site cov (99)
ພາມາຮູ້ຈັກ "ຜໍາ" ຫຼື "ໄຂ່ຜໍາ" ແລະ ວິທີລ້ຽງ ເປັນຊຸບເປີຟູ້ດຂອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 April, 2025

ໄຂ່ນໍ້າ (Wolffia arrhiza (L.) Wimm.) ຫຼື ຊື່ເອີ້ນຕາມພາສາທ້ອງຖິ່ນວ່າ “ຜໍາ” ຫຼື “ໄຂ່ຜໍາ” ເປັນພືດນໍ້າປະເພດລອຍນໍ້າຂະໜາດນ້ອຍໃນວົງ Lemnaceae ພົບໃນແຫຼ່ງໜອງບຶງຫຼືແຫຼ່ງນໍ້າຂັງ. ຮູບຮ່າງເປັນເມັດສີຂຽວກົມຫຼືເກືອບກົມ, ມີເສັ້ນຜ່າສູນກາງ 0.5-1.5 ມິລລິແມັດ, ບໍ່ມີຮາກ, ເປັນພືດທີ່ມີຂະໜາດນ້ອຍທີ່ສຸດໃນໂລກ.

 

ອົງປະກອບທາງໂພຊະນະຂອງໄຂ່ນໍ້າພົບວ່າ ມີໂປຣຕີນ, ເບຕ້າ-ຄາໂຣທີນ ແລະ ຄລໍໂຣຟິວຈາກການສັງເຄາະແສງ.

 

ໄຂ່ນໍ້າມີປະລິມານໂປຣຕີນໃນລະດັບດຽວກັບເມັດຖົ່ວຊະນິດຕ່າງໆ, ເມັດທັນຍະພືດ, ມີເສັ້ນໄຍສູງ, ມີປະລິມານກົດອະມິໂນທີ່ຈໍາເປັນບໍ່ຕ່າງກັບໄຂ່ໄກ່, ສາຫຼ່າຍກຽວທອງ, ແລະ ຄລໍເຣລລ່າ.

 

ນອກຈາກນີ້ຄລໍໂຣຟິວໃນໄຂ່ນໍ້າມີສານຕ້ານອະນຸມູນອິດສະຫຼະ (antioxidant) ຫຼາຍກວ່າໃນສາຫຼ່າຍກຽວທອງ, ຊຶ່ງໃຊ້ຮັກສາອາການທ້ອງຜູກ, ຮັກສາສະພາວະຊີດໃນຄົນທີ່ເປັນໂລກເລືອດຈາງໄດ້.

 

ປະໂຫຍດຂອງໄຂ່ນໍ້າສາມາດນໍາມາໃຊ້ປຸງອາຫານພື້ນບ້ານທາງພາກເໜືອແລະພາກອີສານ, ເຊັ່ນ: ແກງອ່ອມ, ແກງຄົ່ວ, ໄຂ່ຕຸ໋ນ, ໄຂ່ຈຽວ ເປັນຕົ້ນ, ຮັບປະທານໄດ້.

 

 

ການເພາະຂະຫຍາຍພັນໄຂ່ນໍ້າສາມາດຂະຫຍາຍພັນໄດ້ຕະຫຼອດປີຂຶ້ນກັບປະລິມານນໍ້າໃນບໍ່ລ້ຽງ.

 

ບໍລິເວນທີ່ພົບບໍ່ລ້ຽງໄຂ່ນໍ້າສ່ວນໃຫຍ່ມີຕົ້ນໄມ້ຂະໜາດໃຫຍ່ປົກຄຸມ ເຊັ່ນ: ຕົ້ນກ້າມປູ, ໝາກມ່ວງ, ແລະໝາກຂາມເທດ. ໃບໄມ້ທີ່ແຫ້ງຫຼົ່ນຕົກສະສົມໃນພື້ນກົ້ນບໍ່, ເມື່ອຍ່ອຍສະຫຼາຍເປັນສານອິນຊີສະສົມໃນພື້ນກົ້ນບໍ່, ເປັນແຫຼ່ງຂອງທາດອາຫານສໍາລັບໄຂ່ນໍ້າ, ແລະຕົ້ນໄມ້ເຫຼົ່ານັ້ນຍັງເປັນຮົ່ມເງົາລົດຄວາມເຂັ້ມແສງບໍ່ໃຫ້ຫຼາຍເກີນໄປ.

 

ເນື່ອງຈາກໄຂ່ນໍ້າເຈີລີນເຕີບໂຕໄດ້ດີໃນທີ່ຮົ່ມແສງໜ້ອຍ, ສາມາດແຕກໜໍ່ຂະຫຍາຍພັນແຜ່ກະຈາຍໄດ້ດີກວ່າບໍ່ທີ່ຢູ່ກາງແຈ້ງແລະມີສີຂຽວເຂັ້ມຫຼາຍກວ່າບໍ່ລ້ຽງທີ່ຢູ່ກາງແຈ້ງ.

 

ສານເຄມີໃນນໍ້າຂໍ້ຈໍາກັດການບໍລິໂພກໄຂ່ນໍ້າ

 

ຜົນຜະລິດໄຂ່ນໍ້າສ່ວນໃຫຍ່ໄດ້ຈາກບໍ່ລ້ຽງຕາມແຫຼ່ງນໍ້າທໍາມະຊາດ. ຊ່ວງທີ່ມີຜົນຜະລິດຫຼາຍທີ່ສຸດໃນຊ່ວງປາຍລະດູຝົນ  ແຕ່ມີຜົນຜະລິດບໍ່ພຽງພໍແລະບໍ່ຕໍ່ເນື່ອງຕະຫຼອດປີ, ຊຶ່ງເກີດຈາກສະພາບແວດລ້ອມບໍ່ລ້ຽງມີປະລິມານນໍ້າໃນບໍ່ຫຼຸດລົງເມື່ອເຂົ້າລະດູແລ້ງ, ເຮັດໃຫ້ໄຂ່ນໍ້າໃນບໍ່ລ້ຽງເຂົ້າສູ່ລະຍະພັກຈົມລົງພື້ນກົ້ນບໍ່ເຮັດໃຫ້ຜົນຜະລິດຫຼຸດລົງ. ການເກັບກ່ຽວໄຂ່ນໍ້າແຕ່ລະຄັ້ງສາມາດລວມໄຂ່ນໍ້າຈາກບໍ່ລ້ຽງໄດ້ຄັ້ງລະ 20-50 ກິໂລກຣາມຕໍ່ວັນ.

 

ຢ່າງໃດກໍຕາມ, ການນໍາໄຂ່ນໍ້າມາປຸງເປັນອາຫານຍັງມີຂໍ້ຈໍາກັດໃນການຍອມຮັບຂອງຜູ້ບໍລິໂພກ ເນື່ອງຈາກສຸຂະອະນາໄມຄວາມສະອາດ, ຄວາມປອດໄພຈາກການປົນເປື້ອນສານເຄມີຢາຂ້າແມງໄມ້ທີ່ມາກັບນໍ້າ, ຈຶ່ງເຮັດໃຫ້ການຍອມຮັບຂອງຜູ້ບໍລິໂພກໃນປັດຈຸບັນຫຼຸດລົງ.

 

ຄວາມນິຍົມໃນການບໍລິໂພກມີສະເພາະໃນກຸ່ມຜູ້ສູງອາຍຸໃນຊົນນະບົດເທົ່ານັ້ນ, ລວມເຖິງກຸ່ມຜູ້ບໍລິໂພກພຽງບາງກຸ່ມທີ່ຮູ້ເຖິງຄຸນຄ່າທາງໂພຊະນາການທີ່ສໍາຄັນໃນໄຂ່ນໍ້າ, ຫຼືຜູ້ບໍລິໂພກອາຫານເພື່ອສຸຂະພາບໂດຍນໍາໄຂ່ນໍ້າມາເຮັດເປັນເຄື່ອງດື່ມເພື່ອສຸຂະພາບ ຫຼືປຸງເປັນອາຫານ.

 

ເນື່ອງຈາກໃນໄຂ່ນໍ້າມີຄຸນຄ່າທາງໂພຊະນາການສູງ, ມີສານຕ້ານອະນຸມູນອິດສະຫຼະສູງບໍ່ແຕກຕ່າງກັບໃນສາຫຼ່າຍກຽວທອງ ຫຼື ນໍ້າຄລໍໂຣຟິວທີ່ວາງຈໍາໜ່າຍທົ່ວໄປໃນທ້ອງຕະຫຼາດໃນຮູບອາຫານເສີມຊຶ່ງມີລາຄາສູງ.

 

ການລ້ຽງໄຂ່ນໍ້າໃນບໍ່ດິນ

 

ການກຽມບໍ່ຄ້າຍຄືກັບການກຽມບໍ່ລ້ຽງປາທົ່ວໄປ ດັ່ງນີ້:

 

  1. ບໍ່ລ້ຽງໄຂ່ນໍ້າຂະໜາດ 10 – 50 ແມັດກ້ອນ, ສູບນໍ້າອອກເພື່ອກໍາຈັດສັດຕູຂອງໄຂ່ນໍ້າໂດຍສະເພາະປາກິນພືດ, ລູກປາຂະໜາດນ້ອຍອອກໃຫ້ໝົດ
  2. ຫວ່ານປູນຂາວເພື່ອປັບສະພາບດິນ ອັດຕາ 10-20 ກິໂລກຣາມຕໍ່ໄຮ່, ຕາກບໍ່ໃຫ້ແຫ້ງປະມານ 7 ວັນ. ການຕາກບໍ່ຊ່ວຍໃຫ້ສານອິນຊີທີ່ສະສົມຢູ່ພື້ນກົ້ນບໍ່ຍ່ອຍສະຫຼາຍຕົວ
  3. ຫວ່ານຝຸ່ນຄອກໃນບໍ່ດິນໃຫ້ທົ່ວ ຫຼື ໃສ່ກະສອບມັດຕາມມຸມບໍ່ ໃນອັດຕາ 50 ກິໂລກຣາມຕໍ່ໄຮ່
  4. ສູບນໍ້າເຂົ້າບໍ່ລ້ຽງ ໂດຍຜ່ານຖົງກອງດ້ວຍອວນໄນລ່ອນ ຫຼື ມຸ້ງຂຽວ ເພື່ອປ້ອງກັນໄຂ່ປາ, ລູກປາທີ່ມາກັບນໍ້າບໍ່ໃຫ້ເຂົ້າບໍ່ລ້ຽງ. ລະດັບນໍ້າ 50 – 80 ເຊັນຕິແມັດ
  5. ປ່ອຍໄຂ່ນໍ້າ ອັດຕາ 10 ກິໂລກຣາມຕໍ່ໄຮ່. ໄຂ່ນໍ້າຈະເລີ່ມແຕກໜໍ່ຂະຫຍາຍພັນໃນບໍ່ເພີ່ມຈໍານວນເລື້ອຍໆ, ສາມາດເກັບຜົນຜະລິດຄັ້ງທໍາອິດໃນວັນທີ 12-15 ຫຼັງປ່ອຍລ້ຽງ ແລະ ສາມາດເກັບໄດ້ທຸກ 6 ມື້. ທັງນີ້ການເກັບຜົນຜະລິດແຕ່ລະຄັ້ງຄວນເກັບອັດຕາບໍ່ເກີນ 50% ຂອງພື້ນທີ່ເພື່ອໃຫ້ມີພັນໄຂ່ນໍ້າຂະຫຍາຍພັນຕໍ່ໄປ.

 

ການລ້ຽງໄຂ່ນໍ້າເພື່ອບໍລິໂພກໃນຄົວເຮືອນ

 

ໄຂ່ນໍ້າສາມາດເພາະລ້ຽງໃນບໍ່ຂະໜາດນ້ອຍ ເຊັ່ນ: ຊາມ, ຖັງພລາສຕິກ, ທໍ່ຊີເມັນ ເພື່ອບໍລິໂພກໃນຄົວເຮືອນ.

 

ຜູ້ລ້ຽງສາມາດຄວບຄຸມຄຸນນະພາບຄວາມສະອາດ ແລະ ປອດໄພຈາກສານເຄມີ, ຢາຂ້າແມງໄມ້ໄດ້ດ້ວຍຕົນເອງ.

 

ການເພາະລ້ຽງໄຂ່ນໍ້າເພື່ອບໍລິໂພກໃນຄົວເຮືອນມີວິທີໃນການເພາະລ້ຽງງ່າຍໆ ດັ່ງນີ້:

 

  1. ບໍ່ລ້ຽງ ໃຊ້ຖັງພລາສຕິກ, ຊາມ, ອ່າງບົວ, ອ່າງຢາງລົດຍົນ, ຫຼືທໍ່ຊີເມັນກົມ ທີ່ສາມາດຫາໄດ້ງ່າຍຂະໜາດຕາມຕ້ອງການ, ລ້າງທໍາຄວາມສະອາດ. ຄວນຕັ້ງໃນທີ່ຮົ່ມໃຕ້ຕົ້ນໄມ້ຫຼືທີ່ມີແສງໜ້ອຍ ຫຼື ພາງແສງແດດດ້ວຍສະແລນ 50%. ທັງນີ້, ຫາກລ້ຽງໃນບໍລິເວນກາງແຈ້ງແສງແດດສ່ອງເຖິງພື້ນບໍ່, ເຮັດໃຫ້ເກີດສາຫຼ່າຍຊະນິດອື່ນຊຶ່ງມີຜົນເຮັດໃຫ້ຜົນຜະລິດໄຂ່ນໍ້າຫຼຸດລົງແລະມີສີຊີດບໍ່ຂຽວເຂັ້ມ
  2. ເຕີມນໍ້າສະອາດຈາກນໍ້າປະປາ, ນໍ້າບາດານ, ຫຼືນໍ້າບໍ່ດິນ ສູງປະມານ 15-20 ເຊັນຕິແມັດ, ບໍລິມາດນໍ້າໂດຍປະມານ 100 ລິດ
  3. ຊັ່ງຝຸ່ນວິທະຍາສາດ ສູດ 16-16-16 ຫຼື 15-15-15 ປະມານ 10 ກຣາມ ຫຼື 1 ບ່ວງແກງ, ລະລາຍນໍ້າກ່ອນ ຫຼື ຫໍ່ຜ້າ ໃສ່ໃນບໍ່
  4. ໃສ່ຫົວເຊື້ອໄຂ່ນໍ້າ ສາມາດຫາໄດ້ຕາມຕະຫຼາດສົດທົ່ວໄປ ອັດຕາ 20 ກຣາມຕໍ່ບໍ່ຂະໜາດ 1 ແມັດກ້ອນ

 

ການຈະເລີນເຕີບໂຕຂອງໄຂ່ນໍ້າຈະແຕກໜໍ່ຂະຫຍາຍພັນໃໝ່ທຸກ 5-6 ວັນ ແລະ ໃຫ້ຜົນຜະລິດສູງສຸດ 12-15 ວັນ ຫຼັງປ່ອຍລ້ຽງ ສາມາດເກັບຜົນຜະລິດໄດ້. ແລະ ຫາກເກັບໄຂ່ນໍ້າອັດຕາ 50% ຂອງພື້ນທີ່ບໍ່ລ້ຽງທຸກໆ 6 ວັນ, ໃຫ້ຜົນຜະລິດແຕ່ລະຄັ້ງສະເລ່ຍ 475 ກຣາມຕໍ່ແມັດກ້ອນ ແລະ ສາມາດລ້ຽງໄດ້ຕະຫຼອດປີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (3)
ລະວັງ! ອາກາດຮ້ອນຈັດຂັ້ນສຸດ ຕາກແດດ 1 ຊົ່ວໂມງ ອາດເສຍຊີວິດໄດ້
VP LANDSCAPE COVER (67)
"ປົດລັອກ" ຄວາມຮູ້ສຶກຜິດຫວັງໃນຕົນເອງ
site-cover (2)
ສຳນັກງານຕຳຫຼວດແຫ່ງຊາດໄທ ຖະແຫຼງເຄື່ອງບິນຕຳຫຼວດຕົກຂະນະທົດສອບການບິນຝຶກໂດດຈ້ອງ ເສຍຊີວິດທັງ 6 ນາຍ
VP LANDSCAPE COVER (66)
ຈີນໄດ້ຢຸດການສົ່ງອອກແຮ່ທາດຫາຍາກ, ອອສເຕຣເລຍສາມາດເຂົ້າມາແທນທີ່ໄດ້ບໍ່?
Copy of site cover (22)
"ວາດີ" ເລືອກ "ສະຖານີຕໍ່ໄປ" ຫຼັງຈາກກຽມອຳລາ ເລສເຕີ ຊິຕີ້
VP LANDSCAPE COVER (65)
ຢູເຄຣນອາດຕ້ອງໄດ້ຍອມເສຍດິນແດນເພື່ອສັນຕິພາບ
site-cover (1)
ຈີນເປີດຕົວ "ຕູ້ ATM ຄຳ" ທີ່ຈະຫຼອມຄຳຂອງທ່ານແລ້ວປ່ຽນເປັນເງິນສົດໃຫ້ທ່ານທັນທີ
VP LANDSCAPE COVER (64)
ນອນບໍ່ຫຼັບຕ້ອງເຮັດແນວໃດ
Copy of site cover (20)
Intel ກຽມປົດພະນັກງານຫຼາຍກວ່າ 20%
site-cover
10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ