໍ້ຕົກລົງຈະພິນິດພິເຄາະຫ໌ໂດຍຕົວເຂົາເອງ, ເບສເຊັນ ແລະ ໂຮເວີດ ລຸດນິກ ລັດຖະມົນຕີພາຄິດ ຜູ້ເຊິ່ງໃນເດືອນນີ້ມອບຄຳປຶກສາແກ່ປະທານາທິບໍດີ ໃຫ້ລະງັບມາດຕະການທີ່ເອີ້ນວ່າ “ການເກັບພາສີຕອບໂຕ້” ເປັນເວລາ 90 ວັນ ເຫຼືອພຽງເພດານພາສີພື້ນຖານ 1% ເພື່ອເປີດທາງສຳລັບການເຈລະຈາ

 

ປະທານາທິບໍດີສະຫະລັດຯບໍ່ໄດ້ບົ່ງຊີ້ເຖິງກອບເວລາ ຫຼື ເສັ້ນຕາຍ ກ່ຽວກັບການເຈລະຈາປົດມາດຕະການເກັບພາສີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ