
“ຈີນ” ຊີ້ຍັງບໍ່ມີການເຈລະຈາກັບສະຫະລັດ ປະເດັນພາສີອາກອນໃດໆທັງນັ້ນ, ຮຽກຮ້ອງສະຫະລັດຍົກເລີກມາດຕະການພາສີຝ່າຍດຽວທັງໝົດ ຫາກຕ້ອງການແກ້ບັນຫາຢ່າງແທ້ຈິງ
ວັນທີ 24 ເມສາ 2568 ເວລາ 14.43 ນ. ສໍານັກຂ່າວ CNBC ລາຍງານວ່າ ຈີນປະກາດເມື່ອວັນພະຫັດ (24 ເມສາ 2025) ວ່າຂະນະນີ້ບໍ່ມີການເຈລະຈາກັບສະຫະລັດເລື່ອງພາສີອາກອນໃດໆທັງສິ້ນ ແມ່ນໃນຊ່ວງຕົ້ນອາທິດຈະມີສັນຍານຈາກທໍານຽບຂາວວ່າອາດມີການຜ່ອນຄາຍຄວາມຕຶງຄຽດທາງການຄ້າ.
He Yadong ໂຄສົກກະຊວງການຄ້າຂອງຈີນ ກ່າວວ່າ “ປັດຈຸບັນບໍ່ມີການເຈລະຈາໃດໆລະຫວ່າງຈີນກັບສະຫະລັດກ່ຽວກັບເສດຖະກິດແລະການຄ້າເລີຍ… ຄໍາກ່າວທັງໝົດທີ່ເວົ້າເຖິງຄວາມຄືບໜ້າໃນການເຈລະຈາທະວິພາຄີ ຄວນຖືກປະຕິເສດໄປໄດ້ເລີຍ”
ລາວຍັງເສີມອີກວ່າ “ຫາກສະຫະລັດຕ້ອງການແກ້ໄຂບັນຫາຢ່າງແທ້ຈິງ ກໍຄວນຍົກເລີກມາດຕະການຝ່າຍດຽວທັງໝົດທີ່ໃຊ້ກັບຈີນກ່ອນ”
ກ່ອນໜ້ານີ້, ໂດນັລດ໌ ທຣໍາ ປະທານາທິບໍດີສະຫະລັດ ແລະ ສກັອດ ເບສເຊນຕ໌ ລັດຖະມົນຕີຄັງສະຫະລັດ ເຄີຍສົ່ງສັນຍານວ່າຄວາມຕຶງຄຽດກັບຈີນອາດເລີ່ມຜ່ອນຄາຍ, ແຕ່ເມື່ອຕົ້ນເດືອນທໍານຽບຂາວໄດ້ປະກາດຂຶ້ນພາສີສຸນລະກາກເປັນ 145% ກັບສິນຄ້ານໍາເຂົ້າຈາກຈີນ, ຊຶ່ງເຮັດໃຫ້ຈີນຕອບໂຕ້ດ້ວຍມາດຕະການພາສີຂອງຕົນເອງ, ລວມເຖິງເພີ່ມຂໍ້ຈໍາກັດໃນການສົ່ງອອກແຮ່ຫາຍາກ ແລະ ແຮ່ສໍາຄັນໄປຍັງສະຫະລັດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














